ວຽງຈັນທາມສ໌

ທ່ານາແລ້ງ ແລະ ສວນອຸທິຍານການຂົນສົ່ງວຽງຈັນ, ແຮງຂັບເຂື່ອນເສດຖະກິດແຫ່ງໃໝ່ຂອງປະເທດລາວ

ໂຄງການດັ່ງກ່າວ ແມ່ນສ່ວນໜຶ່ງຂອງຍຸດທະສາດການຂົນສົ່ງແຫ່ງຊາດຂອງລາວ ແລະ ການເຊື່ອມຕໍ່ດ້ານການຂົນສົ່ງຂອງລາວ, ເຊິ່ງຈະຊ່ວຍຫັນປ່ຽນປະເທດລາວຈາກການບໍ່ມີຊາຍແດນຕິດກັບທະເລກາຍ ເປັນປະເທດທີ່ເຊື່ອມຈອດທາງພື້ນດິນ; ຊຶ່ງຄາດການຈະເປີດນຳໃຊ້ຢ່າງເປັນທາງການໃນເດືອນໜ້າ. ຜູ້ພັດທະນາກ່າວວ່າໂຄງການນີ້ ຄາດວ່າຈະສ້າງລາຍຮັບເຂົ້າງົບປະມານຂອງລັດໂດຍກົງຈາກຄ່າທຳນຽມການບໍລິການຕ່າງໆ.ອ່ານຕໍ່ທີ່ນີ້ .  ...

ໜ່ວຍງານໂຄສະນາ

ລົດໄຟຈະມາເຖິງໃນເດືອນໜ້າ ເພື່ອກຽມທົດລອງແລ່ນລົດໄຟລາວ-ຈີນ

ໂຄງການທາງລົດໄຟລາວ-ຈີນຈະນໍາເອົາລົດໄຟຟ້າ ຫຼື (EMU) ແລະ ອຸປະກອນອື່ນ ເພື່ອດໍາເນີນການທົດລອງແລ່ນລົດໄຟຄັ້ງທໍາອິດໃນເດືອນຕຸລາ. ເຈົ້າໜ້າທີ່ຮັບຜິດຊອບໂຄງການກ່າວວ່າຄະນະກໍາມະການຄຸ້ມຄອງໂຄງການກໍາລັງຮ່າງບົດບັນທຶກຄວາມເຂົ້າໃຈກ່ຽວກັບການເປີດດ່ານກວດກາທາງລົດໄຟຊົ່ວຄາວເພື່ອໃຫ້ຫົວລົດໄຟ ແລະອຸປະກອນອື່ນ ສາມາດນໍາເຂົ້າມາລາວໄດ້ໃນເດືອນກັນຍານີ້ເພື່ອກຽມທົດລອງແລ່ນ.ອ່ານຕໍ່ທີ່ນີ້  ...

ປ້ອມພົງ ລາວອິນ

ໂຄງການພູມິທັດ ແລະ ຊີວິດການເປັນຢູ່ ໄດ້ໄຂຂື້ນທີ່ນະຄອນຫຼວງວຽງຈັນ

ກະຊວງກະສິກຳ ແລະ ປ່າໄມ້ ແລະ ທະນາຄານໂລກ ໄດ້ເປີດຕົວໂຄງການພູມິທັດ ແລະ ຊີວິດການເປັນຢູ່ຂື້ນທີ່ນະຄອນຫຼວງວຽງຈັນ ໃນວັນພະຫັດ, ທີ 5 ສິງຫາ ທີ່ຜ່ານມາ ດ້ວຍງົບປະມານຈຳນວນ 57 ລ້ານໂດລາ ສະຫະລັດ. ໂຄງການດັ່ງກ່າວ ຈະເປັນການສ້າງວຽກເຮັດງານທຳ ແລະ ລາຍຮັບຢູ່ເຂດຫ່າງໄກສອກຫຼີກ ໂດຍການສົ່ງເສີມການລົງທຶນໃນສິ່ງແວດລ້ອມແບບຍືນຍົງ ແລະ ການບໍລິຫານພູມິທັດ ແລະ ປ່າໄມ້ຢ່າງມີຄວາມຮັບຜິດຊອບ ແລະ ການອະນຸລັກທຶນຮອນທາງທຳມະຊາດຂອງ ສປປ ລາວ. ໂຄງການດັ່ງກ່າວຈະມີການດຳເນີນເປັນເວລາທັງໝົດ 6 ປີ ນັບແຕ່ ປີ 2021 ເຖິງ 2027.  ອ່ານຕໍ່ທີ່ນີ້  ...

Advertorial Desk

ກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດໄດ້ໄຂຂື້ນໃຫ້ມີການໂຕ້ວາທີກ່ຽວກັບວາລະແຫ່ງຊາດ

ກອງປະຊຸມສະໄໝວິສາມັນເທື່ອທຳອິດຂອງສະພາແຫ່ງຊາດ ຊຸດທີ 9 ໄດ້ເລິ່ມຂຶ້ນໃນວັນພະຫັດ ເພື່ອປຶກສາຫາລືມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານການເງິນ ແລະ ເສດຖະກິດ; ສະກັດກັ້ນບັນຫາຢາເສບຕິດ. ທ່ານນາຍົກລັດຖະມົນຕີໄດ້ໃຫ້ ຄຳໝັ້ນສັນຍາວ່າລັດຖະບານຈະຕ້ອງຕັດສິນໃຈ, ມີຄວາມໂປ່ງໃສ ແລະ ເປັນມືອາຊີບໃນການຈັດຕັ້ງປະຕິບັດວາລະ ແລະ ແກ້ໄຂບັນຫາດັ່ງກ່າວ.ອ່ານຕໍ່ທີ່ນີ້   ...

ສຸກສາຄອນ ແວ່ນແກ້ວ

ລາວ, ສະວິດເຊີແລນລົງນາມຂໍ້ຕົກລົງເພື່ອເສີມຂະຍາຍສາຍພົວພັນຮ່ວມມືເຂັ້ມແຂງ

ລາວ ແລະ ສະວິດເຊີແລນ ໄດ້ລົງນາມໃນຂໍ້ຕົກລົງເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືອັນຍາວນານ ລະຫວ່າງສອງຝ່າຍ, ໃນລະຫວ່າງການຢ້ຽມຢາມລາວເປັນທາງການເປັນເວລາສອງມື້ຂອງທ່ານ Ignazio Cassis ຮອງປະທານປະເທດ. ສັນຍາດັ່ງກ່າວມີຈຸດປະສົງເພື່ອລົງເລິກການຮ່ວມມືໃນຂົງເຂດວຽກເຮັດງານທໍາ ແລະ ການຝຶກອົບຮົມວິຊາຊີບ, ກະສິກໍາ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ, ການປ່ຽນແປງດິນຟ້າອາກາດ, ການປົກຄອງ ແລະ ການມີສ່ວນຮ່ວມຂອງພົນລະເມືອງ, ແລະການຊ່ວຍເຫຼືອດ້ານມະນຸດສະທໍາ. ພາຍໃຕ້ຂໍ້ຕົກລົງ, ທັງສອງຝ່າຍໃຫ້ຄຳໝັ້ນສັນຍາເຄົາລົບຫຼັກການປະຊາທິປະໄຕ ແລະ ສິດພື້ນຖານ, ເປົ້າພັດທະນາແບບຍືນຍົງໃນປີ 2030ອ່ານຕໍ່ທີ່ນີ້  ...

ຜູ້ລາຍງານຂ່າວທາມສ໌

ບັນດາໝູ່ບ້ານຖືກນໍ້າຖ້ວມສາເຫດຍ້ອນຝົນຕົກໜັກຢູ່ສອງແຂວງ

ລະດັບແມ່ນ້ຳໄດ້ເພິ່ມຂື້ນ ແລະ ຖ້ວມບັນດາຜົນລະປູກ, ທົ່ງນາ, ສວນ, ໜອງປາ ແລະ ເຮືືອນປະຊາຊົນ ພາຍຫຼັງຝົນຕົກໜັກເປັນເວລາສາມວັນຢູ່ບັນດາສອງແຂວງທາງພາກເໜືອ. ສອງຕົວເມືອງ ແລະ ເຂດເສດຖະກິດພິເສດບໍເຕັນ ແຂວງຫຼວງນ້ຳທາແມ່ນເຂດທີ່ໄດ້ຮັບຜົນກະທົບໜັກກ່ວາໝູ່. ອ່ານເພິ່ມເຕີມ  ...

ຜູ້ລາຍງານຂ່າວທາມສ໌

ການລາດຕະເວນຊາຍແດນຕາມລຳແມ່ນ້ຳຂອງທີ່ແຂວງຈຳປາສັກ ແລະ ສະຫວັນນະເຂດ

ໄດ້ມີການລາດຕະເວນຊາຍແດນຕາມລຳແມ່ນ້ຳຂອງຂື້ນ ທີ່ແຂວງຈຳປາສັກ ແລະ ສະຫວັນນະເຂດ ເພື່ອປ້ອງກັນຄົນເດີນທາງເຂົ້າມາປະເທດລາວແບບຜິດກົດໝາຍຈາກປະເທດໄທ ພາຍຫຼັງທີ່ມີການກວດພົບຜູ້ຕິດເຊື້ອໂຄວິດ-19. ສປປ ລາວ ໄດ້ກວດພົບຕົວເລກຈຳນວນຜູ້ຕິດເຊື້ອຈາກການນຳເຂົ້າສູງນັບແຕ່ຕົ້ນເດືອນນີ້ເປັນຕົ້ນມາ. ມີຫຼາຍກໍລະນີຕິດເຊື້ອໃໝ່ທີ່ມາຈາກບັນດາແຮງງານລາວທີ່ກັບມາຈາກປະເທດໄທ. ໃນວັນທີ 12 ກໍລະກົດ, ໄດ້ກວດພົບທັງໝົດ 106 ກໍລະນີຜູ້ຕິດເຊື້ອໃໝ່ ຊຶ່ງຕົວເລກລວມທັງໝົດປັດຈຸບັນແມ່ນສູງເຖິງ 2,825 ຄົນ. ອ່ານລາຍລະອຽດເພິ່ມເຕີມ ...

ຜູ້ລາຍງານຂ່າວທາມສ໌

ລັດຖະບານຮັບຮອງເສັ້ນທາງດ່ວນ ບໍ່ແກ້ວ-ບໍເຕັນເຊື່ອມຕໍ່ປະເທດຈີນ ແລະ ໄທ

ການກໍ່ສ້າງເສັ້ນທາງດ່ວນຍາວ 176.3 ກິໂລແມັດ ຄາດສຳເລັດດ້ວຍຄ່າໃຊ້ຈ່າຍຈຳນວນ 3.8 ຕື້ໂດລາສະຫະລັດ ໂດຍໄດ້ອຳນວຍໃຫ້ບັນດາພາຫະນະຜ່ານດ້ວຍຄວາມໄວ 80 ກມ ຕໍ່ຊົ່ວໂມງ ແລະ ທັງຍັງຫຼຸດໄລຍະເວລາການເດີນທາງ ຈາກ ບໍເຕັນ ແລະ ຫ້ວຍຊາຍ ຊຶ່ງໃຊ້ເວລາພຽງແຕ່ ຊົ່ວໂມງເຄິ່ງ. ເສັ້ນທາງດ່ວນມີທັງໝົດ 4 ສັດສ່ວນດ້ວຍຄວາມຍາມ 440 ກມ. ສັດສ່ວນທຳອິດເລິ່ມຈາກເມືອງວຽງຈັນ ແລະ ວັງວຽງ ຊຶ່ງໄດ້ຖືກເປີດນຳໃຊ້ແລ້ວຜ່ານມາ. ສັດສ່ວນທີ 2 ລະຫວ່າງ ເມືອງວັງວຽງ ແລະ ແຂວງຫຼວງພະບາງ, ສັດສ່ວນທີ 3 ຈາກແຂວງຫຼວງພະບາງ ເຖິງ ອຸດົມໄຊ, ແລະ ສັດສ່ວນທີ 4 ແມ່ນຈາກແຂວງອຸດົມໄຊ ຫາ ຊາຍແດນຈີນ. ສືບຕໍ່ອ່ານລາຍລະອຽດ  ...

ຜູ້ລາຍງານຂ່າວທາມສ໌

ສປປ ລາວ ພົບຜູ້ຕິດເຊື້ອສາຍພັນເດລຕ້າ ເປັນກໍລະນີທຳອິດ

ໃນ 6 ກໍລະນີໃໝ່ຕາມການລາຍງານຢູ່ແຂວງ ຈຳປາສັກ, ສາມຄົນທີ່ກັບຄືນມາຈາກປະເທດໄທ ໄດ້ກວດພົບເຊື້ອໂຄວິດ-19 ສາຍພັນ Delta, ຕາມການລາຍງານຂອງໜ່ວຍງານສະເພາະກິດແຫ່ງຊາດ ໄດ້ປະກາດໃນວັນພຸດ. ການກະຈາຍຂອງເຊື້ອ Delta ສ້າງຄວາມວິຕົກກັງວົນໃນທົ່ວໂລກຍ້ອນເປັນສາເຫດໃຫ້ເສຍຊີວິດຢ່າງໄວວາ, ໄວເຖິງ 40 ເປີເຊັນ ທຽບກັບສາຍພັນ Alpha.ສືບຕໍ່ອ່ານ  ...

ເພັດໂພໄຊ ແສງປະເສີດ

ຊາວປະມົງຮຽກຮ້ອງໃຫ້ແກ້ໄຂບັນຫາມົນລະພິດທາງນ້ຳ

ບັນດາສະມາຊິກຂອງຊຸມຊົນຊາວປະມົງຢູ່ບ້ານນາຊັບ, ເມືອງນາຊາຍທອງ, ແຂວງວຽງຈັນ ໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງ ແກ້ໄຂບັນຫາການຖິ້ມຂີ້ເຫຍື່ອມູນສັດໃນແມ່ນ້ຳຄອນ ເຊິ່ງເປັນສາເຫດເປັນໄພຂົ່ມຂູ່ຕໍ່ການຫາປາ. ແມ່ນ້ຳທີ່ເປັນມົນລະພິດ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນ ຈຳນວນ 1,648 ຄົນ ທີ່ອາໃສການຫາປາເພື່ອລ້ຽງຊີບ ແລະ ຍັງເປັນໄພຂົ່ມຂູ່ຕໍ່ການຈະເລີນເຕີບໂຕຂອງປາບາງປະເພດ. ບັນດາຕົວແທນຂອງໝູ່ບ້ານນັ້ນ ເວົ້າວ່າກິ່ນ ແລະ ສິ່ງເປິເປື້ອນດັ່ງກ່າວ ໄດ້ເລີ່ມຕົ້ນໃນປີ 2019 ແລະ ຮ້າຍແຮງຂື້ນໃນປີນີ້. Read more.  ...

ຜູ້ລາຍງານຂ່າວທາມສ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

m8mLu
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!