ການກວດສອບຄືນໂຄງການລົງທຶນຂອງລັດ

ລັດຖະບານໄດ້ຖະແຫຼງວ່າຈະຈັດບູລິມະສິດໂຄງການລົງທຶນຂອງລັດ ເພື່ອຮັບປະກັນການນຳໃຊ້ງົບປະມານແຫ່ງຊາດຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ພາຍໃຕ້ມາດຕະການທີ່ວາງອອກເພື່ອປັບປຸງປະສິດທິພາບຂອງໂຄງການ, ແຜນການລົງທຶນຂອງລັດທີ່ຍັງບໍ່ທັນໄດ້ຈັດຕັງປະຕິບັດ ຈະໄດ້ຮັບການກວດສອບຄືນໃໝ່. ຖ້າຫາກວ່າໂຄງການໃດມີການພິຈາລະນາວ່າບໍ່ມີປະສິດທິຜົນພຽງພໍ, ທຶນໃນການປະຕິບັດໂຄງການດັ່ງກ່າວຈະຕ້ອງໄດ້ໂອນໄປຮັບໃຊ້ໂຄງການທີ່ມີບູລິມະສິດສູງກວ່າ ຕາມການຕົກລົງໃນກອງປະຊຸມປະຈຳເດືອນຂອງລັດຖະບານທີ່ອັດລົງໃນວັນອັງຄານທີ່່ຜ່ານມາ.

ອ່ານຕໍ່…

ສົມສັກ ພົງຂາວ