ເປີດໂຕສອງໂຄງການໃໝ່ ເພື່ອຫຼຸດຜ່ອນການຂາດສານອາຫານ ພາຍໃຕ້ວິທີການມີສ່ວນຮ່ວມຈາກຫຼາຍພາກສ່ວນ

ສອງໂຄງການໃໝ່ ຄື ໂຄງການຫຼຸດຜ່ອນຄວາມທຸກຍາກໃນຊົນນະບົດ ແລະ ຄວາມບົກພ່ອງທາງໂພຊະນາການ, ແລະ ໂຄງການສົ່ງເສີມນ້ຳປະປາ, ສຸຂະອະນາໄມ ແລະ ສຸຂາພິບານ ໄດ້ມີການເປີດໂຕທີ່ນະຄອນຫຼວງວຽງຈັນ ໃນວັນພຸດນີ້ ເພື່ອແກ້ໄຂບັນຫາການຂາດສານອາຫານໃນເດັກນ້ອຍ.

ໂຄງການດັ່ງກ່າວແມ່ນຢູ່ພາຍໃຕ້ການສະໜັບສະໜູນຂອງທະນາຄານໂລກ ມີມູນຄ່າໂຄງການ  460 ຕື້ກີບ (US$52 ລ້ານໂດລາ).

ໂຄງການລິເລີ່ມດັ່ງກ່າວຈະດຳເນີນແຕ່ປີ 2019-2024 ຢູ່ໃນສີ່ແຂວງທີ່ມີອັດຕາການຂາດສານອາຫານສູງ ຄື ແຂວງຊຽງຂວາງ, ຫົວພັນ, ຜົ້ງສາລີ ແລະ ອຸດົມໄຊ.

ອ່ານຕໍ່…

 

 

ແກ້ວວຽງຄອນ ບຸນວິເສດ