ສປປ ລາວ ເດີນໜ້າຕ້ານການເກີດ "ເຊື້ອດື້ຢາ"

(ຂປລ) ລັດຖະບານ ສປປ ລາວ ເດີນໜ້າຕ້ານການເກີດ “ເຊື້ອດື້ຢາ”: ການຕິດເຊື້ອທີ່ບໍ່ຕອບສະໜອງຕໍ່ຢາຕ້ານເຊື້ອທີ່ນຳໃຊ້ທົ່ວໄປ.ພາຍໃຕ້ການສະໜັບສະໜູນຂອງຄູ່ຮ່ວມພັດທະນາສາກົນ, ກະຊວງສາທາລະນະສຸກ ແລະ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເປີດໂຕແຜນຍຸດທະສາດແຫ່ງຊາດ ເພື່ອຕ້ານການດື້ຢາຂອງພະຍາດ ປີ 2019-2023, ໃນວັນທີ 20 ພະຈິກນີ້. ແຜນດັ່ງກ່າວນີ້ ຈະເປັນແນວທາງສຳລັບການວາງແຜນມາດຕະການ ແລະ ດຳເນີນການລິເລີ່ມ ເພື່ອຕິດຕາມ, ສະກັດກັ້ນ ແລະ ຄວບຄຸມການເກີດຂຶ້ນຂອງເຊື້ອພະຍາດ ທີ່ບໍ່ຕອບສະໜອງຕໍ່ຢາໃນ ສປປ ລາວ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ທີມຊາດຍີ່ປຸ່ນ ສະໜັບສະໜູນກິລາປິ່ງປ່ອງລາວ

ທີມ Okayama Rivets ທີມປິ່ງປ່ອງອາຊີບຂອງຍີ່ປຸ່ນ ບໍລິຈາກຊຸດເຄື່ອງກິລາປິ່ງປ່ອງ ໃຫ້ແກ່ສະມາຄົມປິ່ງປ່ອງລາວ, ໂດຍຢືນຢັນຈະສືບຕໍ່ສະໜັບສະໜູນລາວ ເພື່ອສົ່ງເສີມອຸດສາຫະກຳກິລາປິ່ງປ່ອງ.ທີມ Okayama Rivets ມີການສ້າງຕັ້ງໃນປີ 2018, ເປັນທີມປິ່ງປ່ອງຂອງເມືອງ ໂອກາຢາມະ ທີ່ເຂົ້າຮ່ວມໃນບັ້ນແຂ່ງຂັນປິ່ງປ່ອງອາຊີບຂອງຍີ່ປຸ່ນ ທີ່ເອີ້ນວ່າ T League.ທີມກິລາດັ່ງກ່າວ ໄດ້ທຳການບໍລິຈາກແຜ່ນຢາງຕີປິ່ງປ່ອງ 300 ແຜ່ນ, ໄມ້ຕີປິ່ງປ່ອງ 26 ອັນ ແລະ ລູກປິ່ງປ່ອງ 30 ໜ່ວຍ, ຕາມການເປີດເຜີຍຂອງ ບໍລິສັດ Sanko ກໍ່ສ້າງ, ຜູ້ສະໜັບສະໜູນທີມ Okayama Rivet.ອ່ານຕໍ່ ...

Taejun Kang

ລາວເປີດຕົວສະຖາບັນໂພຊະນາການແຫ່ງຊາດ, ການລິເລີ່ມດ້ານໂພຊະນາການ ລາວ-ອາເມລິກາ

(ຂປລ) ເພື່ອຊ່ວຍປັບປຸງໂພຊະນາການໃຫ້ແກ່ປະຊາຊົນລາວ ໂດຍສະເພາະແມ່ນເດັກນ້ອຍ, ສະຫະລັດ ພາຍໃຕ້ການຮ່ວມມືຢ່າງໃກ້ຊິດກັບກະຊວງສາທາລະນະສຸກ,​ ໄດ້ທຳການເປີດສະຖາບັນໂພຊະນາການແຫ່ງຊາດ ແລະ ການລິເລີ່ມດ້ານໂພຊະນາການ ລາວ-ອາເມລິກາ ໃນວັນທີ 14 ພະຈິກ 2019 ທີ່ນະຄອນຫຼວງວຽງຈັນ.ສະຖາບັນແຫ່ງໃໝ່ດັ່ງກ່າວ ລວມມີ ອາຄານຄຼີນິກ ແລະ ຫ້ອງຮຽນ, ມີມູນຄ່າລວມ US$ 3.9 ລ້ານໂດລາ. ອ່ານຕໍ່ ...

ໂຕະຂ່າວ ຂປລ

ລາວຈະສຳເລັດການກໍ່ສ້າງເດີ່ນກິລາເບສ໌ບອລ໌ ແຫ່ງທຳອິດ ໃນເດືອນທັນວານີ້

ລາວຈະສຳເລັດການກໍ່ສ້າງເດີ່ນກິລາເບສ໌ບອລ໌ ແຫ່ງທຳອິດຂອງປະເທດ ໃນເດືອນທັນວານີ້.DGB ກຼຸ໊ບ, ກຸ່ມບໍລິສັດການເງິນຂອງເກົາຫຼີໃຕ້ ຈະສະໜັບສະໜູນທຶນຈຳນວນ 300 ລ້ານວອນ (USD 256,200 ໂດລາ) ສຳລັບການກໍ່ສ້າງສະໜາມກິລາດັ່ງກ່າວ, ເຊິ່ງລັດຖະບານລາວ ໃຫ້ການສະໜອງພື້ນທີ່ ແລະ ສິ່ງທີ່ຈຳເປັນຕ່າງໆ. ການກໍ່ສ້າງໄດ້ເລີ່ມດຳເນີນມາແຕ່ເດືອນເມສາປີນີ້, ເຊິ່ງຫຼ້າສຸດແມ່ນຫາກໍ່ສຳເລັດການອັດໜ້າດິນໃຫ້ລຽບ. ປະຈຸບັນ ຜູ້ຮັບເໝົາກຳລັງທຳການປູຫຍ້າທຽມ, ຕາມຂ່າວຈາກສຳນັກ Yonhap News Agency. ອ່ານຕໍ່ ...

Taejun Kang

ໂຄງການຮ່ວມມື ຈີນ-ລາວ ເພື່ອຫຼຸດຜ່ອນຄວາມທຸກຍາກ ຫັນປ່ຽນບ້ານພູດອຍໃນລາວ

ວຽງຈັນ, 17 ພະຈິກ (ຊິນຫົວ) — ບ້ານຊໍ ເມືອງສັງທອງ ຕັ້ງຢູ່ເຂດພູດອຍ ຫ່າງຈາກນະຄອນຫຼວງວຽງຈັນໄປທາງທິດເໜືອ ປະມານສອງຊົ່ວໂມງ ຕາມເສັ້ນທາງບໍ່ດີທີ່ເຕັມໄປດ້ວຍຂຸມ.ບ້ານດັ່ງກ່າວປະກອບດ້ວຍ 407 ຄອວຄົວ, ຫຼື 2,007 ຄົນ, ເຊິ່ງປະຊາຊົນປະມານເຄິ່ງບ້ານ ຢູ່ພາຍໃຕ້ຄວາມທຸກຍາກ, ມີລາຍຮັບສຸດທິຕໍ່ຫົວຄົນຕໍ່ປີ ຕ່ຳກວ່າ 700 ໂດລາ.ເຖິງຢ່າງໃດກໍຕາມ, ຖະໜົນ, ບ້ານເຮືອນ ແລະ ໄຟຖະໜົນພະລັງງານແສງອາທິດ ທີ່ຫາກໍ່ສ້າງໃໝ່ ໄດ້ສ້າງຄວາມແຕກຕ່າງຢ່າງເຫັນໄດ້ຈະແຈ້ງ ທຽບກັບພື້ນຖານໂຄງລ່າງເກົ່າທີ່ເປ່ເພ, ​ເຊິ່ງສະແດງໃຫ້ເຫັນຄວາມພະຍາຍາມໃນການພັດທະນາບ້ານດັ່ງກ່າວໃຫ້ຫຼຸດພົ້ນຈາກຄວາມທຸກຍາກ.ພາບໃຕ້ໂຄງການທົດລອງເພື່ອຫຼຸດຜ່ອນຄວາມທຸກຍາກໃນອາຊີຕາເວັນອອກ, ທີມງານຈາກຈີນ ໄດ້ຄັດເລືອກບ້ານຊໍ ເພື່ອສາທິດປະສົບການໃນການຫຼຸດຜ່ອນຄວາມທຸກຍາກຂອງຈີນ ມາແຕ່ປີ 2017.ອ່ານຕໍ່ ...

ຢູຣູ

ຊາວບ້ານແຂວງຈຳປາສັກຈະໄດ້ຮັບປະໂຫຍດຈາກໂຄງການສຸຂະພາບຊຸມຊົນ

ອົງການ World Concern ລາວ (WCL) ແລະ ກະຊວງສາທາລະນະສຸກ ຈະຮ່ວມມືໃນການເປີດໂຕໂຄງການພັດທະນາແບບບູລະນາການ ໄລຍະທີ 3 ເພື່ອສົ່ງເສີມສຸຂະພາບຊຸມຊົມ ທີ່ເມືອງໂພນທອງ ແຂວງຈຳປາສັກ.ໂຄງການດັ່ງກ່າວ ຈະດຳເນີນແຕ່ປີ 2020 ເຖິງ 2022 ແລະ ຈະສ້າງປະໂຫຍດໃຫ້ແກ່ປະຊາຊົນຢ່າງໜ້ອຍ 3,000 ຄົນໃນແປດຊຸມຊົນ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ເປີດໂຕສອງໂຄງການໃໝ່ ເພື່ອຫຼຸດຜ່ອນການຂາດສານອາຫານ ພາຍໃຕ້ວິທີການມີສ່ວນຮ່ວມຈາກຫຼາຍພາກສ່ວນ

ສອງໂຄງການໃໝ່ ຄື ໂຄງການຫຼຸດຜ່ອນຄວາມທຸກຍາກໃນຊົນນະບົດ ແລະ ຄວາມບົກພ່ອງທາງໂພຊະນາການ, ແລະ ໂຄງການສົ່ງເສີມນ້ຳປະປາ, ສຸຂະອະນາໄມ ແລະ ສຸຂາພິບານ ໄດ້ມີການເປີດໂຕທີ່ນະຄອນຫຼວງວຽງຈັນ ໃນວັນພຸດນີ້ ເພື່ອແກ້ໄຂບັນຫາການຂາດສານອາຫານໃນເດັກນ້ອຍ.ໂຄງການດັ່ງກ່າວແມ່ນຢູ່ພາຍໃຕ້ການສະໜັບສະໜູນຂອງທະນາຄານໂລກ ມີມູນຄ່າໂຄງການ  460 ຕື້ກີບ (US$52 ລ້ານໂດລາ).ໂຄງການລິເລີ່ມດັ່ງກ່າວຈະດຳເນີນແຕ່ປີ 2019-2024 ຢູ່ໃນສີ່ແຂວງທີ່ມີອັດຕາການຂາດສານອາຫານສູງ ຄື ແຂວງຊຽງຂວາງ, ຫົວພັນ, ຜົ້ງສາລີ ແລະ ອຸດົມໄຊ.ອ່ານຕໍ່   ...

ແກ້ວວຽງຄອນ ບຸນວິເສດ

ລາວ, ຄິວບາ ຕົກລົງໃນການຮ່ວມມືດ້ານວິທະຍາສາດສຸຂະພາບ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຄິວບາ ໄດ້ຕົກລົງເສີມຂະຫຍາຍການຮ່ວມມື ດ້ານສາທາລະນະສຸກ ແລະ ວິທະຍາສາດການແພດ.ຂໍ້ຕົກລົງໄດ້ມີການລົງນາມ ທີ່ນະຄອນຮາວານາ ໃນລະຫວ່າງການຢ້ຽມຢາມປະເທດຄິວບາຢ່າງເປັນທາງການ ຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ໃນລະຫວ່າງວັນທີ 11-12 ພະຈິກນີ້ ຕາມຄຳເຊີນຂອງທ່ານບຼູໂນ ໂຣດິຼເກສ໌ ພາຣີລາ, ຕາມການເປີດເຜີຍຂອງກະຊວງການຕ່າງປະເທດລາວ.ທັງສອງທ່ານໄດ້ຮ່ວມລົງນາມໃນຂໍ້ຕົກລົງສອງສະບັບຄື ຂໍ້ຕົກລົງການຮ່ວມມືລະຫວ່າງລັດຖະບານລາວ ແລະ ລັດຖະບານຄິວບາ ແລະ ບົດບັນທຶກຄວາມເຂົ້າໃຈໃນວຽກງານສາທາລະນະສຸກ ແລະ ວິທະຍາສາດສຸຂະພາບ ລະຫວ່າງກະຊວງສາທາລະນະສຸກຂອງສອງປະເທດ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ຈີນ, ລາວລົງນາມໃນເອກະສານການຊ່ວຍເຫຼືອເພື່ອຫຼຸດຜ່ອນຄວາມທຸກຍາກ

ວຽງຈັນ, 23 ຕຸລາ (Xinhua) — ເຈົ້າໜ້າທີ່ຈີນ ແລະ ລາວ ໄດ້ລົງນາມໃນເອກະສານ ເພື່ອດຳເນີນໂຄງການຊ່ວຍເຫຼືອຂອງຈີນ ໃນການຫຼຸດຜ່ອນຄວາມທຸກຍາກໃນລາວ ໃນວັນພຸດນີ້ ທີ່ນະຄອນຫຼວງວຽງຈັນ.ທ່ານ ຫວັງ ສີອຸຍ ທີ່ປຶກສາດ້ານເສດຖະກິດ ແລະ ການຄ້າ ສະຖານທູດຈີນປະຈຳລາວ ແລະ ທ່ານ ໄຊຊະນະ ສິດທິພອນ ຫົວໜ້າຫ້ອງການ ຄະນະກຳມາທິການການຮ່ວມມືລາວ-ຈີນ ໄດ້ລົງນາມໃນບົດສະຫຼຸບການຈັດຕັ້ງປະຕິບັດການຊ່ວຍເຫຼືອຂອງລັດຖະບານຈີນ ໃນການກໍ່ສ້າງສິ່ງອຳນວຍຄວາມສະດວກເພື່ອຫຼຸດຜ່ອນຄວາມທຸກຍາກໃນຊົນນະບົດຂອງລາວ.ອ່ານຕໍ່ ...

Lu Hui

ອອສ໌ເຕຼເລຍ ໃຫ້ທຶນຊ່ວຍເຫຼືອເພື່ອສົ່ງເສີມສຸຂະພາບ, ຄວາມສະເໝີພາບຍິງຊາຍ ຢູ່ແຂວງສະຫວັນນະເຂດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານ ອອສ໌ເຕຼເລຍ ໃຫ້ທຶນຊ່ວຍເຫຼືອກວ່າ 25 ຕື້ກີບ (4.2 ລ້ານໂດລາອອສ໌ເຕຼເລຍ) ເພື່ອການປັບປຸງຄວາມສະເໝີພາບໃນການເຂົ້າເຖິງ ແລະ ນຳໃຊ້ສຸຂາພິບານ ແລະ ສຸຂະອະນາໄມ ຢູ່ແຂວງສະຫວັນນະເຂດ.ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດໂຄງການສຸຂາພິບານ ແລະ ສຸຂະອະນາໄມແບບຍືນຍົງສຳລັບທຸກຄົນ ໄດ້ມີການລົງນາມຫວ່າງໝໍ່ໆມານີ້ ລະຫວ່າງທ່ານ ປອ. ບົງສຸວັນ ພັນທະວົງ ຫົວໜ້າພະແນກສາທາລະນະສຸກແຂວງສະຫວັນນະເຂດ ແລະ ທ່ານ ດຣ ແອລເລີດ ວັນ ເດນແຮັມ ຫົວໜ້າອົງການ SNV ປະຈຳລາວ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

axrLS
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!