Star Fintech ຈັດຕັ້ງການໂອນເງິນແບບ u-money ພາຍໃຕ້ໂຄງການຫຼຸດຜ່ອນຄວາມທຸກຍາກ

ກະຊວງກະສິກຳ ແລະ ປ່າໄມ້ໄດ້ເຊັນສັນຍາໃນເດືອນກຸມພາ ວ່າດ້ວຍການນຳໃຊ້ລະບົບ u-money ເພື່ອຈ່າຍເງີນຊ່ວຍເຫລືອແກ່ຜູ້ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ຂາດສານອາຫານໃນຊົນນະບົດ. ໂຄງການນີ້ແມ່ນ ໜຶ່ງໃນຫລາຍໆໂຄງການທີ່ໄດ້ຮັບການສະໜັບສະໜູນເງິນກູ້ຈາກທະນາຄານໂລກ. ໂຄງການດັ່ງກ່າວຈະຖືກຈັດຕັ້ງປະຕິບັດຢູ່ 4 ແຂວງພາກເໜືອ ຄື: ແຂວງຜົ້ງສາລີ, ອຸດົມໄຊ, ຫົວພັນ ແລະ ຊຽງຂວາງ ແລະ ຈະເຫັນການເບີກຈ່າຍເງິນຊ່ວຍເຫລືອຄອບຄົວທີ່ທຸກຈົນ ແລະ ຄອບຄົວທີ່ຫາກໍຫຼຸດພົ້ນຈາກຄວາມທຸກຍາກ.

ອ່ານເພິ່ມເຕີມ…. 

ຜູ້ລາຍງານຂ່າວທາມສ໌