ລາວຈະຫັນປ່ຽນການຜະລິດກະສິກຳເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດໃນອາຊຽນ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານກຳລັງຫັນປ່ຽນລະບົບກະສິກຳໃນລາວ ຈາກການຜະລິດເພື່ອກຸ້ມຕົນເອງ ສູ່ການຜະລິດເພື່ອເປັນສິນຄ້າ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດໃນອາຊຽນ ແລະ ເພື່ອຊ່ວຍເຫຼືອຊາວກະສິກອນໃນການຮັບມືກັບການປ່ຽນແປງຂອງຕະຫຼາດກະສິກຳ ແລະ ສະບຽງອາຫານຂອງພາກພື້ນ.ເພື່ອສະໜັບສະໜູນຂະບວນການພັດທະນາທາງດ້ານກະສິກຳດັ່ງກ່າວ, ລັດຖະບານ ໂດຍສະເພາະແມ່ນກົມປູກຝັງ ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້ ຈະໃຫ້ການສະໜັບສະໜູນທາງດ້ານນະໂນບາຍ ແລະ ວິຊາການ ເພື່ອຈັດຕັ້ງປະຕິບັດແຜນການດັ່ງກ່າວ, ທ່ານ ຈັນທາ ທິບພະວົງພັນ ຮອງຫົວໜ້າກົມປູກຝັງກ່າວຄຳເຫັນໃນກອງປະຊຸມຂອງຄະນະກຳມະການກວດກາໂຄງການແຫ່ງຊາດ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/laos-transforming-farming-meet-needs-asean-market-101333
ຍີ່ປຸ່ນອະນຸມັດທຶນກວ່າ US$ 8.9 ລ້ານໂດລາສຳລັບການພັດທະນາໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຍີ່ປຸ່ນຕົກລົງໃຫ້ທຶນຊ່ວຍເຫຼືອລ້າກວ່າ 76 ຕື້ກີບ (US$8.9 ລ້ານໂດລາ) ສຳລັບສີ່ໂຄງການພັດທະນາໃນລາວ.ພິທີເຊັນບົດບັດທຶກການແລກປ່ຽນສຳລັບສີ່ໂຄງການຊ່ວຍເຫຼືອລ້າດັ່ງກ່າວ ໄດ້ຈັດຂຶ້ນທີ່ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ ໃນວັນພຸດນີ້ ພາຍໃຕ້ການລົງນາມຂອງທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະລາດຊະທູດຍີ່ປຸ່ນປະຈຳລາວ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ຂ່າວດີຂອງຊຸມຊົນຊາວແມ່ນ້ຳຂອງ
4 ເດືອນຕົ້ນປີ 2022 ມີບາງເຂດທີ່ຊຸ່ມທີ່ສຸດໃນຮອບຫຼາຍປີ, ເປັນຜົນມາຈາກປະລິມານນ້ຳຝົນທີ່ເພີ່ມຂຶ້ນ ແລະ ຈີນ ປ່ອຍນໍ້າອອກຈາກເຂື່ອນໃນຕົ້ນທາງຫຼາຍຂຶ້ນ, ອີງຕາມຂໍ້ມູນການຕິດຕາມຂອງຄະນະກໍາມາທິການແມ່ນໍ້າຂອງ (MRC). ສອງປັດໃຈດັ່ງກ່າວ ມາຈາກການໄຫຼວຽນຂອງຕະກອນ ແລະ ທາດອາຫານເພີ່ມຂຶ້ນ ເພື່ອເປັນການຊຸກຍູ້ການສະໜອງປາ, ຊຸກຍູ້ການກະສິກຳ ແລະ ຜົນປະໂຫຍດໃຫ້ແກ່ປະຊາຊົນປະມານ 70 ລ້ານຄົນທີ່ອາໃສຢູ່ໃນຊຸມຊົນແມ່ນ້ຳເຫຼົ່ານີ້.ເຖິງຢ່າງໃດກໍຕາມ, ການພັດທະນາໃນແງ່ບວກນີ້ ຍັງອາດຈະໃຊ້ເວລາບໍ່ດົນຄື: ເດືອນກໍລະກົດອາດຈະພາໃຫ້ເກີດໄພແຫ້ງແລ້ງຫຼາຍຂຶ້ນມາສູ່ເຂດລຸ່ມແມ່ນໍ້າຂອງ, ອີງຕາມການພະຍາກອນໄພແຫ້ງແລ້ງຂອງ MRC, ໂດຍສະເພາະ ໃນລະຫວ່າງທີ່ຄວາມຊຸ່ມຊື່ນຂອງດິນໃນປັດຈຸບັນໃນປີ 2020 ແລະ 2021, ມາຮອດເດືອນກໍລະກົດ ອາດຈະເກີດມີໄພແຫ້ງແລ້ງຢູ່ທາງພາກເໜືອ ແລະ ພາກໃຕ້ຂອງລາວ, ຕາເວັນຕົກຂອງກຳປູເຈຍ ແລະ ເຂດເນີນສູງພາກກາງຂອງຫວຽດນາມ.ອ່ານເພິ່ມເຕີມ ...
ລາວຊຽນທາມສ໌
ໂຄງການລະດັບພາກພື້ນຊ່ວຍແກ້ໄຂບັນຫາການຄຸ້ມຄອງຄວາມສ່ຽງຕໍ່ໄພພິບັດໃນທ້ອງຖິ່ນ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງແຜນການ ແລະ ການລົງທຶນຮ່ວມກັບບັນດາຄູ່ຮ່ວມພັດທະນາ ດຳເນີນໂຄງການຄຸ້ມຄອງຄວາມສ່ຽງຕໍ່ໄພພິບັດ ພາຍໃຕ້ໂຄງການລະດັບພາກພື້ນ.ຈຸດປະສົງຂອງໂຄງການຄຸ້ມຄອງຄວາມສ່ຽງຕໍ່ໄພພິບັດໃນພາກພື້ນອາຊີຕາເວັນອອກສຽງໃຕ້ (SADRMP) ສຳລັບປະເທດລາວລວມມີ ການຫຼຸດຜ່ອນຜົນກະທົບຈາກໄພນ້ຳຖ້ວມຢູ່ເມືງໄຊ ແຂວງອຸດົມໄຊ ແລະ ການສົ່ງເສີມຄວາມສາມາດຂອງລັດຖະບານໃນການບໍລິການກ່ຽວກັບການຄາດຄະເນລະດັບນ້ຳ ແລະ ການຮັບມືຕໍ່ໄພພິບັດ ອີງຕາມທະນາຄານໂລກ.ອ່ານຕໍ່ ...
ແຂວງບໍລິຄຳໄຊຈະເປັນຂົວເຊື່ອມຕໍ່ພາກພື້ນດິນທີ່ສຳຄັນຂອງພາກພື້ນ
ວຽງຈັນ (ວຽງຈັນທາມສ໌/ANN) – ແຂວງບໍລິຄຳໄຊ ເຊິ່ງຕັ້ງຢູ່ທາງພາກກາງຂອງລາວ ຈະເປັນສູນກາງການຄ້າ ແລະ ຂົວເຊື່ອມຕໍ່ທາງບົກທີ່ສຳຄັນອີກແຫ່ງໜຶ່ງເມື່ອການກໍ່ສ້າງຂົວມິດຕະພາບລາວ-ໄທແຫ່ງທີ 5 ສຳເລັດ ແລະ ເລີ່ມເປີດບໍລິການໃນຊຸມປີຕໍ່ໜ້າ.ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວ ແລະ ທ່ານ ອາຄົມ ເທີມພິດທະຍະໄພສິດ ລັດຖະມົນຕີກະຊວງໂຍທາຂອງໄທ ຮ່ວມເປັນປະທານໃນພິທີລົງນາມການກໍ່ສ້າງຂົວມິດຕະພາບລາວ-ໄທແຫ່ງທີ 5 ເຊິ່ງຈັດຂຶ້ນທີ່ຈັງຫວັດບຶງການ ປະເທດໄທ ໃນວັນທີ 14 ມິຖຸນາຜ່ານມານີ້.ອ່ານຕໍ່ ...
ເອກະພອນ ພູທອນສີ
http://annx.asianews.network/content/laos-borikhamxay-serve-key-regional-land-bridge-98641
ນາຍົກລາວ ແລະ ຫວຽດນາມຊຸກຍູ້ໂຄງການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່
ວຽງຈັນ (ວຽງຈັນທາມສ໌/ANN) – ໃນລະຫວ່າງການໂອ້ລົມທີ່ປະເທດຫວຽດນາມໃນວັນເສົາຜ່ານມາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ແລະ ທ່ານ ຫງວຽນ ຊວນ ພຸກ ນາຍົກຫວຽດນາມໄດ້ສົນທະນາກ່ຽວກັບຜົນສຳເລັດຂອງໂຄງການຮ່ວມມື, ໂດຍສະເພາະແມ່ນໂຄງການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່.ນາຍົກລາວໄດ້ແວ່ພັກທີ່ນະຄອນຮ່າໂນ້ຍ ໃນຂະນະເດີນທາງກັບຈາກກອງປະຊຸມ Future of Asia ທີ່ປະເທດຍີ່ປຸ່ນ, ຕາມການລາຍງານຂອງສື່ມວນຊົນລາວ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/lao-vietnamese-pms-push-mega-infrastructure-projects-97916
ກົດໝາຍໃໝ່ ກ່ຽວກັບຮູບເງົາ ຈະສ້າງຄວາມເຂັ້ມແຂງໃຫ້ແກ່ອຸດສາຫະກຳຮູບເງົາໃນລາວ: ລັດຖະມົນຕີກະຊວງວັດທະນະທຳ
ວຽງຈັນ (ວຽງຈັນທາມສ໌/ANN) – ອຸດສາຫະກຳຮູບເງົາຂອງລາວ ຈະໄດ້ຮັບການສົ່ງເສີມໃນຊຸມປີຕໍ່ໜ້າ ພາຍຫຼັງການນຳສະເໜີກົດໝາຍວ່າດ້ວຍຮູບເງົາ, ຕາມທ່ານ ສ.ປອ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.ໃນວັນພຸດນີ້ ທ່ານ ສ.ປອ ກິແກ້ວ ທີ່ຫາກໍ່ຂຶ້ນຮັບຕຳແໜ່ງໃນກະຊວງໃນຕົ້ນເດືອນນີ້, ໄດ້ສະແດງຄວາມໝັ້ນໃຈກ່ຽວກັບຜົນປະໂຫຍດ ທີ່ຈະໄດ້ຈາກກົດໝາຍສະບັບດັ່ງກ່າວ ໃນການນຳສະເໜີກົດໝາຍວ່າດ້ວຍຮູບເງົາ ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 8 ເພື່ອພິຈາລະນາຮັບຮອງ.ອ່ານຕໍ່ ...
ເອກະພອນ ພູທອນສີ
ເຈົ້າໜ້າທີ່ປະເມີນສະຖານະການໄຟປ່າທີ່ພູພະນັງ
ອຳນາດການປົກຄອງເມືອງສັງທອງ ນະຄອນຫຼວງວຽງຈັນ ກຳລັງທຳການປະເມີນຂອບເຂດການທຳລາຍລ້າງຂອງໄຟປ່າ ໃນປ່າສະຫງວນແຫ່ງຊາດພູພະນັງ ໃນອາທິດຜ່ານມາ.ເຈົ້າໜ້າທີ່ເມືອງກ່າວວ່າຂໍ້ມູນທາງການກ່ຽວກັບຄວາມເສຍຫາຍ ແລະ ມາດຕະການປ້ອງກັນໃນຕໍ່ໜ້າຍັງຢູ່ໃນໄລຍະການປະເມີນ.ທ່ານຮ້ອຍເອກ ອຳລາ ສິງສະໄໝ ຕາງໜ້າອຳນາດການປົກຄອງທີ່ຮັບຜິດຊອບການຄວບຄຸມໄຟປ່າ ໄດ້ລາຍງານຜ່ານໜັງສືພີມປະເທດລາວວ່າ ນັບແຕ່ວັນທີ 7 ມີນາເປັນຕົ້ນມາ ໄຟປ່າໄດ້ເຜົາທຳລາຍພື້ນທີ່ປ່າໄມ້ແລ້ວ 95 ເຮັກຕາໃນ 9 ບ້ານໃນເຂດພູພະນັງ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ນັກສືບສວນ: ການແຕກຂອງເຂື່ອນໃນລາວ ບໍ່ແມ່ນເຫດສຸດວິໄສ
ວຽງຈັນ (ວຽງຈັນທາມສ໌/ANN) – ການແຕກຂອງສັນເຂື່ອນ D ຂອງໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ຢູ່ແຂວງອັດຕະປື ປີກາຍນີ້ ບໍ່ນັບວ່າເປັນເຫດສຸດວິໄສ, ເຈົ້າໜ້າທີ່ການນຳລັດຖະບານກ່າວວານນີ້.ຮອງປະທານຄະນະກຳມະການສືບສວນສອບສວນແຫ່ງຊາດ (NIC) ເຊິ່ງຈັດຕັ້ງໂດຍລັດຖະບານ ເພື່ອທຳການສວບສວນຫາສາເຫດຂອງໄພພິບັດດັ່ງກ່າວ ເຊິ່ງເຮັດໃຫ້ມີຊາວບ້ານລົ້ມຕາຍຫຼາຍສິບ ແລະ ອີກຫຼາຍພັນຕ້ອງສູນເສຍທີ່ຢູ່ອາໄສ, ຄະນະກຳມະການເຜີຍຜົນການສືບສວນສອບສວນໃນກອງປະຊຸມສື່ມວນຊົນ.ອ່ານຕໍ່ ...
ທີມຂ່າວວຽງຈັນທາມສ໌
ແຂວງອຸດົມໄຊກະກຽມງານບຸນປີໃໝ່ລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ແຂວງອຸດົມໄຊກະກຽມເປັນເຈົ້າພາບໃນການຈັດກິດຈະກຳຫຼາກຫຼາຍສີສັນເພື່ອດຶງດູດນັກທ່ອງທ່ຽວໃນຊ່ວງບຸນປີໃໝ່ລາວ 14-16 ເມສາ, ເຊິ່ງຈະມີຈັດການສະເຫຼີມສະຫຼອງຍິ່ງໃຫຍ່ກວ່າປີຜ່ານມາ.ທ່ານ ບຸນກວນ ມິດເມືອງໄຊ ເຈົ້າໜ້າທີ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ເປີດເຜີຍຕໍ່ໜ່ວຍຂ່າວວຽງຈັນທາມສ໌ວ່າ ກິດຈະກຳສະເຫຼີມສະຫຼອງໃນປີນີ້ຈະມີຂຶ້ນໃນຊ່ວງວັນທີ 13-16 ເມສາ ເຊິ່ງເຈົ້າໜ້າທີ່ໄດ້ກະກຽມກິດຈະກຳພິເສດເພື່ອຕ້ອນຮັບນັກທ່ອງທ່ຽວ.ອ່ານຕໍ່ ...
ສີລັດດາ ສຸລິຍົງ
ເຈົ້າໜ້າທີ່ການສຶກສາ ແນໃສ່ການສຶກສາຊັ້ນປະຖົມໃນແຜນພັດທະນາ
ເຈົ້າໜ້າທີ່ການສຶກສາ, ສະມາຊິກອົງການຈັດຕັ້ງສາກົນ ແລະ ບັນດາຄູ່ຮ່ວມພັດທະນາ ໄດ້ພົບປະໃນວັນອັງຄານນີ້ ເພື່ອຜັນຂະຫຍາຍຄຳແນະນຳກ່ຽວກັບນະໂຍບາຍທີ່ສຳຄັນ ເພື່ອເດີນໜ້າສ້າງແຜນພັດທະນາຂະແໜງການສຶກສາ ແລະ ກິລາ (ESSDP) ປີ 2021-2025.ຄຳແນະນຳດັ່ງກ່າວ ແມ່ນເນັ້ນໃສ່ການສຶກສາຂັ້ນປະຖົມ, ແນໃສ່ປັບປຸງຄວາມຮູ້ ແລະ ທັກສະການສິດສອນ ສຳລັບຄູອາຈານຊັ້ນປະຖົມ.ອ່ານຕໍ່ ...
ໂຕະຂ່າວ
ໂຮງຮຽນທາງພາກໃຕ້ຫຼາຍຮ້ອຍແຫ່ງ ຕ້ອງຢຸດການຮຽນການສອນ ເນື່ອງຈາກໄພນ້ຳຖ້ວມ
ວຽງຈັນ (ວຽງຈັນທາມສ໌/ANN) – ໂຮງຮຽນທາງພາກໃຕ້ຂອງລາວຫຼາຍແຫ່ງ ຕ້ອງຢຸດການຮຽນການສອນຊົ່ວຄາວ ເນື່ອງຈາກນ້ຳຖ້ວມເຊິ່ງເປັນຜົນຈາກພະຍຸເຂດຮ້ອນໂພດູ ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ພື້ນຖານໂຄງລ່າງ ກໍຄືອາຄານຫ້ອງຮຽນ.ເດັກນ້ອຍນັກຮຽນຫຼາຍຄົນຍັງຄົງລໍຖ້າເຂົ້າໂຮງຮຽນ ໃນຂະນະທີ່ເຈົ້າໜ້າທີ່ທ້ອງຖິ່ນກຳລັງເລັ່ງມືໃນການສ້ອມແປງອາຄານຮຽນທີ່ໄດ້ຮັບຜົນກະທົບ ແລະ ຈັດຫາອຸປະກອນການສຶກສາຊຸດໃໝ່.ແຂວງສາລະວັນແມ່ນໜຶ່ງໃນແຂວງທີ່ໄດ້ຮັບຜົນກະທົບໜັກສຸດ ມີໂຮງຮຽນທີ່ປະສົບໄພນ້ຳຖ້ວມ 194 ແຫ່ງຢູ່ເມືອງສາລະວັນ, ວາປີ ແລະ ຄົງເຊໂດນ ໃນຊ່ວງວັນທີ 2-6 ກັນຍານີ້, ເຊິ່ງເປັນອາທິດທຳອິດຂອງການເປີດສົກຮຽນໃໝ່ໃນທົ່ວປະເທດ.ອ່ານຕໍ່ ...
ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/hundreds-southern-schools-closed-after-widespread-flooding-103964
ການຄວບຄຸມພະຍາດຕິດຕໍ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ ແຕ່ຍັງຕໍ່ເດີນໜ້າສືບຕໍ່
ວຽງຈັນ (ວຽງຈັນທາມສ໌/ANN) – ໃນຂະນະທີ່ວຽກງານການຄວບຄຸມພະຍາດຕິດຕໍ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ, ຂະແໜງການດັ່ງກ່າວຍັງຕ້ອງສືບຕໍ່ຝຶກອົບຮົມແພດໝໍ ແລະ ພະຍາບານໃນວຽກງານດັ່ງກ່າວ ເພື່ອສົ່ງເສີມສຸຂະພາບຂອງປະຊາຊົນຮອບດ້ານ.ການຝຶກອົບຮົມຈະສ້າງໂອກາດໃນການນຳໃຊ້ລະບົບການປ້ອງກັນການລະບາດຂອງພະຍາດ, ການພັດທະນາລະບົບຂໍ້ມູນຂ່າວສານສາທາລະນະສຸກ, ແລະ ສ້າງຄວາມເຂັ້ມແຂງດ້ານຄວາມສາມາດໃນການລາຍງານ ກ່ຽວກັບການລະບາດຂອງພະຍາດໃນກໍລະນີສຸກເສີນ ເພື່ອຄຸ້ມຄອງປະສິດທິພາບຂອງຂະແໜງການສາທາລະນະສຸກໃນຊ່ວງວິກິດການ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ທິດຊີ້ນຳໃໝ່ເພື່ອສ້າງຄວາມເຂັ້ມແຂງໃນການຕ້ານການຄ້າມະນຸດໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຊິກສະຫະພັນແມ່ຍິງລາວໄດ້ຮ່ວມປະຊຸມກັບເຈົ້າໜ້າທີ່ກະຊວງວານນີ້ ເພື່ອຫາລືຮ່າງແນວທາງນະໂຍບາຍໃໝ່ກ່ຽວກັບຄວາມຮຸນແຮງໃນຄອບຄົວ, ການປົກປ້ອງເດັັກ ແລະ ການຄ້າມະນຸດ.ກອງປະຊຸມດັ່ງກ່າວແມ່ນພາຍໃຕ້ການເປັນປະທານຂອງທ່ານນາງ ທູມມະລີ ວົງພະຈັນ ອຳນວຍການສູນປົກປ້ອງ ແລະ ໃຫ້ຄຳປຶກສາສຳລັບແມ່ຍິງ ແລະເດັກນ້ອຍ ສະຫະພັນແມ່ຍິງລາວ, ແລະ ມີ 40 ຜູ້ເຂົ້າຮ່ວມ ຕາງໜ້າຈາກກະຊວງຍຸດຕະທຳ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍເຈົ້າໜ້າທີ່ທີ່ກ່ຽວຂ້ອງຈາກພາກສ່ວນອື່ນໆ.ອ່ານຕໍ່ ...
ວຽງດາວັນ ບັນພະຮັກສາ
ລາວ, UNDP ແກ້ໄຂບັນຫາການເກັບກູ້ ລບຕ ເພື່ອການພັດທະນາ
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ສືບຕໍ່ສົ່ງເສີມຄວາມສາມາດແຫ່ງຊາດ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDG) 18 – ມີຊີວິດທິ່ປອດໄພຈາກລະເບີດບໍ່ທັນແຕກ (ລບຕ).ຕາງໜ້າຈາກໜ່ວຍງານລັດຖະບານ ແລະ ອົງການພັດທະນາທີ່ກ່ຽວຂ້ອງ ໄດ້ຮ່ວມຫາລືບາດກ້າວ ເພື່ອບັນລຸເປົ້າໝາຍ SDG18 ໃນວັນອັງຄານນີ້, ເຊິ່ງລັດຖະບານ ແລະ ອົງການ UNDP ໄດ້ຮ່ວມມືກັນເພື່ອແກ້ໄຂບັນຫາ ພາຍໃຕ້ໂຄງການແຕ່ປີ 2017 ເຖິງ 2021.ອ່ານຕໍ່ ...
ອຸ່ນຄຳ ພິມມະຕະ
ສາລະວັນເຜີຍໂສມສະຖານທີ່ທ່ອງທ່ຽວໃໝ່ໆເພື່ອດຶງດູດນັກທ່ອງທ່ຽວ
ສາລະວັນ, ລາວ (ວຽງຈັນທາມສ໌/ANN) – ສະຖານທີ່ທ່ອງທ່ຽວໃໝ່ໆຫຼາຍແຫ່ງຂອງແຂວງສາລະວັນ ເຊັ່ນນ້ຳຕົກຕາດ ແລະ ຖ້ຳຕ່າງໆໃນສວນອຸດທະຍານພູຜາສຸກ ເຊື່ອໝັ້ນວ່າຈະເປັນທີ່ນິຍົມໃນກຸ່ມນັກທ່ອງທ່ຽວ.ສະຖານທີ່ທ່ອງທ່ຽວເຫຼົ່ານີ້ຕັ້ງຢູ່ໃນພື້ນທີ່ທິວທັດທຳມະຊາດອັນສວຍງາມຈັບໃຈ ທັງມີບັນຍາກາດທີ່ງຽບສະຫງົບ.ອ່ານຕໍ່ ...
ພູທອງ ສີວົງສາ
ລາວດຳເນີນການສົ່ງອອກເຂົ້າສານຊຸດທຳອິດຕາມໂກຕາ ໄປປະເທດຈີນ
ວຽງຈັນ (ວຽງຈັນທາມສ໌/ANN) – ຫວ່າງໝໍ່ໆມານີ້ ລາວໄດ້ເລີ່ມສົ່ງອອກເຂົ້າສານງວດທຳອິດ ຈຳນວນ 1,100 ໂຕນ ໄປປະເທດຈີນ ເຊິ່ງເປັນສ່ວນໜຶ່ງຂອງຂໍ້ຕົກລົງກ່ຽວກັບໂກຕາການສົ່ງອອກເຂົ້າສານ 50,000 ໂຕນ ລະຫວ່າງລັດຖະບານລາວ ແລະ ບໍລິສັດທັນຍາພືດ, ນ້ຳມັນ ແລະ ສະບຽງອາຫານແຫ່ງຊາດຂອງຈີນ (COFCO).ການສົ່ງອອກງວດທຳອິດນີ້ແມ່ນຈະດຳເນີນພາຍໃນເດືອນກໍລະກົດ ແລະ ສິງຫານີ້ ເຊິ່ງງວດຕໍ່ໄປຈະສືບຕໍ່ຈັດສົ່ງເພື່ອໃຫ້ໄດ້ຕາມເປົ້າໝາຍທັງໝົດພາຍໃນປີ 2021, ຕາມກະຊວງອຸດສາຫະກຳ ແລະ ການຄ້າ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/laos-exports-first-shipment-rice-quota-china-100658
ຄະນະທູດລາວ, ສປປ ເກົາຫຼີ ຮັດແໜ້ນສາຍພົວພັນມິດຕະພາບອັນຍາວນານ
ວຽງຈັນ (ວຽງຈັນທາມສ໌/ANN) – ສາຍພົວພັນມິດຕະພາບອັນຍາວນານລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ແລະ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ (ສປປ ເກົາຫຼີ) ຈະຮັດແໜ້ນປອງດອງຍິ່ງຂຶ້ນ ທ່າມກາງສະຖານະການຄວາມຂັດແຍ່ງໃນໂລກທີ່ເພີ່ມທະວີຂຶ້ນ.ຄະນະທູດຈາກສອງປະເທດໄດ້ຮ່ວມກັນຕີລາຄາສາຍພົວພັນອັນໝັ້ນທ່ຽງໃນການພົບປະ ທີ່ນະຄອນຫຼວງວຽງຈັນວານນີ້ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 45 ປີ ໃນວັນທີ 24 ມິຖຸນາ 1977.ອ່ານຕໍ່ ...
ສົມໄຊ ແສງດາຣາ
http://annx.asianews.network/content/laos-dprk-diplomats-confident-strengthening-longstanding-relationship-98858
ກຳປູເຈຍຮຽກຮ້ອງໃຫ້ລາວເລັ່ງມືໃນການສົ່ງມອບພະລັງງານໄຟຟ້າ
ປະເທດກຳປູເຈຍໄດ້ຮຽກຮ້ອງໃຫ້ລາວເລັ່ງລັດໃນການສົ່ງມອບໄຟຟ້າໃຫ້ແກ່ລາດຊະອານາຈັກກຳປູເຈຍ ຕາມຂໍ້ຕົກລົງທີ່ໄດ້ມີການລົງນາມກັນໃນຕົ້ນປີນີ້.ໃນເດືອນມີນາ, ບໍລິສັດໄຟຟ້າແຫ່ງກຳປູເຈຍ (EDC) ໄດ້ລົງນາມໃນຂໍ້ຕົກລົງຊື້ຂາຍໄຟຟ້າຈຳນວນ 200 ເມກາວັດຈາກລາວແຕ່ປີ 2019 ຫາ 2020.ທ່ານ ພັນ ສໍຣະສັກ ລັດຖະມົນຕີກະຊວງການຄ້າຂອງກຳປູເຈຍໄດ້ຮຽກຮ້ອງຕໍ່ທ່ານ ອຳໄພ ກິດາວົງ ເອກອັກຄະລັດຖະທູດລາວ ໃຫ້ຝ່າຍລາວດຳເນີນການສົ່ງມອບກະແສໄຟຟ້າດັ່ງກ່າວໃຫ້ໄວທີ່ສຸດ, ຕາມການລາຍງານຂອງສຳນັກຂ່າວ ຂະແມທາມສ໌ ຂອງກຳປູເຈຍໃນວັນພຸດນີ້.ອ່ານຕໍ່ ...
Khmer Times
https://www.bangkokpost.com/business/1734339/laos-urged-to-speed-up-energy-transfer-to-cambodia
ການບິນລາວຄາດຍອດຈອງປີ້ຍົນຂອງຊາວຈີນຈະເພີ່ມຂຶ້ນ
ພະນັກງານການບິນລາວເຊື່ອວ່າຈຳນວນລູກຄ້າຊາວຈີນຈະເພີ່ມຂຶ້ນເປັນ 241,500 ຄົນໃນປີນີ້.ຕົວເລກດັ່ງກ່າວແມ່ນເພີ່ມຂຶ້ນປະມານ 42% ທຽບກັບປີຜ່ານມາ ເຊິ່ງມີຍອດຈອງຖ້ຽວບິນຂອງປະຊາຊົນຈີນລວມ 170,500 ຖ້ຽວ.ອ່ານຕໍ່ ...
ສຸກສະໄໝ ບູລົມ