News
ລົດໄຟຂົນສົ່ງສິນຄ້າສາມປະເທດ ຈະແລ່ນຜ່ານມາເລເຊຍ, ໄທ ແລະ ລາວ
ລົດໄຟຂົນສົ່ງສິນຄ້າສາມປະເທດ ຫຼື ລົດໄຟດ່ວນອາຊຽນ ລະຫວ່າງມາເລເຊຍ, ໄທ ແລະ ລາວ ຈະເລີ່ມໃຫ້ບໍລິການໃນເດືອນຕຸລາປີນີ້. ທາງລົດໄຟຢູ່ມາເລເຊຍຍັງຈະເຊື່ອມຕໍ່ໄປຍັງແຂວງຕ່າງໆຂອງຈີນເຊັ່ນຄຸນໝິງ, ເມືອງເສີງຕູ່ ແລະ ໄປສູ່ເມືອງຈົງກິ່ງໂດຍຜ່ານສະຖານີທ່ານາແລ້ງ, ນະຄອນຫຼວງວຽງຈັນ. ພາຍໃນ 72 ຊົ່ວໂມງ, ລົດໄຟຂົນສົ່ງສິນຄ້າເດີນທາງ 2,206 ກິໂລແມັດ ຈາກມາເລເຊຍ ມາຮອດລາວ.ອ່ານເພິ່ມເຕີມ ...
ມະນີພອນ ວົງພະຈັນ
ລັດຖະບານຮັບຮອງເສັ້ນທາງດ່ວນ ບໍ່ແກ້ວ-ບໍເຕັນເຊື່ອມຕໍ່ປະເທດຈີນ ແລະ ໄທ
ການກໍ່ສ້າງເສັ້ນທາງດ່ວນຍາວ 176.3 ກິໂລແມັດ ຄາດສຳເລັດດ້ວຍຄ່າໃຊ້ຈ່າຍຈຳນວນ 3.8 ຕື້ໂດລາສະຫະລັດ ໂດຍໄດ້ອຳນວຍໃຫ້ບັນດາພາຫະນະຜ່ານດ້ວຍຄວາມໄວ 80 ກມ ຕໍ່ຊົ່ວໂມງ ແລະ ທັງຍັງຫຼຸດໄລຍະເວລາການເດີນທາງ ຈາກ ບໍເຕັນ ແລະ ຫ້ວຍຊາຍ ຊຶ່ງໃຊ້ເວລາພຽງແຕ່ ຊົ່ວໂມງເຄິ່ງ. ເສັ້ນທາງດ່ວນມີທັງໝົດ 4 ສັດສ່ວນດ້ວຍຄວາມຍາມ 440 ກມ. ສັດສ່ວນທຳອິດເລິ່ມຈາກເມືອງວຽງຈັນ ແລະ ວັງວຽງ ຊຶ່ງໄດ້ຖືກເປີດນຳໃຊ້ແລ້ວຜ່ານມາ. ສັດສ່ວນທີ 2 ລະຫວ່າງ ເມືອງວັງວຽງ ແລະ ແຂວງຫຼວງພະບາງ, ສັດສ່ວນທີ 3 ຈາກແຂວງຫຼວງພະບາງ ເຖິງ ອຸດົມໄຊ, ແລະ ສັດສ່ວນທີ 4 ແມ່ນຈາກແຂວງອຸດົມໄຊ ຫາ ຊາຍແດນຈີນ. ສືບຕໍ່ອ່ານລາຍລະອຽດ ...
ຜູ້ລາຍງານຂ່າວທາມສ໌
ຈັດສັນແລວທາງດ່ວນເພື່ອເຊື່ອມຕໍ່ຈີນ, ລາວ, ໄທ
ແລວທາງດ່ວນໄດ້ມີຮັບການມອບໝາຍ ສຳລັບເສັ້ນທາງດ່ວນສາຍບໍ່ແຕນ-ຫ້ວຍຊາຍ ເພື່ອເຊື່ອມຕໍ່ຈີນໄປຫາໄທຜ່ານລາວ. ກະຊວງໂຍທາທິການແລະ ຂົນສົ່ງໄດ້ຈັດກອງປະຊຸມໃນວັນສຸກຜ່ານມາ ແລະ ອະນຸມັດການຄັດເລືອກແລວທາງ K ໄລຍະ 181 ກມ ຕັດຜ່ານດິນແດນລາວ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
