ເກົາຫຼີ, ອາຊຽນມອບເຂົ້າສານ 1,000 ໂຕນເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນລາວ

ລັດຖະບານສາທາລະນະລັດເກົາຫຼີສືບຕໍ່ໃຫ້ການຊ່ວຍເຫຼືອປະເທດລາວ ເນື່ອງຈາກໄພນ້ຳຖ້ວມເປັນບໍລິເວນກວ້າງໃນຫຼາຍແຂວງ, ເຊິ່ງໜັກກວ່າໝູ່ແມ່ນຢູ່ແຂວງອັດຕະປື.

ເອກອັກຄະລັດຖະທູດສາທາລະນະລັດເກົາຫຼີ ກ່າວຢືນຢັນການຊ່ວຍເຫຼືອສຳລັບປະເທດລາວໃນວັນສຸກຜ່ານມາ ໃນການມອບເຂົ້າສານຈຳນວນ 1,000 ໂຕນຈາກໂຄງການຄັງສຳຮອງເຂົ້າສຸກເສີນອາຊຽນບວກສາມ (APTERR) ລະດັບສາມ ໃຫ້ແກ່ເຈົ້າໜ້າທີ່ຝ່າຍລາວ, ເຊິ່ງເປັນສ່ວນໜຶ່ງຂອງການຊ່ວຍເຫຼືອຂອງເກົາຫຼີສຳລັບຊຸມຊົນທີ່ປະສົບໄພນ້ຳຖ້ວມໃນລາວ.

ອ່ານຕໍ່…

ເພັດໂພໄຊ ແສງປະເສີດ