ລາວ, ຄິວບາ ຕົກລົງໃນການຮ່ວມມືດ້ານວິທະຍາສາດສຸຂະພາບ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຄິວບາ ໄດ້ຕົກລົງເສີມຂະຫຍາຍການຮ່ວມມື ດ້ານສາທາລະນະສຸກ ແລະ ວິທະຍາສາດການແພດ.

ຂໍ້ຕົກລົງໄດ້ມີການລົງນາມ ທີ່ນະຄອນຮາວານາ ໃນລະຫວ່າງການຢ້ຽມຢາມປະເທດຄິວບາຢ່າງເປັນທາງການ ຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ໃນລະຫວ່າງວັນທີ 11-12 ພະຈິກນີ້ ຕາມຄຳເຊີນຂອງທ່ານບຼູໂນ ໂຣດິຼເກສ໌ ພາຣີລາ, ຕາມການເປີດເຜີຍຂອງກະຊວງການຕ່າງປະເທດລາວ.

ທັງສອງທ່ານໄດ້ຮ່ວມລົງນາມໃນຂໍ້ຕົກລົງສອງສະບັບຄື ຂໍ້ຕົກລົງການຮ່ວມມືລະຫວ່າງລັດຖະບານລາວ ແລະ ລັດຖະບານຄິວບາ ແລະ ບົດບັນທຶກຄວາມເຂົ້າໃຈໃນວຽກງານສາທາລະນະສຸກ ແລະ ວິທະຍາສາດສຸຂະພາບ ລະຫວ່າງກະຊວງສາທາລະນະສຸກຂອງສອງປະເທດ.

ອ່ານຕໍ່…

ໂຕະຂ່າວວຽງຈັນທາມສ໌