ພື້ນຖານໂຄງລ່າງ

ລັດຖະບານຮັບຮອງເສັ້ນທາງດ່ວນ ບໍ່ແກ້ວ-ບໍເຕັນເຊື່ອມຕໍ່ປະເທດຈີນ ແລະ ໄທ

ການກໍ່ສ້າງເສັ້ນທາງດ່ວນຍາວ 176.3 ກິໂລແມັດ ຄາດສຳເລັດດ້ວຍຄ່າໃຊ້ຈ່າຍຈຳນວນ 3.8 ຕື້ໂດລາສະຫະລັດ ໂດຍໄດ້ອຳນວຍໃຫ້ບັນດາພາຫະນະຜ່ານດ້ວຍຄວາມໄວ 80 ກມ ຕໍ່ຊົ່ວໂມງ ແລະ ທັງຍັງຫຼຸດໄລຍະເວລາການເດີນທາງ ຈາກ ບໍເຕັນ ແລະ ຫ້ວຍຊາຍ ຊຶ່ງໃຊ້ເວລາພຽງແຕ່ ຊົ່ວໂມງເຄິ່ງ. ເສັ້ນທາງດ່ວນມີທັງໝົດ 4 ສັດສ່ວນດ້ວຍຄວາມຍາມ 440 ກມ. ສັດສ່ວນທຳອິດເລິ່ມຈາກເມືອງວຽງຈັນ ແລະ ວັງວຽງ ຊຶ່ງໄດ້ຖືກເປີດນຳໃຊ້ແລ້ວຜ່ານມາ. ສັດສ່ວນທີ 2 ລະຫວ່າງ ເມືອງວັງວຽງ ແລະ ແຂວງຫຼວງພະບາງ, ສັດສ່ວນທີ 3 ຈາກແຂວງຫຼວງພະບາງ ເຖິງ ອຸດົມໄຊ, ແລະ ສັດສ່ວນທີ 4 ແມ່ນຈາກແຂວງອຸດົມໄຊ ຫາ ຊາຍແດນຈີນ. ສືບຕໍ່ອ່ານລາຍລະອຽດ  ...

ຜູ້ລາຍງານຂ່າວທາມສ໌

ການທົດລອງເສັ້ນທາງລົດໄຟລາວ-ຈີນ ຄັ້ງທຳອິດຄາດວ່າຈະມີຂື້ນໃນເດືອນສິງຫາ

ເສັ້ນທາງລົດໄຟລາວ-ຈີນ ແຫ່ງທຳອິດກຳລັງຢູ່ໃນການກໍ່ສ້າງດ້ວຍຄວາມຍາວ 422.4 ກິໂລແມັດ ແລະ ຄາດວ່າຈະມີການທົດລອງໃນເດືອນສິງຫາ ກ່ອນການເປີດນຳໃຊ້ຢ່າງເປັນທາງການໃນເດືອນທັນວານີ້ ຕາມການລາຍງານຂອງໂຄງການ.  ເສັ້ນທາງຈະເຊື່ອມຕໍ່ລະຫວ່າງວຽງຈັນ ຫາ ຊາຍແດນຈີນ ໂດຍຜ່ານແຂວງວຽງຈັນ, ຫຼວງພະບາງ, ອຸດົມໄຊ ແລະ ຫຼວງນ້ຳທາ ຜ່ານ 75 ອຸມົງດ້ວຍຄວາມຍາວ 197.83 ກິໂລແມັດ, ລວມມູນຄ່າການກໍ່ສ້າງຈຳນວນ 5.986 ຕືື້ (37.4ຕື້ຢວນ) ຊຶ່ງໄດ້ລິເລິ່ມການກໍສ້າງໃນເດືອນທັນວາ ປີ 2016. ອ່ານເພິ່ມເຕີມ  ...

ຜູ້ລາຍງານຂ່າວທາມສ

ສະໜາມບິນແຫ່ງໃໝ່ທີ່ແຂວງຫົວພັນ ສຳເລັດແລ້ວ 92 ເປີເຊັນ

ການໂຄງການກໍ່ສ້າງຢູ່ສະໜາມບິນໜອງຂາງ, ແຂວງຫົວພັນໄດ້ສຳເລັດ 92.34% ແຕ່ກໍຍັງມີການເລື່ອນໃນເດືອນມີນາ 2020 ຍ້ອນສະພາບການທາງການເງິນ ແລະ ບັນດາດ້ານສິ່ງແວດລ້ອມ. ຄ່າໃຊ້ຈ່າຍໃນການກໍສ້າງທີ່ເພິ່ມຂື້ນແບບບໍ່ໄດ້ຢູ່ໃນຄາດໝາຍ ເຮັດໃຫ້ໂຄງການຕ້ອງລໍຖ້າການຮັບຮອງຈາກລັດຖະບານ, ອີກທັງສະພາບການກັບບ້ານຂອງບັນດາແຮງງານຕ່າງປະເທດ ໃນຊ່ວງສະພາບການໂຄວິດ-19.  ລາຍລະອຽດເພິ່ມເຕີມເບິ່ງໄດ້>>> ທີ່ນີ້.  ...

ລັດສະໝີ ພອນວິໄລ

Telcos Discount Voice Calls and Data Rates During Lockdown Period

ຜູ້ໃຫ້ບໍລິການດ້ານການຄົມມະນາຄົມ (ອົງການດັດສົມໂທລະຄົມ) ສະເໜີໃຫ້ບັນດາບໍລິສັດໂທລະຄົມ ຫຼຸດລາຄາ 15% ໃຫ້ຜູ້ໃຊ້ສຳລັບທຸກປະເພດບໍລິການ(ໂທລະສັບຕັ້ງໂຕະ, ບໍ່ມີສາຍ, ເບີລາຍເດືອນ ແລະ ເຕີມເງິນ); ພ້ອມທັງ ສົ່ງຂໍ້ຄວາມສັ້ນ (SMS) ຫາຜູ້ໃຊ້ບໍລິການຈາກຜູ້ໃຫ້ບໍລິການ ເພື່ອແຈ້ງໃຫ້ຮັບຮູ້ ກ່ຽວກັບສ່ວນຫຼຸດ ພ້ອມທັງສົ່ງເວັບໄຊຄະນະສະເພາະກິດ ເພື່ອຊ່ວຍກັນຕິດຕາມດ້ານຂໍ້ມູນຂ່າວກ່ຽວກັບໂຄວິດ-19 ຊຶ່ງໃຫ້ເລິ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 31 ພຶດສະພາ – ວັນທີ 30 ມິຖຸນາ.ດາວໂຫຼດເອກະສານທາງການໄດ້ທີ່ນີ້ >>> HERE ອ່ານເພິ່ມເຕີມ   ...

ໄພບູນ ທະນະບົວສີ

ຫລາຍກວ່າ 40 ໝູ່ບ້ານຢູ່ເມືອງຈຳພອນ ບັນລຸ ສະຖານະໝູ່ບ້ານທີ່ບໍ່ມີການຖ່າຍຊະຊາຍ

ພິທີປະກາດ 41 ໝູ່ບ້ານເປັນເຂດປອດການຖ່າຍຊະຊາຍ ເປັນຂີດໝາຍສຳຄັນ ໃນການຮ່ວມມືລະຫວ່າງລັດຖະບານ ແລະ SNV ເພື່ອຈັດຕັ້ງປະຕິບັດ ໂຄງການສຸຂະອະນາໄມ ແລະ ສຸຂະອະນາໄມສຳລັບທຸກຄົນ (SSH4A) . ໂຄງການດັ່ງກ່າວ ແມ່ນໄດ້ຮັບການສະ ໜັບສະໜູນຈາກ ລັດຖະບານອົດສະຕາລີ ດ້ວຍງົບປະມານ 4,2 ລ້ານໂດລ້າ ສຳລັບໄລຍະປີ 2018-2022 ແລະ ມີຈຸດປະສົງເພື່ອປັບປຸງສຸຂະພາບ, ຄວາມສະເໝີພາບລະຫວ່າງຍິງ – ຊາຍ ແລະ ການມີສ່ວນຮ່ວມຂອງສັງຄົມໃຫ້ແກ່ປະຊາຊົນ ຈຳນວນ 200.000 ຄົນທີ່ອາໃສຢູ່ເມືອງອັດຕະປື, ເມືອງຈຳພອນ ແລະ ເມືອງພະລານໄຊໂດຍການບັນລຸການປ້ອງກັນບັນຫາການຖ່າຍຊະຊາຍໃນປີ 2022.ອ່ານເພິ່ມເຕີມ  ...

ຜູ້ລາຍງານຂ່າວທາມສ໌

Star Fintech ຈັດຕັ້ງການໂອນເງິນແບບ u-money ພາຍໃຕ້ໂຄງການຫຼຸດຜ່ອນຄວາມທຸກຍາກ

ກະຊວງກະສິກຳ ແລະ ປ່າໄມ້ໄດ້ເຊັນສັນຍາໃນເດືອນກຸມພາ ວ່າດ້ວຍການນຳໃຊ້ລະບົບ u-money ເພື່ອຈ່າຍເງີນຊ່ວຍເຫລືອແກ່ຜູ້ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ຂາດສານອາຫານໃນຊົນນະບົດ. ໂຄງການນີ້ແມ່ນ ໜຶ່ງໃນຫລາຍໆໂຄງການທີ່ໄດ້ຮັບການສະໜັບສະໜູນເງິນກູ້ຈາກທະນາຄານໂລກ. ໂຄງການດັ່ງກ່າວຈະຖືກຈັດຕັ້ງປະຕິບັດຢູ່ 4 ແຂວງພາກເໜືອ ຄື: ແຂວງຜົ້ງສາລີ, ອຸດົມໄຊ, ຫົວພັນ ແລະ ຊຽງຂວາງ ແລະ ຈະເຫັນການເບີກຈ່າຍເງິນຊ່ວຍເຫລືອຄອບຄົວທີ່ທຸກຈົນ ແລະ ຄອບຄົວທີ່ຫາກໍຫຼຸດພົ້ນຈາກຄວາມທຸກຍາກ.ອ່ານເພິ່ມເຕີມ.  ...

ຜູ້ລາຍງານຂ່າວທາມສ໌

UNDP ຮ່ວມມືກັບ Go Teddy ແກ້ໄຂບັນຫາມົນລະພິດຈາກການຫຸ້ມຫໍ່ດ້ວຍສຕິກ ໃນການຈັດສົ່ງອາຫານດ້ວຍຮູບແບບທີ່ເປັນມິດກັບສິ່ງແວດລ້ອມ

ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ຮ່ວມມືກັບ Go Teddy, ທຸລະກິດສະຕາດອັບຂອງລາວຂະແໜງການຈັດສົ່ງອາຫານ ເປີດໂຄງການສົ່ງເສີມການຫຸ້ມຫໍ່ທີ່ເປັນມິດກັບສິ່ງແວດລ້ອມໃນການບໍລິການຈັດສົ່ງອາຫານ. ງານດັ່ງກ່າວ ໄດ້ນຳສະເໜີການບໍລິການໃໝ່ຂອງແອັບພີເຄຊັນໂທລະສັບທີ່ຮຽກວ່າ:​ “ອີໂຄແທັບ” (“Eco Tab”)  ຊຶ່ງເປັນທາງເລືອກໃຫ້ລູກຄ້າໄດ້ນຳໃຊ້ການຫຸ້ມຫໍ່ທີ່ປາສະຈາກພາສຕິກ. ສືບຕໍ່ອ່ານ.  ...

ຂ່າວສານປະເທດລາວ

ລັດວິສາຫະກິດໄຟຟ້າລາວ (EDL) ແລະ ບໍລິສັດ SysmatiK ຄູ່ຮ່ວມມືດ້ານໄອທີ ຍົກລະດັບສູນບໍລິການ, ແອັບພີເຄຊັນເທິງມືຖື

ລັດວິສາຫະກິດໄຟຟ້າລາວ (EDL) ແລະ ບໍລິສັດໄອທີ Sysmatik IT ຈຳກັດ ໄດ້ຮ່ວມກັນຍົກລະດັບລະບົບສູນບໍລິການດ້ວຍເລກໝາຍ 1199 ແລະ ແອັບພີເຄຊັນເທິງມືຂອງ EDL, ຊຶ່ງອຳນວຍໃຫ້ມວນຊົນສະໜອງການແຈ້ງເຕືອນສຸກເສີນກ່ຽວກັບຄວາມບົກພ່ອງຕ່າງໆທີ່ກ່ຽວກັບລະບົບໄຟຟ້າ, ການບໍລິການຂອງ EDL ແລະ ບັນຫາອື່ນໆ. ອ່ານຕໍ່ ...

ຜູ້ສື່ຂ່າວທາມສ໌

16 ຄົນເສຍຊີວິດຢູ່ເສັ້ນທາງດ່ວນວັງວຽງກ່ອນການເປີດນຳໃຊ້ຢ່າງເປັນທາງການ

6 ຄົນໄດ້ເສຍຊີວິດຢູ່ເສັ້ນທາງດ່ວນ ລະຫວ່າງນະຄອນຫຼວງວຽງຈັນ-ວັງວຽງ ນັບແຕ່ຫົນທາງເລິ່ມເປີດນຳໃຊ້.  ອີງຕາມການລາຍງານໂດຍຂ່າວສານຄວາມສະຫງົບຂອງລາວ. ອ່ານຕໍ່ . ...

ໄພບູນ ທະນາບົວສີ

ບໍລິສັດ ສະຕາຟິນເທັກ ຮ່ວມມືກັບ ບໍລິສັດ ພູເດັນໂຊ ລາວ ເປີດບໍລິການຊຳລະຜ່ານມືຖື

ສະຕາຟິນເທັກ ແລະ ພູເດັນໂຊ ປະກັນໄພ ໄດ້ຕົກລົງເປີດບໍລິການຊຳລະຜ່ານມືຖື ໂດຍຜ່ານລະບົບ U-money ເພື່ອປັບປຸງຄຸນນະພາບການບໍລິການ ແລະ ຄວາມສະດວກສະບາຍສຳລັບລູກຄ້າທັງສອງບໍລິສັດ.ອ່ານຕໍ່  ...

ຜູ້ສື່ຂ່າວສານປະເທດລາວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

RxvcN
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!