News

ໂຄງການພູມິທັດ ແລະ ຊີວິດການເປັນຢູ່ ໄດ້ໄຂຂື້ນທີ່ນະຄອນຫຼວງວຽງຈັນ

ກະຊວງກະສິກຳ ແລະ ປ່າໄມ້ ແລະ ທະນາຄານໂລກ ໄດ້ເປີດຕົວໂຄງການພູມິທັດ ແລະ ຊີວິດການເປັນຢູ່ຂື້ນທີ່ນະຄອນຫຼວງວຽງຈັນ ໃນວັນພະຫັດ, ທີ 5 ສິງຫາ ທີ່ຜ່ານມາ ດ້ວຍງົບປະມານຈຳນວນ 57 ລ້ານໂດລາ ສະຫະລັດ. ໂຄງການດັ່ງກ່າວ ຈະເປັນການສ້າງວຽກເຮັດງານທຳ ແລະ ລາຍຮັບຢູ່ເຂດຫ່າງໄກສອກຫຼີກ ໂດຍການສົ່ງເສີມການລົງທຶນໃນສິ່ງແວດລ້ອມແບບຍືນຍົງ ແລະ ການບໍລິຫານພູມິທັດ ແລະ ປ່າໄມ້ຢ່າງມີຄວາມຮັບຜິດຊອບ ແລະ ການອະນຸລັກທຶນຮອນທາງທຳມະຊາດຂອງ ສປປ ລາວ. ໂຄງການດັ່ງກ່າວຈະມີການດຳເນີນເປັນເວລາທັງໝົດ 6 ປີ ນັບແຕ່ ປີ 2021 ເຖິງ 2027.  ອ່ານຕໍ່ທີ່ນີ້  ...

Advertorial Desk

ທະນາຄານໂລກ: ສະພາບແວດລ້ອມໃນການດຳເນີນທຸລະກິດທີ່ດີ ມີຄວາມສຳຄັນຕໍ່ການຮັກສາຄວາມເຂັ້ມແຂງໃນການຂະຫຍາຍຕົວຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ການລົງເລິກດ້ານການປະຕິຮູບເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ, ຄວາມກ້າວໜ້າໃນການເຊື່ອມຕໍ່ກັບປະເທດເພື່ອນບ້ານ ແລະ ການສົ່ງເສີມຜະລິດຕະພາບຂອງຫົວໜ່ວຍທຸລະກິດພາຍໃນ ແມ່ນສິ່ງຈຳເປັນໃນການຮັກສາຄວາມເຂັ້ມແຂງຂອງການຂະຫຍາຍຕົວຂອງລາວ.ນີ້ແມ່ນຂໍ້ຄວາມຈາກບົດລາຍງານຂອງທະນາຄານໂລກທີ່ມີຊື່ວ່າ ‘ການເຮັດທຸລະກິດໃນ ສປປ ລາວ (Doing business in the Lao PDR)’ ທີ່ເຜີຍແຜ່ທາງເວັບໄຊຂອງອົງກອນ.ເຖິງວ່າປະເທດລາວຈະມີການຂະຫຍາຍຕົວທາງດ້ານເສດຖະກິດທີ່ກ້າວກະໂດດໃນໄລຍະ 25 ປີທີ່ຜ່ານມາ, ການຂະຫຍາຍຕົວດັ່ງກ່າວເຮັດໃຫ້ອັດຕາຄວາມທຸກຍາກຫຼຸດລົງ, ແຕ່ວ່າມັນຍັງຢູ່ໃນວົງທີ່ຈຳກັດ ແລະ ຄວາມບໍ່ສະເໝີພາບໃນສັງຄົມກໍເພີ່ມສູງຂຶ້ນ, ຕາມບົດລາຍງານດັ່ງກ່າວ.ການຂະຫຍາຍຕົວໃນຊຸມປີທີ່ຜ່ານມາສ່ວນໃຫຍ່ແມ່ນອີງໃສ່ຊັບພະຍາກອນທຳມະຊາດ, ໂຄງການພັດທະນາພື້ນຖານໂຄງລ່າງຂະໜາດໃຫຍ່ ແລະ ການໃຊ້ຈ່າຍໃນຂະແໜງການຂອງລັດ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

BuFJJ
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!