News

ຄວາມສາມາດໃນການຮອງຮັບໄພພິບັດແມ່ນປັດໄຈສຳຄັນໃນການຫຼຸດພົ້ນຈາກສະພາບດ້ອຍພັດທະນາທີ່ສຸດ

ລາວຕ້ອງມີຄວາມສາມາດຮັບມືຕໍ່ການປ່ຽນແປງຂອງສະພາບອາກາດ ແລະ ລັດຖະບານຄວນກະກຽມການປັບປຸງການຮັບມືກັບໄພພິບັດ ເຊັ່ນການປະເມີນຄວາມຕ້ອງການຫຼັງເກີດໄພພິບັດ ເພື່ອສ້າງປັດໃຈໃນການຫຼຸດພົ້ນຈາກສະຖານະດ້ອຍພັດທະນາທີ່ສຸດ (LDC).ອ່ານຕໍ່ ...

ວຽງຈັນທາມສ໌

ບັນນາທິການກ່າວ ການເອົາໃຈໃສ່ຂອງທ້ອງຖິ່ນເປັນການດຶງດູດນັກທ່ອງທ່ຽວຈາກຈີນ

ອີງຕາມຫົວໜ້າສື່ມວນຊົນຈີນ, ປະເທດພາກພື້ນແມ່ຂອງ-ລ້ານຊ້າງອື່ນ ຈະສາມາດດຶງດູດນັກທ່ອງທ່ຽວຈາກຈີນຫຼາຍຂຶ້ນ ຖ້າພາກພື້ນມີການຈັດອາຫານທ້ອງຖິ່ນອັນແຊບຊ້ອຍ.ອ່ານຕໍ່ ...

ວຽງຈັນທາມສ໌

ບັນດາປະເທດອາຊຽນທົບທວນວິທີການຫຼຸດຄວາມສ່ຽງທາງເຄມີ

ຊ່ຽວຊານຈາກບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມພັດທະນາໃນພາກພື້ນ ຈັດກອງປະຊຸມຢູ່ວຽງຈັນ ເພື່ອຫາລືບັນຫາກ່ຽວກັບກອງປະຊຸມລະດັບພາກພື້ນຄັ້ງສຸດທ້າຍພາຍໃຕ້ຂອບເຂດໂຄງການ 46. ຫົວຂໍ້ປະຊຸມແມ່ນສຸມໃສ່ຫາລືກ່ຽວກັບການຫຼຸດຄວາມສ່ຽງທາງເຄມີ, ຊີວະ, ລັງສີ ແລະ ນິວເຄລຍຂອງອາຊຽນ ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມເຫັນຄວາມສຳຄັນຂອງບັນຫາດັ່ງກ່າວ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ປະກາດສະມາຊິກອົງການຈັດຕັ້ງສາກົນເພື່ອການຍ້າຍຖິ່ນຖານ

ລາວໄດ້ເຂົ້າເປັນສະມາຊິກອົງການຈັດຕັ້ງສາກົນເພື່ອນການຍ້າຍຖິ່ນຖານ (IOM),  ຈາກການປະກາດປະເທດສະມາຊິກ ໃນກອງປະຊຸມສະພາ IOM ສະໄໝພິເສດຄັ້ງທີສອງ ທີ່ຈັດຂຶ້ນຢູ່ເຈັນນິວາ ທ້າຍອາທິດແລ້ວນີ້.ອ່ານຕໍ່ ...

ວຽງຈັນທາມສ໌

ສື່ມວນຊົນຍົກສູງການຮ່ວມມື ແລະ ຍົກລະດັບການທ່ອງທ່ຽວ

ອົງການຈັດຕັ້ງສື່ມວນຊົນຈາກຫົກປະເທດໃນພາກພື້ນແມ່ຂອງ-ລ້ານຊ້າງ ໄດ້ລົງນາມຂໍ້ຕົກລົງການຮ່ວມມື ເພື່ອສົ່ງເສີມຜົນປະໂຫຍດຈາກການຮ່ວມມືສື່ມວນຊົນ, ທັງເພີ່ມທະວີການສົ່ງເສີມການທ່ອງທ່ຽວໃນພາກພື້ນ ແລະ ການພັດທະນາສື່ໃໝ່ໆ. ກອງປະຊຸມສຸດຍອດການຮ່ວມມືສື່ມວນຊົນແມ່ຂອງລ້ານຊ້າງ 2018 ໄດ້ໄຂຂຶ້ນຢ່າງເປັນທາງການທີ່ວຽງຈັນ ພາຍໃຕ້ຫົວຂໍ້ “ການຮ່ວມມືພາຍໃນຊຸມຊົນແມ່ຂອງ-ລ້ານຊ້າງ ເພື່ອອະນາຄົດອັນສົດໃສ”ອ່ານຕໍ່ ...

ວຽງຈັນທາມສ໌

ຄະນະຜູ້ແທນເຂົ້າຮ່ວມການກະກຽມກອງປະຊຸມອາເຊັມ

ຄະນະຜູ້ແທນລາວເຊິ່ງນຳໂດຍທ່ານ ສົງການ ຫຼວງມຸນິທອນ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມພະນັງງານລະດັບສູງອາເຊັມ ທີ່ກຸງວຽນນາ ປະເທດອອສເຕຣຍ ໃນວັນທີ 28-29 ມິຖຸນາ ຜ່ານມາ. ກອງປະຊຸມດັ່ງກ່າວເປັນກິດຈະກຳກະກຽມສຳລັບກອງປະຊຸມສຸດຍອດອາເຊັມ ຄັ້ງທີ 12 ທີ່ຈະມາເຖິງ ເຊິ່ງຈະຈັດຂຶ້ນທີ່ເມືອງບຣັສເຊລ ປະເທດເບວຢຽມ ໃນວັນທີ 18-19 ຕຸລາ.ອ່ານຕໍ່ ...

ວຽງຈັນທາມສ໌

ການອອກພັນທະບັດໃນສະກຸນເງິນແຫ່ງຊາດມີຜົນດີ

ລັດຖະບານຈະຮັບຮອງເອົານະໂຍບາຍກ່ຽວກັບການອອກພັນທະບັດໃນສະກຸນເງິນທ້ອງຖິ່ນ ເພື່ອຫຼີກລ່ຽງຄວາມສ່ຽງທີ່ອາດເຊື່ອມໂຍງກັບອັດຕາແລກປ່ຽນ ແລະ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຕະຫຼາດທຶນພາຍໃນ. ພາຍໃຕ້ນະໂຍບາຍດັ່ງກ່າວ, ການຈ່າຍດອກເບ້ຍແມ່ນຈ່າຍໃຫ້ເຈົ້າຂອງທະບັດພາຍໃນ ເຊິ່ງຈະເຮັດໃຫ້ແຫຼ່ງທຶນມີການໝູນວຽນພາຍໃນເສດຖະກິດຂອງຊາດ ອີງຕາມກະຊວງການເງິນ.ອ່ານຕໍ່ ...

ສົມສັກ ພົງຂາວ

ມະຫາວິທະຍາໄລແພດສາດຊຸກຍູ້ນັກສຶກສາມາຮຽນແພດ

ຄະນະບໍລິຫານສົ່ງເສີມໃຫ້ນັກສຶກສາເຂົ້າມາລົງທະບຽນຮຽນຫຼັກສູດປະລິນຍາຕີການແພດ ທີ່ມະຫາວິທະຍາໄລແພດສາດສຳລັບສົກສຶກສາໃໝ່ ເພື່ອຕອບສະໜອງຄວາມຕ້ອງການໃນການປິ່ນປົວສຸຂະພາບທີ່ເພີ່ມຂຶ້ນໃນປະເທດ. ມະຫາວິທະຍາໄລແພດສາດຈະຮັບນັກສຶກສາຈຳນວນ 379 ຄົນໃນ 12 ຂະແໜງວິຊາຮຽນສຳລັບສົກສຶກສາ 2018-2019, ເຊິ່ງໃນນັ້ນ 9 ຂະແໜງວິຊາແມ່ນຫຼັກສູດລະດັບປະລິນຍາຕີ ແລະ 3 ຂະແໜງວິຊາແມ່ນລະດັບຊັ້ນສູງ.ອ່ານຕໍ່ ...

ວຽງຈັນທາມສ໌

ຫຼວງພະບາງມີມົນສະເໜ່ດຶງດູດການທ່ອງທ່ຽວອັນດັບສອງ

ການທ່ຽວຊົມໝູ່ບ້ານຕ່ຳແຜ່ນ ແລະ ຖ້ຳຕ່າງໆ, ຊື່ນຊົມທຳມະຊາດ, ຢ້ຽມຢາມເຮືອນບູຮານ ແລະ ຊົມທິວທັດຈາກຈອມພູຜາແດງ ແມ່ນບາງສ່ວນຂອງກິດຈະກຳທີ່ໜ້າສົນໃຈໃຫ້ເລືອກຊົມ ສຳລັບນັກທ່ອງທ່ຽວໃນການມາທ່ຽວເມືອງນ້ຳບາກ ແລະ ເມືອງງອຍ, ແຂວງຫຼວງພະບາງ.ອ່ານຕໍ່ ...

ວຽງຈັນທາມສ໌

ລັດວິສາຫະກິດຕ້ອງຈັດການການຂາດປະສິດທິພາບ ຫຼື ປັບປ່ຽນໂຄງສ້າງ

ລັດຖະບານຈະເລີ່ມເດີນໜ້າການປະຕິຮູບຂົງເຂດລັດວິສາຫະກິດ ຫຼັງຈາກພົບວ່າມີການຂາດປະສິດທິພາບທີ່ສຳຄັນຫຼາຍຢ່າງ. ຄະນະລັດຖະບານໄດ້ຕົກລົງໃນກອງປະຊຸມປະຈຳເດືອນ ໃນທ້າຍອາທິດທີ່ຜ່ານມາວ່າ ໜຶ່ງໃນບູລິມະສິດທີ່ຕ້ອງປະຕິບັດໃນຫຼາຍເດືອນຕໍ່ໜ້າ ແມ່ນການດຳເນີນກວດກາການປະຕິບັດງານຂອງລັດວິສາຫະກິດທົ່ວປະເທດ.ອ່ານຕໍ່ ...

ເອກະພົນ ພູທອນສີ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

4Fzf9
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!