ຖ້ຽວບິນລາວ-ຍີ່ປຸ່ນ ຄາດຈະດຶງດູດນັກທ່ອງທ່ຽວຂາເຂົ້າ

ບໍລິສັດການບິນລາວ ມີແຜນເປີດຖ້ຽວບິນຈາກນະຄອນວຽງຈັນ ແລະ ເມືອງຫຼວງພະບາງ ເຖິງເມືອງກຸມາໂມໂຕ ແຂວງກິວຊິວ ປະເທດຍີ່ປຸ່ນ ໃນເດືອນມິນາປີໜ້າ ພາຍຫຼັງໄດ້ຮັບການຕອບຮັບຈາກຫ້ອງການຄຸ້ມຄອງການບິນພົນລະເຮືອນຂອງຍີ່ປຸ່ນ.

ຖ້ຽວບິນ ວຽງຈັນ-ກຸມາໂມໂຕ ຈະໃຫ້ບໍລິການຜູ້ໂດຍສານໃນທຸກໆວັນພຸດ ແລະ ວັນເສົາ, ໃນຂະນະທີ່ຖ້ຽວບິນ ຫຼວງພະບາງ-ກຸມາໂມໂຕ ຈະບິນໃນທຸກໆວັນຈັນ ແລະ ວັນສຸກ.

ຖ້ຽວບິນທັງສອງຈະນຳໃຊ້ຍົນໂດຍສານແອບັສ໌ 142 ບ່ອນນັ່ງ, ຕາມເຈົ້າໜ້າທີ່ການຕະຫຼາດຂອງບໍລິສັດການບິນລາວ.

ອ່ານຕໍ່…

ໂຕະຂ່າວວຽງຈັນທາມສ໌