Gender

ກິລາ

ຊີເກມ 2019: ລາວຍາດໄດ້ຫຼຽນຄຳຫຼຽນທຳອິດ ຈາກກິລາມວຍ

ລາວຍາດໄດ້ຫຼຽນຄຳຫຼຽນທຳອິດໃນມະຫາກຳກິລາຊີເກມ 2019 ພາຍຫຼັງເອົາຊະນະນັກກິລາຈາກອິນໂດເນເຊຍ ໃນຮອບສຸດທ້າຍຂອງການແຂ່ງຂັນກິລາມວຍເຕະຊາຍ ລຸ້ນບໍ່ເກີນ 60 ກິໂລກຼາມ.ໃນການແຂ່ງຂັນໃນວັນທີ 10 ທັນວານີ້, ສຸກັນ ໄຕປັນຍາວົງ ນັກກິລາມວຍເຕະຂອງລາວ ສາມາດເອົາຊະນະ ບອນນາຕົວ ລຳບັນຕຸງກັບ ຄູ່ແຂ່ງຈາກອິນໂດເນເຊຍ ໃນການແຂ່ງຂັນຊິງຫຼຽນຄຳ, ຕາມຂໍ້ມູນຈາກເວັບໄຊທາງການຂອງກິລາຊີເກມ 2019.ອ່ານຕໍ່ ...

Taejun Kang

ງານແຂ່ງຂັນກິລາແລ່ນ ມາຣາທອນ ທີ່ໃຫ່ທີ່ສຸດໃນປະເທດລາວ ຈະດຶງດູດນັກກິລາແລ່ນກວ່າ 4,000 ຄົນ

ຮ່າໂນ້ຍ (VNA) – ນັກກິລາແລ່ນກວ່າ 4,000 ຄົນຈາກທັງພາຍໃນ ແລະ ຕ່າງປະເທດ ຈະເຂົ້າຮ່ວມໃນການແຂ່ງຂັນແລ່ນ ມາຣາທອນ ນາໆຊາດວຽງຈັນ ເຊິ່ງຈະຈັດຂຶ້ນໃນວັນທີ 8 ທັນວານີ້, ເຊິ່ງເປັນການແຂ່ງຂັນກິລາ ມາຣາທອນ ທີ່ໃຫຍ່ທີ່ສຸດທີ່ເຄີຍມີມາໃນປະເທດລາວ.ການແຂ່ງຂັນແລ່ນ ມາຣາທອນ ດັ່ງກ່າວ ເຊິ່ງຈັດໂດຍສະມາຄົມ Events for Goods ແລະ ສະຫະພັນກິລາສະໝັກຫຼິ້ນລາວ ຈະມີເວທີການແຂ່ງຂັນໃນນະຄອນຫຼວງວຽງຈັນ ອັນງຽບສະຫງົບຂອງປະເທດລາວ, ເຊິ່ງມີຈຸດເລີ່ມຕົ້ນ ແລະ ເສັ້ນໄຊຢູ່ທີ່ອະນຸສອນສະຖານ ເດີ່ນພະທາດຫຼວງ.ອ່ານຕໍ່ ...

ໂຕະຂ່າວ VNP

ທີມຊາດຍີ່ປຸ່ນ ສະໜັບສະໜູນກິລາປິ່ງປ່ອງລາວ

ທີມ Okayama Rivets ທີມປິ່ງປ່ອງອາຊີບຂອງຍີ່ປຸ່ນ ບໍລິຈາກຊຸດເຄື່ອງກິລາປິ່ງປ່ອງ ໃຫ້ແກ່ສະມາຄົມປິ່ງປ່ອງລາວ, ໂດຍຢືນຢັນຈະສືບຕໍ່ສະໜັບສະໜູນລາວ ເພື່ອສົ່ງເສີມອຸດສາຫະກຳກິລາປິ່ງປ່ອງ.ທີມ Okayama Rivets ມີການສ້າງຕັ້ງໃນປີ 2018, ເປັນທີມປິ່ງປ່ອງຂອງເມືອງ ໂອກາຢາມະ ທີ່ເຂົ້າຮ່ວມໃນບັ້ນແຂ່ງຂັນປິ່ງປ່ອງອາຊີບຂອງຍີ່ປຸ່ນ ທີ່ເອີ້ນວ່າ T League.ທີມກິລາດັ່ງກ່າວ ໄດ້ທຳການບໍລິຈາກແຜ່ນຢາງຕີປິ່ງປ່ອງ 300 ແຜ່ນ, ໄມ້ຕີປິ່ງປ່ອງ 26 ອັນ ແລະ ລູກປິ່ງປ່ອງ 30 ໜ່ວຍ, ຕາມການເປີດເຜີຍຂອງ ບໍລິສັດ Sanko ກໍ່ສ້າງ, ຜູ້ສະໜັບສະໜູນທີມ Okayama Rivet.ອ່ານຕໍ່ ...

Taejun Kang

ລາວຈະສຳເລັດການກໍ່ສ້າງເດີ່ນກິລາເບສ໌ບອລ໌ ແຫ່ງທຳອິດ ໃນເດືອນທັນວານີ້

ລາວຈະສຳເລັດການກໍ່ສ້າງເດີ່ນກິລາເບສ໌ບອລ໌ ແຫ່ງທຳອິດຂອງປະເທດ ໃນເດືອນທັນວານີ້.DGB ກຼຸ໊ບ, ກຸ່ມບໍລິສັດການເງິນຂອງເກົາຫຼີໃຕ້ ຈະສະໜັບສະໜູນທຶນຈຳນວນ 300 ລ້ານວອນ (USD 256,200 ໂດລາ) ສຳລັບການກໍ່ສ້າງສະໜາມກິລາດັ່ງກ່າວ, ເຊິ່ງລັດຖະບານລາວ ໃຫ້ການສະໜອງພື້ນທີ່ ແລະ ສິ່ງທີ່ຈຳເປັນຕ່າງໆ. ການກໍ່ສ້າງໄດ້ເລີ່ມດຳເນີນມາແຕ່ເດືອນເມສາປີນີ້, ເຊິ່ງຫຼ້າສຸດແມ່ນຫາກໍ່ສຳເລັດການອັດໜ້າດິນໃຫ້ລຽບ. ປະຈຸບັນ ຜູ້ຮັບເໝົາກຳລັງທຳການປູຫຍ້າທຽມ, ຕາມຂ່າວຈາກສຳນັກ Yonhap News Agency. ອ່ານຕໍ່ ...

Taejun Kang

ການສະເຫຼີມສະຫຼອງທົ່ງໄຫຫີນມີແຜນຈັດພ້ອມກັບງານມະຫາກຳກິລາແຫ່ງຊາດ

ວຽງຈັນ (ວຽງຈັນທາມສ໌/ANN) – ພິທີສະເຫຼີມສະຫຼອງທົ່ງໄຫຫີນທີ່ໄດ້ຮັບຮອງໃຫ້ເປັນໜຶ່ງໃນມໍລະດົກໂລກໂດຍອົງການສະຫະປະຊາຊາດເພື່ອການສຶກສາ,​ ວິທະຍາສາດ ແລະ ວັດທະນະທຳ (UNESCO) ຢ່າງເປັນທາງການ ແມ່ນມີແຜນຈັດຂຶ້ນໃນວັນທີ 22 ມິນາ 2020 ຢູ່ແຂວງຊຽງຂວາງ ພ້ອມກັບພິທີເປີດການແຂ່ງຂັນກິລາແຫ່ງຊາດ.ແຜນການສະເຫຼີມສະຫຼອງດັ່ງກ່າວໄດ້ມີການເປີດເຜີຍໃນກອງປະຊຸມສື່ມວນຊົນ ທີ່ວຽງຈັນວານນີ້ ພາຍໃຕ້ການເປັນປະທານຂອງທ່ານ ສຈ.ປອ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.ອ່ານຕໍ່ ...

ສິລັດດາ ສຸລິຍົງ
http://annx.asianews.network/content/plain-jars-celebration-planned-coincide-national-games-100896

ຂະບວນການຍ່າງເພື່ອສະໜັບສະໜູນການລົບລ້າງການຖືພາໃນໄວໜຸ່ມໃນລາວ

ມະຫາຊົນກວ່າ  4,000 ຄົນໄດ້ທຳການຍ່າງເດີນຂະບວນຕາມຖະໜົນໃນວຽງຈັນໃນວັນອາທິດຜ່ານມາ ເພື່ອສົ່ງເສີມຄວາມຮູ້ກ່ຽວກັບບັນຫາການຖືພາໃນໄວໜຸ່ມ. ນັກແລ່ນ ແລະ ນັກຍ່າງໄດ້ເຂົ້າຮ່ວມໃນງານ Half Marathon ສາກົນວຽງຈັນຄັ້ງທີ 4, ເຊິ່ງເປົ້າໝາຍໃນປີນີ້ແມ່ນເພື່ອສ້າງຄວາມຮັບຮູ້ກ່ຽວກັບຄວາມຈຳເປັນໃນການລົບລ້າງການຖືພາໃນໄວໜຸ່ມ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ອົດສະຕຣາລີສົ່ງເສີມບົດບາດຂອງແມ່ຍິງ ແລະ ເດັກຍິງເນື່ອງໃນວັນແມ່ຍິງ

(ຂປລ) ເນື່ອງໃນວັນແມ່ຍິງສາກົນ, ສະຖານທູດອົດສະຕຣາລີປະຈຳລາວ ໄດ້ສົ່ງເສີມບົດບາດເທົ່າທຽມ ແລະ ບົດບາດຂອງແມ່ຍິງໃນຂະແໜງກິລາ ດ້ວຍການຈັດເວທີການປຶກສາຫາລືລະຫວ່າງທີມບານເຕະແມ່ຍິງແຫ່ງຊາດອົດສະຕຣາລີ U-16s “the Junior Matildas” ແລະ ສະມາຄົມບານເຕະລາວ (LFF) ທີ່ວຽງຈັນ.ອ່ານຕໍ່ ...

ຂປລ

ກິດຈະກຳແລ່ນຮາຟມາຣາທອນຫຼວງພະບາງ ເພື່ອຊ່ວຍເຫຼືອໂຮງໝໍເດັກ

ມີການກຽມການເຕັມຮູບແບບສຳລັບກິດຈະກຳ ແລ່ນເພື່ອເດັກ 2018: ຮາຟມາຣາທອນຫຼວງພະບາງ ເຊິ່ງຈະຈັດຂຶ້ນໃນວັນອາທິດທີ 21 ຕຸລາ ທີ່ເມືອງມໍລະດົກໂລກ. ກິດຈະກຳແລ່ນຮາຟມາຣາທອນຫຼວງພະບາງປະຈຳປີ ຄັ້ງທີ 6 ຈະເປັນກິດຈະກຳປິດທ້າຍຂອງງານກິດຈະກຳທ້າຍອາທິດ 19-21 ຕຸລານີ້. ອີງຕາມຜູ້ຮັບຜິດຊອບພິທີການ ງານການກຸສົນດັ່ງກ່າວຈະສົມທົບທຶນຊ່ວຍເຫຼືອໂຮງໝໍເດັກມິດຕະພາບ (LFHC), ເຊິ່ງກຳໄລທັງໝົດໃນງານຈະມອບເປັນທຶນສະໜັບສະໜູນ ສຳລັບການປິ່ນປົວຄົວເຈັບໃນໂຮງໝໍແບບບໍ່ເສຍຄ່າບໍລິການ ສຳລັບເດັກນ້ອຍລາວທຸກຄົນ.ອ່ານຕໍ່ ...

ວຽງຈັນທາມສ໌

ນັກຫຼິ້ນໂຍຄະຫຼັ່ງໄຫຼໄປທາດຫຼວງ ແລະ ຫຼວງພະບາງ

ປະຊາຊົນຊາວວຽງຈັນ ແລະ ຊາວຕ່າງປະເທດຮ່ວມກັນຝຶກໂຍຄະເພື່ອສຸຂະພາບກາຍ ແລະ ສຸຂະພາບຈິດເນື່ອງໃນວັນໂຍຄະສາກົນຄັ້ງທີ 4. ໃນວັນພະຫັດທີ່ຜ່ານມານີ້ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຣາວີ ຊັງກາ ໄອໂຊລາ ເອກອັກຄະລັດຖະທູດອິນເດຍປະຈຳລາວໄດ້ເຂົ້າຮ່ວມໃນງານຝຶກໂຍຄະດັ່ງກ່າວ ແລະ ມີການຝຶກຫາຍໃຈເຂົ້າເລິກໆເພື່ອເປັນການຜ່ອນຄາຍ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

7WBUX
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!