ວຽງຈັນທາມສ໌

ທາງດ່ວນເສັ້ນໃໝ່ເຊື່ອມຕໍ່ສູ່ສະໜາມບິນສາກົນບໍ່ແກ້ວ

ອຳນາດການປົກຄອງແຂວງບໍ່ແກ້ວ ກໍາລັງກວດກາການກໍ່ສ້າງເສັ້ນທາງແປດເລນ ລະຫວ່າງເຂດເສດຖະກິດພິເສດສາມຫຼ່ຽມທອງຄຳ ຫາ ສະໜາມບິນສາກົນບໍ່ແກ້ວ. ຖະ​ໜົນມີ​ຊື່​ວ່າ​ທຽນ​ລອງ, ປະຈຸ​ບັນ​ແມ່ນ​ໄດ້​ຮັບ​ການ​ປູ​ຢາງ, ຕາມ​ການ​ລາຍ​ງານ​ຂອງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມ​ຫຼ່ຽມ​ຄຳ. ປະຈຸບັນເສັ້ນທາງດັ່ງກ່າວເປັນເສັ້ນທາງຫຼັກເຊື່ອມຕໍ່ໃຈກາງເມືອງໄປຫາສະໜາມບິນ ແລະ ໃກ້ຈະສຳເລັດແລ້ວ.ອ່ານເພິ່ມເຕີມ  ...

ຜູ້ລາຍງານຂ່າວທາມສ໌

ກະຊວງເປີດໄຟຂຽວໃຫ້ແກ່ການຂຸດຄົ້ນແຮ່ທອງຄຳ

ລັດຖະບານ​ໄດ້​ອະນຸຍາດ​ໃຫ້​ບໍລິສັດ​ທ້ອງ​ຖິ່ນ​ຂຸດ​ຄົ້ນ​ແຮ່​ຄຳ​ໃນ​ເນື້ອ​ທີ່ 18.28 ຕາ​ແມັດ ​ເປັນໄລຍະເວລາ 20 ປີ. ບໍລິສັດ ຈະລົງທຶນ ປະມານ 46 ລ້ານ ໂດລາ ສະຫະລັດ ໃນການດໍາເນີນການຂຸດຄົ້ນບໍ່ແຮ່ ແລະ ກໍ່ສ້າງໂຮງງານ ທີ່ໄດ້ມາດຕະຖານສາກົນ ຢູ່ໃນບໍລິເວນ ດັ່ງກ່າວ. ບໍລິສັດໄດ້ຈ່າຍເງິນໃຫ້ລັດຖະບານ 2 ລ້ານໂດລາສະຫະລັດ ເປັນຄ່າທຳນຽມລ່ວງໜ້າຂອງໂຄງການ ແລະ ຊ່ວຍເຫຼືອໂຄງການກໍ່ສ້າງເສັ້ນທາງ 48 ກິໂລແມັດ ຈາກເມືອງຄຳ ແຂວງຊຽງຂວາງ ຫາ ເມືອງຮ້ຽມ ແຂວງຫົວພັນ ມູນຄ່າ 24 ຕື້ກວ່າກີບ. ອ່ານເພິ່ມ  ...

ຜູ້ລາຍງານຂ່າວທາມສ໌

ໜ່ວຍງານປະຕິບັດການທາງລົດໄຟສະເໜີໃຫ້ລັດຖະບານຊ່ວຍແກ້ໄຂຫຼາຍບັນຫາ

ບໍລິສັດ ທາງລົດໄຟ ລາວ-ຈີນ ຈຳກັດ (LCRC) ໄດ້ຊີ້ແຈງຫຼາຍບັນຫາ ທີ່ລັດຖະບານຕ້ອງແກ້ໄຂ ກ່ຽວກັບການດຳເນີນງານທາງລົດໄຟ ເຊິ່ງບັນຫາດັ່ງກ່າວ ໄດ້ຍົກຂຶ້ນໃນການຢ້ຽມຢາມ ຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ. ບໍລິສັດຍັງໄດ້ສະເໜີໃຫ້ທະນາຄານແຫ່ງ ສປປ ລາວ ຈັດສັນການຂາຍປີ້ລົດໄຟ, ຄ່າຂົນສົ່ງ ແລະ ຄ່າທຳນຽມອື່ນໆທີ່ຈ່າຍເປັນເງິນຕາຕ່າງປະເທດ, ໃຫ້ອີງໃສ່ອັດຕາແລກປ່ຽນຕະຫຼາດ. LCRC ຍັງໄດ້ຮຽກຮ້ອງໃຫ້ລັດຖະບານຕ້ານການໂຄສະນາທີ່ບໍ່ດີກ່ຽວກັບທາງລົດໄຟເຊັ່ນດຽວກັນກັບການຊ່ວຍເຫຼືອໃນບັນຫາອື່ນໆ.ອ່ານເພິ່ມເຕີມ  ...

ຜູ້ລາຍງານຂ່າວທາມສ໌

ຫຼາຍປະເທດນຳໃຊ້ເສັ້ນທາງລົດໄຟລາວ-ຈີນຫຼາຍຂື້ນ ໃນການຂົນສົ່ງສິນຄ້າ

ບັນດາຜູ້ປະກອບການຈາກປະເທດໄທ, ຫວຽດນາມ, ກຳປູເຈຍ ແລະ ມຽນມາ ປັດຈຸບັນໄດ້ນຳໃຊ້ ເສັ້ນທາງລົດໄຟລາວ-ຈີນ ທັງນຳເຂົ້າ ແລະ ສົ່ງອອກສິນຄ້າຈາກຈີນ ແລະ ປະເທດອື່ນໆ. ປະເທດໄທໃນປັດຈຸບັນໄດ້ສົ່ງອອກເຂົ້າສານໃນຄັ້ງທຳອິດເປັນຈຳນວນ 1000 ໂຕນໄປຍັງເມືອງຊົງຊິງ, ປະເທດຈີນໂດຍຜ່ານເສັ້ນທາງລົດໄຟດັ່ງກ່າວ. ການຂົນສົ່ງສິນຄ້າທາງທະເລ ຈາກປະເທດອາຊຽນໄປຍັງບັນດາປະເທດເອີຣົບຈະໃຊ້ເວລາສັ້ນລົງ ຈາກປົກະຕິ 45 ວັນ ເປັນ 10 ວັນ/ຖ້ຽວ. ອ່ານເພິ່ມເຕີມ..  ...

ສົມສັກ ປ້ອງຂາວ

ພິທີເຊັນສັນຍາການສຳປະທານທ່າໂຄກທີ່ເມືອງທ່າແຂກ

ໃນວັນສຸກຜ່ານມາ ລັດຖະບານລາວ ແລະ ບໍລິສັດ ທ່າແຂກທ່າໂຄກ ຈຳກັດ ໄດ້ລົງນາມໃນສັນຍາສຳປະທານ 30 ປີ ໃນໂຄງການ ທ່າໂຄກຢູ່ເມືອງທ່າແຂກ. ​ໂຄງການດັ່ງກ່າວ​ຕັ້ງ​ຢູ່​ຂ້າງ​ຂົວ​ມິດຕະພາບ​ລາວ-​ໄທ​ແຫ່ງ​ທີ 3 ​ຂອງແຂວງ​ຄຳ​ມ່ວນ ມີ​ມູນ​ຄ່າ 15,7 ລ້ານ​ໂດ​ລາ​ສະຫະລັດ. ບໍລິສັດດັ່ງກ່າວມີເປົ້າໝາຍເພື່ອພັດທະນາທ່າເຮືອໂຄກຢູ່ທີ່ທ່າແຂກ ໃຫ້ກາຍເປັນປະຕູສູ່ສິນຄ້າສາກົນ ແລະ ເຮັດໃຫ້ລາວກາຍເປັນສູນບໍລິການຂົນສົ່ງສິນຄ້າຂອງພາກພື້ນ ແລະ ສາກົນ ໂດຍຜ່ານດ່ານຊາຍແດນຄໍາມ່ວນ.ອ່ານເພິ່ມເຕີມ   ...

ໜ່ວຍງານໂຄສະນາ

​​ທາງ​ລົດ​ໄຟ​ຈະເລິ່ມຂົນ​ສົ່ງ​ຜູ້​ໂດຍ​ສານ ແລະ ໃຫ້ການ​ບໍ​ລິ​ການ​ສິນ​ຄ້າ ​ໃນ​ວັນ​ທີ 3 ທັນ​ວາ​ນີ້

ພິທີເປີດເສັ້ນທາງລົດໄຟ ລາວ-ຈີນ ຈະເລີ່ມໃຫ້ບໍລິການ ຂົນສົ່ງທັງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າໃນວັນທີ 3 ທັນວານີ້. ປັດຈະບັນການທົດສອບທັງໝົດຂອງທາງລົດໄຟໄດ້ສຳເລັດແລ້ວ ແລະ ລົດໄຟພ້ອມແລ້ວທີ່ຈະໃຫ້ບໍລິການໃນວັນສຸກທີ່ຈະມາຮອດນີ້ ອ່ານເພິ່ມເຕີມ  ...

ຜູ້ລາຍງານຂ່າວທາມສ໌

ໂຄງການໃໝ່ເພື່ອສ້າງຄວາມເຂັ້ມແຂງໃນການຄຸ້ມຄອງສະຖາບັນການສຶກສາ

ລາວ ແລະ ອາເມລິກາ ກະກຽມສ້າງຄວາມເຂັ້ມແຂງດ້ານການຈັດການ, ການບໍລິຫານຄວາມສາມາດທາງດ້ານເຕັກນິກໃຫ້ແກ່ສະຖາບັນການສຶກສາ ເພື່ອທີ່ສາມາດປະກອບສ່ວນຢ່າງມີປະສິດທິຜົນໃຫ້ແກ່ການພັດທະນາສັງຄົມ-ເສດຖະກິດໃນປະເທດລາວ. ພາຍໃຕ້ການເຊັນບົດບັນທຶກຄວາມເຂົ້າໃຈ, ໂຄງການການດັ່ງກ່າວຈະມີການອອກແບບ ແລະ ພັດທະນາບັນດາຫຼັກສູດການຝຶກອົບຮົມຕ່າງໆ ເພື່ອໃຫ້ແທດເໝາະກັບຄວາມຕ້ອງການຂອງນັກຮຽນແລະຄູອາຈານຢູ່ສະຖາບັນມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສະຫວັນນະເຂດ ແລະ ມະຫາວິທະຍາໄລຈຳປາສັກ. ອ່ານເພິ່ມເຕີມ...  ...

ຜູ້ລາຍງານຂ່າວທາມສ໌

ເປີດໂຕໂຄງການປູກພືດທົດແທນການປູກຝິ່ນ

ພິມີເປີດໂຄງການລາວ-ຈີນທີ່ຈະຊຸກຍູ້ໃຫ້ປະຊາຊົນຢູ່ແຂວງຜົ້ງສາລີ ປູກພືດກະສິກໍາແທນການປູກຝິ່ນ, ດ້ວຍມູນຄ່າການລົງທຶນປະມານ 161 ລ້ານຢວນ. ຂໍ້ຕົກລົງກ່ຽວກັບໂຄງການດັ່ງກ່າວໄດ້ລົງນາມກັນໃນອາທິດແລ້ວນີ້ຢູ່ທີ່ບ້ານແສວໃຈ, ເມືອງຍອດອູ, ລະຫວ່າງແຂວງຫົວພັນ ແລະ ບໍລິສັດຈີນ. ໂຄງການດັ່ງກ່າວຈະດໍາເນີນໄປເປັນເວລາ 30 ປີນັບແຕ່ມື້ລົງນາມ, ໂດຍບໍລິສັດຈີນຈະເຮັດວຽກຮ່ວມກັບປະຊາຊົນທ້ອງຖິ່ນໃນການປູກພືດ.ອ່ານເພິ່ມເຕີມ  ...

ຜູ້ລາຍງານຂ່າວທາມສ໌

ຂົວມິດຕະພາບລາວ-ໄທ ແຫ່ງທີ່ 5 ສຳເລັດແລ້ວ 14 ເປີເຊັນ

ການກໍ່ສ້າງຂົວມິດຕະພາບລາວ-ໄທ ເຊື່ອມຕໍ່ລະຫວ່າງແຂວງບໍລິຄຳໄຊ ເຖິງ ແຂວງບຶງການປະເທດໄທ ໂດຍຜ່ານແມ່ນ້ຳຂອງສຳເລັດແລ້ວ 14.42 ເປີເຊັນ. ໂຄງການຈະສຳເລັດໃນປີ 2023, ຊຶ່ງຈະເຮັດໃຫ້ແຂວງບໍລິຄຳໄຊ ກາຍເປັນຈຸດເຊື່ອມຕໍ່ທາງການຄ້າທີ່ໃຫຍ່ ເຊື່ອມຕໍ່ລະຫວ່າງລາວ, ໄທ ແລະ ຫວຽດນາມດ້ວຍໃນລະທາງ 150 ກິໂລແມັດ ຊຶ່ງຈະເປັນໄລຍະທາງທີ່ສັ້ນທີ່ສຸດຂອງການເຊື່ອມຕໍ່ລະຫວ່າງສາມປະເທດ. ອ່ານຕໍ່ທີ່ນີ້  ...

ປ້ອມພົງ ລາວອິນ

ທະນາຄານໂລກເນັ້ນໃຫ້ເຫັນໂອກາດ ແລະ ສິ່ງທ້າທາຍຕ່າງໆຕໍ່ເສດຖະກິດລາວ

ເສດຖະກິດຂອງລາວຄາດວ່າຈະຟື້ນຕົວຢ່າງຕໍ່ເນື່ອງໃນໄລຍະກາງ, ແຕ່ການຂະຫຍາຍຕົວຈະຍັງຕໍ່າກວ່າລະດັບກ່ອນເກີດພະຍາດລະບາດຢູ່ໃນລະດັບ 4,5 ສ່ວນຮ້ອຍໃນປີ 2022. ຄາດວ່າເສດຖະກິດລາວຈະຂະຫຍາຍຕົວຢູ່ໃນລະດັບ 3,6 ສ່ວນຮ້ອຍ, ຫຼຸດລົງຈາກການເຕີບໂຕ 4 ສ່ວນຮ້ອຍທີ່ຄາດການໄວ້ໃນເດືອນມີນາ 2021.ຄວາມສ່ຽງຕົ້ນຕໍທີ່ສາມາດຂັດຂວາງການຂະຫຍາຍຕົວຂອງເສດຖະກິດຢູ່ໃນລາວລວມມີການເຕີບໂຕຊ້າລົງຕໍ່ກັບຄູ່ຮ່ວມມື ແລະ ການຊັກຊ້າໃນການເຜີຍແຜ່ໂຄງການສັກຢາກັນພະຍາດຢູ່ໃນພາກພື້ນດ້ວຍມາດຕະການການລະບາດຂອງຊຸມຊົນ ລວມໄປເຖິງບັນຫາສະພາບຄ່ອງຂອງເງິນຕາຕ່າງປະເທດ ທີ່ຍັງມີໜີ້ສິນແຫ່ງຊາດຍັງຄົງສູງຢູ່. ອ່ານເພິ່ມເຕີມ   ...

ສົມສັກ ປ້ອງຂາວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

zRrNZ
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!