News

ຫວຽດນາມຊ່ວຍເຫຼືອການກໍ່ສ້າງໂຮງຮຽນຢູ່ແຂວງເຊກອງ 8 ຕື້ກີບ

ລັດຖະບານຫວຽດນາມໄດ້ອະນຸມັດເງິນທຶນກວ່າ 8 ຕື້ກີບ (ໜຶ່ງລ້ານໂດລາສະຫະລັດ) ສຳລັບການກໍ່ສ້າງອາຄານໂຮງຮຽນທີ່ເມືອງດັກຈຶງ ແຂວງເຊກອງ ເພື່ອສົ່ງເສີມການພັດທະນາຊັບພະຍາກອນມະນຸດໃນລາວ.ອ່ານຕໍ່ ...

ວຽງຈັນທາມສ໌

ຍີ່ປຸ່ນຊ່ວຍເຫຼືອ 23.6 ຕື້ກີບໃນການພັດທະນາຊັບພະຍາກອນມະນຸດໃນລາວ

ໃນວັນສຸກທີ່ຜ່ານມາ ລັດຖະບານຍີ່ປຸ່ນໄດ້ຕົກລົງຊ່ວຍເຫຼືອດ້ານການພັດທະນາຊັບພະຍາກອນມະນຸດໃນລາວ ເປັນເງິນກວ່າ 23.6 ຕື້ກີບ (2.8 ລ້ານໂດລາສະຫະລັດ).ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ລາວ, ໄທ ຫາລືການຂະຫຍາຍການຮ່ວມມື ICT

ຜູ້ຕາງໜ້າລັດຖະບານລາວ ແລະ ໄທ ໄດ້ປະຊຸມທີ່ວຽງຈັນ ໃນວັນສຸກຜ່ານມາ ເພື່ອທົບທວນ ແລະ ຫາລືການພັດທະນາຂະແໜງການເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ  (ICT) ແລະ ນະວັດຕະກຳດິຈິຕອລ.ອ່ານຕໍ່ ...

ວຽງຈັນທາມສ໌

ລັດຖະບານເດີນໜ້າໃຊ້ໜີ້ສິນຂອງຊາດ

ລັດຖະບານຈະຄົ້ນຄວ້າວິທີການທີ່ເໝາະສົມ ເພື່ອໄກ່ເກ່ຍໜີ້ສິນຂອງຊາດແຕ່ນີ້ເຖິງ 2020, ໂດຍສະເພາະໃຫ້ແກ່ບັນດາບໍລິສັດທີ່ສຳເລັດການກໍ່ສ້າງໂຄງການລົງທຶນຂອງລັດ 100 ເປີເຊັນ. ບາດກ້າວດັ່ງກ່າວແມ່ນແນໃສ່ເພື່ອປັບປຸງການຊຳລະສະສາງໜີ້ສິນຂອງບໍລິສັດທີ່ກ່ຽວຂ້ອງ ເພື່ອໃຫ້ເຂົາເຈົ້າສາມາດດຳເນີນແຜນທຸລະກິດ ແລະ ປະກອນສ່ວນກະຕຸ້ນການຂະຫຍາຍຕົວດ້ານເສດຖະກິດ.ອ່ານຕໍ່ ...

ສົມສັກ ພົງຂາວ

ອົງການ FAO ຈະເຮັດວຽກໃນຂະແໜງການປັບຕົວຕໍ່ການປ່ຽນແປງຂອງສະພາບອາກາດໃນພຶ້ນທີ່ຊຸ່ມນ້ຳ ຂອງ ສປປ ລາວ

ອົງການ FAO ຈະເຮັດວຽກໃນຂະແໜງການປັບຕົວຕໍ່ສະພາບອາກາດໃນພຶ້ນທີ່ຊຸ່ມນ້ຳ ຂອງ ສປປ ລາວ. ລາວເປັນໜຶ່ງໃນປະເທດທີ່ມີພື້ນທີ່ຊຸ່ມນ້ຳຂະໜາດໃຫຍ່ຂອງໂລກ ທີ່ຕິດພັນກັບລະບົບແມ່ນ້ຳຂອງ. ລ້ອງແມ່ນ້ຳຂອງຄອບຄຸມ 88% ຂອງປະເທດ.ອ່ານຕໍ່ ...

ບັນນາທິການເດັບດິດຄອສ

ລັດຖະບານສົ່ງເສີມການປະຕິຮູບທີ່ຈຳເປັນເພື່ອການຄຸ້ມຄອງທີ່ມີປະສິດທິຜົນ

ລັດຖະບານຈະຈັດຕັ້ງປະຕິບັດການປະຕິຮູບດ້ານໂຄງສ້າງ ເພື່ອຮັບປະກັນປະສິດທິຜົນໃນການຄຸ້ມຄອງ ທັງຫຼຸດຜ່ອນການຮັບລັດຖະກອນໃໝ່ເພີ່ມເຕີມ. ແຜນດັ່ງກ່າວຈະມີການທົບທວນຄືນກົມກອງຂອງລັດຖະບານ, ຖ້າເຫັນວ່າບໍ່ມີໜ້າວຽກພຽງພໍປະຕິບັດ ຈະມີການເຊື່ອມພະນັກງານເຂົ້າກັບກົມກອງອື່ນ.ອ່ານຕໍ່ ...

ສົມສັກ ພົງຂາວ

ລະດັບນ້ຳຖ້ວມທີ່ຜົ້ງສາລີຫຼຸດຜ່ອນ, ການຊ່ວຍເຫຼືອໄດ້ດຳເນີນ

ປະຊາຊົນເມືອງຂົວ ແລະ ເມືອງຍອດອູ ແຂວງຜົ້ງສາລີ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເຫັນວ່າລະດັບນ້ຳຫຼຸດລົງ ເຜີຍໂສມວຽກງານອະນາໄມພື້ນທີ່ທີ່ຕ້ອງປະຕິບັດ. ເຈົ້າໜ້າທີ່ຮັບຜິດຊອບໄດ້ກ່າວວ່າ ປະຈຸບັນຜູ້ປະສົບໄພນ້ຳຖ້ວມໄດ້ຮັບການຊ່ວຍເຫຼືອຈາກອຳນາດການປົກຄອງແຂວງ.ອ່ານຕໍ່ ...

ວຽງຈັນທາມສ໌

ປີ 2021 ມີແຜນສ້າງສວນວັດທະນະທຳແຂວງຫຼວງນ້ຳທາ

ອຳນາດການປົກຄອງແຂວງຫຼວງນ້ຳທາເປີດໄຟຂຽວ ໃຫ້ບໍລິສັດເອກະຊົນທ້ອງຖິ່ນທຳການພັດທະນາສວນວັດທະນະທຳ ໃນພຶ້ນທີ່ 30 ເຮັກຕາ ຢູ່ບ້ານແປ ເມືອງຫຼວງນ້ຳທາ ເຊິ່ງຄາດວ່າຈຳສະເລັດໃນປີ 2021. ທ່ານ ສົມສະຫວາດ ນາມິນທາ ຫົວໜ້າຂະແໜງການທ່ອງທ່ຽວແຂວງຫຼວງນ້ຳທາ ໄດ້ຖະແຫຼງຜ່ານສຳນັກຂ່າວວຽງຈັນທາມສ໌ໃນວານນີ້ວ່າ ໂຄງການດັ່ງກ່າວ ມີມູນຄ່າ 129.2 ຕື້ກີບ (15.3 ລ້ານໂດລາສະຫະລັດ) ລົງທຶນໂດຍເອກະຊົນທ້ອງຖິ່ນ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ກິດຈະກຳແລ່ນຮາຟມາຣາທອນຫຼວງພະບາງ ເພື່ອຊ່ວຍເຫຼືອໂຮງໝໍເດັກ

ມີການກຽມການເຕັມຮູບແບບສຳລັບກິດຈະກຳ ແລ່ນເພື່ອເດັກ 2018: ຮາຟມາຣາທອນຫຼວງພະບາງ ເຊິ່ງຈະຈັດຂຶ້ນໃນວັນອາທິດທີ 21 ຕຸລາ ທີ່ເມືອງມໍລະດົກໂລກ. ກິດຈະກຳແລ່ນຮາຟມາຣາທອນຫຼວງພະບາງປະຈຳປີ ຄັ້ງທີ 6 ຈະເປັນກິດຈະກຳປິດທ້າຍຂອງງານກິດຈະກຳທ້າຍອາທິດ 19-21 ຕຸລານີ້. ອີງຕາມຜູ້ຮັບຜິດຊອບພິທີການ ງານການກຸສົນດັ່ງກ່າວຈະສົມທົບທຶນຊ່ວຍເຫຼືອໂຮງໝໍເດັກມິດຕະພາບ (LFHC), ເຊິ່ງກຳໄລທັງໝົດໃນງານຈະມອບເປັນທຶນສະໜັບສະໜູນ ສຳລັບການປິ່ນປົວຄົວເຈັບໃນໂຮງໝໍແບບບໍ່ເສຍຄ່າບໍລິການ ສຳລັບເດັກນ້ອຍລາວທຸກຄົນ.ອ່ານຕໍ່ ...

ວຽງຈັນທາມສ໌

ການກວດສອບຄືນໂຄງການລົງທຶນຂອງລັດ

ລັດຖະບານໄດ້ຖະແຫຼງວ່າຈະຈັດບູລິມະສິດໂຄງການລົງທຶນຂອງລັດ ເພື່ອຮັບປະກັນການນຳໃຊ້ງົບປະມານແຫ່ງຊາດຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ພາຍໃຕ້ມາດຕະການທີ່ວາງອອກເພື່ອປັບປຸງປະສິດທິພາບຂອງໂຄງການ, ແຜນການລົງທຶນຂອງລັດທີ່ຍັງບໍ່ທັນໄດ້ຈັດຕັງປະຕິບັດ ຈະໄດ້ຮັບການກວດສອບຄືນໃໝ່. ຖ້າຫາກວ່າໂຄງການໃດມີການພິຈາລະນາວ່າບໍ່ມີປະສິດທິຜົນພຽງພໍ, ທຶນໃນການປະຕິບັດໂຄງການດັ່ງກ່າວຈະຕ້ອງໄດ້ໂອນໄປຮັບໃຊ້ໂຄງການທີ່ມີບູລິມະສິດສູງກວ່າ ຕາມການຕົກລົງໃນກອງປະຊຸມປະຈຳເດືອນຂອງລັດຖະບານທີ່ອັດລົງໃນວັນອັງຄານທີ່່ຜ່ານມາ.ອ່ານຕໍ່ ...

ສົມສັກ ພົງຂາວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

PVbsR
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!