ທີມຊາດຍີ່ປຸ່ນ ສະໜັບສະໜູນກິລາປິ່ງປ່ອງລາວ

ທີມ Okayama Rivets ທີມປິ່ງປ່ອງອາຊີບຂອງຍີ່ປຸ່ນ ບໍລິຈາກຊຸດເຄື່ອງກິລາປິ່ງປ່ອງ ໃຫ້ແກ່ສະມາຄົມປິ່ງປ່ອງລາວ, ໂດຍຢືນຢັນຈະສືບຕໍ່ສະໜັບສະໜູນລາວ ເພື່ອສົ່ງເສີມອຸດສາຫະກຳກິລາປິ່ງປ່ອງ.

ທີມ Okayama Rivets ມີການສ້າງຕັ້ງໃນປີ 2018, ເປັນທີມປິ່ງປ່ອງຂອງເມືອງ ໂອກາຢາມະ ທີ່ເຂົ້າຮ່ວມໃນບັ້ນແຂ່ງຂັນປິ່ງປ່ອງອາຊີບຂອງຍີ່ປຸ່ນ ທີ່ເອີ້ນວ່າ T League.

ທີມກິລາດັ່ງກ່າວ ໄດ້ທຳການບໍລິຈາກແຜ່ນຢາງຕີປິ່ງປ່ອງ 300 ແຜ່ນ, ໄມ້ຕີປິ່ງປ່ອງ 26 ອັນ ແລະ ລູກປິ່ງປ່ອງ 30 ໜ່ວຍ, ຕາມການເປີດເຜີຍຂອງ ບໍລິສັດ Sanko ກໍ່ສ້າງ, ຜູ້ສະໜັບສະໜູນທີມ Okayama Rivet.

ອ່ານຕໍ່…

Taejun Kang