ລາວຈະສຳເລັດການກໍ່ສ້າງເດີ່ນກິລາເບສ໌ບອລ໌ ແຫ່ງທຳອິດ ໃນເດືອນທັນວານີ້

ລາວຈະສຳເລັດການກໍ່ສ້າງເດີ່ນກິລາເບສ໌ບອລ໌ ແຫ່ງທຳອິດຂອງປະເທດ ໃນເດືອນທັນວານີ້.

DGB ກຼຸ໊ບ, ກຸ່ມບໍລິສັດການເງິນຂອງເກົາຫຼີໃຕ້ ຈະສະໜັບສະໜູນທຶນຈຳນວນ 300 ລ້ານວອນ (USD 256,200 ໂດລາ) ສຳລັບການກໍ່ສ້າງສະໜາມກິລາດັ່ງກ່າວ, ເຊິ່ງລັດຖະບານລາວ ໃຫ້ການສະໜອງພື້ນທີ່ ແລະ ສິ່ງທີ່ຈຳເປັນຕ່າງໆ. 

ການກໍ່ສ້າງໄດ້ເລີ່ມດຳເນີນມາແຕ່ເດືອນເມສາປີນີ້, ເຊິ່ງຫຼ້າສຸດແມ່ນຫາກໍ່ສຳເລັດການອັດໜ້າດິນໃຫ້ລຽບ. ປະຈຸບັນ ຜູ້ຮັບເໝົາກຳລັງທຳການປູຫຍ້າທຽມ, ຕາມຂ່າວຈາກສຳນັກ Yonhap News Agency

ອ່ານຕໍ່…

Taejun Kang