ໂຄງການຮ່ວມມື ຈີນ-ລາວ ເພື່ອຫຼຸດຜ່ອນຄວາມທຸກຍາກ ຫັນປ່ຽນບ້ານພູດອຍໃນລາວ

ວຽງຈັນ, 17 ພະຈິກ (ຊິນຫົວ) — ບ້ານຊໍ ເມືອງສັງທອງ ຕັ້ງຢູ່ເຂດພູດອຍ ຫ່າງຈາກນະຄອນຫຼວງວຽງຈັນໄປທາງທິດເໜືອ ປະມານສອງຊົ່ວໂມງ ຕາມເສັ້ນທາງບໍ່ດີທີ່ເຕັມໄປດ້ວຍຂຸມ.

ບ້ານດັ່ງກ່າວປະກອບດ້ວຍ 407 ຄອວຄົວ, ຫຼື 2,007 ຄົນ, ເຊິ່ງປະຊາຊົນປະມານເຄິ່ງບ້ານ ຢູ່ພາຍໃຕ້ຄວາມທຸກຍາກ, ມີລາຍຮັບສຸດທິຕໍ່ຫົວຄົນຕໍ່ປີ ຕ່ຳກວ່າ 700 ໂດລາ.

ເຖິງຢ່າງໃດກໍຕາມ, ຖະໜົນ, ບ້ານເຮືອນ ແລະ ໄຟຖະໜົນພະລັງງານແສງອາທິດ ທີ່ຫາກໍ່ສ້າງໃໝ່ ໄດ້ສ້າງຄວາມແຕກຕ່າງຢ່າງເຫັນໄດ້ຈະແຈ້ງ ທຽບກັບພື້ນຖານໂຄງລ່າງເກົ່າທີ່ເປ່ເພ, ​ເຊິ່ງສະແດງໃຫ້ເຫັນຄວາມພະຍາຍາມໃນການພັດທະນາບ້ານດັ່ງກ່າວໃຫ້ຫຼຸດພົ້ນຈາກຄວາມທຸກຍາກ.

ພາບໃຕ້ໂຄງການທົດລອງເພື່ອຫຼຸດຜ່ອນຄວາມທຸກຍາກໃນອາຊີຕາເວັນອອກ, ທີມງານຈາກຈີນ ໄດ້ຄັດເລືອກບ້ານຊໍ ເພື່ອສາທິດປະສົບການໃນການຫຼຸດຜ່ອນຄວາມທຸກຍາກຂອງຈີນ ມາແຕ່ປີ 2017.

ອ່ານຕໍ່…

ຢູຣູ