ທະນາຄານໂລກ: ສະພາບແວດລ້ອມໃນການດຳເນີນທຸລະກິດທີ່ດີ ມີຄວາມສຳຄັນຕໍ່ການຮັກສາຄວາມເຂັ້ມແຂງໃນການຂະຫຍາຍຕົວຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ການລົງເລິກດ້ານການປະຕິຮູບເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ, ຄວາມກ້າວໜ້າໃນການເຊື່ອມຕໍ່ກັບປະເທດເພື່ອນບ້ານ ແລະ ການສົ່ງເສີມຜະລິດຕະພາບຂອງຫົວໜ່ວຍທຸລະກິດພາຍໃນ ແມ່ນສິ່ງຈຳເປັນໃນການຮັກສາຄວາມເຂັ້ມແຂງຂອງການຂະຫຍາຍຕົວຂອງລາວ.

ນີ້ແມ່ນຂໍ້ຄວາມຈາກບົດລາຍງານຂອງທະນາຄານໂລກທີ່ມີຊື່ວ່າ ‘ການເຮັດທຸລະກິດໃນ ສປປ ລາວ (Doing business in the Lao PDR)’ ທີ່ເຜີຍແຜ່ທາງເວັບໄຊຂອງອົງກອນ.

ເຖິງວ່າປະເທດລາວຈະມີການຂະຫຍາຍຕົວທາງດ້ານເສດຖະກິດທີ່ກ້າວກະໂດດໃນໄລຍະ 25 ປີທີ່ຜ່ານມາ, ການຂະຫຍາຍຕົວດັ່ງກ່າວເຮັດໃຫ້ອັດຕາຄວາມທຸກຍາກຫຼຸດລົງ, ແຕ່ວ່າມັນຍັງຢູ່ໃນວົງທີ່ຈຳກັດ ແລະ ຄວາມບໍ່ສະເໝີພາບໃນສັງຄົມກໍເພີ່ມສູງຂຶ້ນ, ຕາມບົດລາຍງານດັ່ງກ່າວ.

ການຂະຫຍາຍຕົວໃນຊຸມປີທີ່ຜ່ານມາສ່ວນໃຫຍ່ແມ່ນອີງໃສ່ຊັບພະຍາກອນທຳມະຊາດ, ໂຄງການພັດທະນາພື້ນຖານໂຄງລ່າງຂະໜາດໃຫຍ່ ແລະ ການໃຊ້ຈ່າຍໃນຂະແໜງການຂອງລັດ.

ອ່ານຕໍ່…

ທີມຂ່າວວຽງຈັນທາມສ໌