ການລາດຕະເວນຊາຍແດນຕາມລຳແມ່ນ້ຳຂອງທີ່ແຂວງຈຳປາສັກ ແລະ ສະຫວັນນະເຂດ

ໄດ້ມີການລາດຕະເວນຊາຍແດນຕາມລຳແມ່ນ້ຳຂອງຂື້ນ ທີ່ແຂວງຈຳປາສັກ ແລະ ສະຫວັນນະເຂດ ເພື່ອປ້ອງກັນຄົນເດີນທາງເຂົ້າມາປະເທດລາວແບບຜິດກົດໝາຍຈາກປະເທດໄທ ພາຍຫຼັງທີ່ມີການກວດພົບຜູ້ຕິດເຊື້ອໂຄວິດ-19. ສປປ ລາວ ໄດ້ກວດພົບຕົວເລກຈຳນວນຜູ້ຕິດເຊື້ອຈາກການນຳເຂົ້າສູງນັບແຕ່ຕົ້ນເດືອນນີ້ເປັນຕົ້ນມາ. ມີຫຼາຍກໍລະນີຕິດເຊື້ອໃໝ່ທີ່ມາຈາກບັນດາແຮງງານລາວທີ່ກັບມາຈາກປະເທດໄທ. ໃນວັນທີ 12 ກໍລະກົດ, ໄດ້ກວດພົບທັງໝົດ 106 ກໍລະນີຜູ້ຕິດເຊື້ອໃໝ່ ຊຶ່ງຕົວເລກລວມທັງໝົດປັດຈຸບັນແມ່ນສູງເຖິງ 2,825 ຄົນ. 

ອ່ານລາຍລະອຽດເພິ່ມເຕີມ…

ຜູ້ລາຍງານຂ່າວທາມສ໌