ຊີເກມ 2019: ລາວຍາດໄດ້ຫຼຽນຄຳຫຼຽນທຳອິດ ຈາກກິລາມວຍ

ລາວຍາດໄດ້ຫຼຽນຄຳຫຼຽນທຳອິດໃນມະຫາກຳກິລາຊີເກມ 2019 ພາຍຫຼັງເອົາຊະນະນັກກິລາຈາກອິນໂດເນເຊຍ ໃນຮອບສຸດທ້າຍຂອງການແຂ່ງຂັນກິລາມວຍເຕະຊາຍ ລຸ້ນບໍ່ເກີນ 60 ກິໂລກຼາມ.

ໃນການແຂ່ງຂັນໃນວັນທີ 10 ທັນວານີ້, ສຸກັນ ໄຕປັນຍາວົງ ນັກກິລາມວຍເຕະຂອງລາວ ສາມາດເອົາຊະນະ ບອນນາຕົວ ລຳບັນຕຸງກັບ ຄູ່ແຂ່ງຈາກອິນໂດເນເຊຍ ໃນການແຂ່ງຂັນຊິງຫຼຽນຄຳ, ຕາມຂໍ້ມູນຈາກເວັບໄຊທາງການຂອງກິລາຊີເກມ 2019.

ອ່ານຕໍ່…

Taejun Kang