ການພັດທະນາດ້ານສັງຄົມ

ການມອບຮັບອຸປະກອນເທັກໂນໂລຢີ ເພື່ອສົ່ງເສີມໂຄງການອາຫານໂຮງຮຽນ

ໂຄງການອາຫານໂລກ (WFP) ໄດ້ມອບອຸປະກອນເທັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ເພື່ອສະໜັບສະໜູນໂຄງການອາຫານໂຮງຮຽນ ເພື່ອຮັບປະກັນໃຫ້ມີຄວາມຍືນຍົງ ແລະ ເສີມຂະຫຍາຍກຳມະສິດທ້ອງຖິ່ນ ໃນບັນດາໂຮງຮຽນເປົ້າໝາຍ.ພິທີມອບຮັບອຸປະກອນ ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນຈັນນີ້ ເພື່ອຊ່ວຍເຫຼືອຫ້ອງການສຶກສາທິການ ແລະ ກິລາ ໃນ 21 ເມືອງ ແລະ ພະແນກສຶກສາ ແລະ ກິລາ ແຂວງຫຼວງພະບາງ, ສາລະວັນ, ເຊກອງ, ແລະ ອັດຕະປື ໃນການຈັດຕັ້ງປະຕິບັດໂຄງການ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ພາກພື້ນ ຫາລືວຽກງານຄວາມປອດໄພຂອງອາຫານ ຢູ່ນະຄອນຫຼວງວຽງຈັນ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະຜູ້ແທນຈາກລັດຖະບານ ແລະ ນັກວິໄຈບັນດາປະເທດສະມາຊິກ ອົງການສົ່ງເສີມຜະລິດຕະພາບອາຊີ (APO) ໄດ້ປະຊຸມທີ່ນະຄອນຫຼວງວຽງຈັນ ເພື່ອສຶກສາ ແລະ ແລກປ່ຽນປະສົບການ ກ່ຽວກັບລະບຽບການດ້ານຄວາມປອດໄພຂອງອາຫານ ແລະ ບັນຫາທີ່ກ່ຽວຂ້ອງ.ທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ, ແລະ ທ່ານ ດຣ Asaithambi Manickam ເຈົ້າໜ້າທີ່ໂຄງການ ພະແນກກະສິກຳ APO ເຂົ້າຮ່ວມເປັນປະທານໃນກອງປະຊຸມດັ່ງກ່າວ ເຊິ່ງມີຜູ້ເຂົ້າຮ່ວມຈາກປະເທດລາວ, ຫວຽດນາມ, ໄທ, ກຳປູເຈຍ, ອິນໂດເນເຊຍ, ສິງກະໂປ, ອິຣານ, ຟິຈິ, ມອງໂກເລຍ, ປາກິສະຖານ, ສີລັງກາ, ບັງກະລາເທດ.ອ່ານຕໍ່ ...

ໂຕະຂ່າວ

ລາວມີກໍລະນີຜູ້ຕິດເຊື້ອໄຂ້ປ່າ 5,600 ກວ່າກໍລະນີທົ່ວປະເທດສຳລັບປີນີ້

ແຂວງວຽງຈັນ: ລາວມີກໍລະນີຜູ້ຕິດເຊື້ອພະຍາດໄຂ້ປ່າ 5,600 ກວ່າກໍລະນີທົ່ວປະເທດສຳລັບປີນີ້, ແຕ່ບໍ່ພົບຜູ້ເສຍຊີວິດ ໃນຂະນະທີ່ຈຳນວນຜູ້ຕິດເຊື້ອຍັງສືບຫຼຸດລົງ.ຂໍ້ມູນດັ່ງກ່າວ ມີການເປີດເຜີຍໃນກອງປະຊຸມສະຫຼຸບວຽກງານ ຂອງກະຊວງສາທາລະນະສຸກໃນປີຜ່ານມາ ແລະ ຫາລືແຜນການສຳລັບປີ 2020 ຢູ່ເມືອງວັງວຽງ ແຂວວຽງຈັນ ໃນວັນທີ 16-20 ທັນວານີ້.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ກອງປະຊຸມຫາລືກ່ຽວກັບ ນະໂຍບາຍແຫ່ງຊາດກ່ຽວກັບການວາງແຜນຄອບຄົວ

ລາວຈະສືບຕໍ່ເຮັດວຽກຮ່ວມກັບບັນດາຄູ່ຮ່ວມພັດທະນາ ເຊັ່ນ ອົງການກອງທຶນປະຊາກອນ ສະຫະປະຊາຊາດ (UNFPA) ເພື່ອສ້າງນະໂຍບາຍ ກ່ຽວກັບໂຄງການວາງແຜນຄອບຄົວແຫ່ງຊາດ.ທ່ານ ປອ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ຄຳເຫັນໃນກອງປະຊຸມປະຈຳປີ ເພື່ອທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການພາຍໃນປະເທດລະຫວ່າງລາວ ແລະ ອົງການ UNFPA ໃນວັນສຸກແລ້ວນີ້ ທີ່ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຊີເກມ 2019: ລາວຍາດໄດ້ຫຼຽນຄຳຫຼຽນທຳອິດ ຈາກກິລາມວຍ

ລາວຍາດໄດ້ຫຼຽນຄຳຫຼຽນທຳອິດໃນມະຫາກຳກິລາຊີເກມ 2019 ພາຍຫຼັງເອົາຊະນະນັກກິລາຈາກອິນໂດເນເຊຍ ໃນຮອບສຸດທ້າຍຂອງການແຂ່ງຂັນກິລາມວຍເຕະຊາຍ ລຸ້ນບໍ່ເກີນ 60 ກິໂລກຼາມ.ໃນການແຂ່ງຂັນໃນວັນທີ 10 ທັນວານີ້, ສຸກັນ ໄຕປັນຍາວົງ ນັກກິລາມວຍເຕະຂອງລາວ ສາມາດເອົາຊະນະ ບອນນາຕົວ ລຳບັນຕຸງກັບ ຄູ່ແຂ່ງຈາກອິນໂດເນເຊຍ ໃນການແຂ່ງຂັນຊິງຫຼຽນຄຳ, ຕາມຂໍ້ມູນຈາກເວັບໄຊທາງການຂອງກິລາຊີເກມ 2019.ອ່ານຕໍ່ ...

Taejun Kang

ອົງການຈັດຕັ້ງສາກົນ ຊ່ວຍກໍ່ສ້າງໂຮງຮຽນຫຼັງໃໝ່ສຳລັບເດັກນ້ອຍ ຢູ່ແຂວງສະຫວັນນະເຂດ

ເດັກນ້ອຍ 100 ກວ່າຄົນໃນບ້ານດົງນາຄາມ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ໄດ້ເຂົ້າຮຽນໃນໂຮງຮຽນຫຼັງໃໝ່ ພາຍໃຕ້ການຊ່ວຍເຫຼືອໃນການກໍ່ສ້າງ ໂດຍມູນນິທິ Acronis Cyber.ມູນນິທິ Acronis Cyber ໄດ້ຮ່ວມມືກັບມູນນິທິສານຝັນເດັກ ມອບອາຄານໂຮງຮຽນດັ່ງກ່າວ ໃຫ້ແກ່ອຳນາດການປົກຄອງທ້ອງຖິ່ນ ໃນວັນອັງຄານນີ້.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ຄະນະວິຊາໃນ ມຊ, ຊາວໜຸ່ມ ຮ່ວມຫາລືກ່ຽວກັບການພັດທະນາດ້ານການສຶກສາ

ໃນວັນພຸດນີ້ ເຈົ້າໜ້າທີ່ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບຄູອາຈານ ແລະ ນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ (ມຊ) ໄດ້ເຕົ້າໂຮມກັນເພື່ອຫາລື ກ່ຽວກັບການພັດທະນາດ້ານການສຶກສາ ແລະ ສືບຕໍ່ປະກອບສ່ວນຕໍ່ປະເທດຊາດ.ເຂົ້າຮ່ວມໃນກອງປະຊຸມຊາວໜຸ່ມ ມຊ ດັ່ງກ່າວ ມີທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ, ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ເຈົ້າໜ້າທີ່ການນຳກະຊວງ, ຄູອາຈານ ແລະ ນັກສຶກສາຈາກມະຫາວິທະຍາໄລ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ງານວາງສະແດງ ປິດທ້າຍກອງປະຊຸມວິຊາການ ແກະສະຫຼັກແກ່ນໝາຍຄາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນພະຫັດແລ້ວນີ້ ສະຖາບັນວິຈິດຕະກຳແຫ່ງຊາດ (NIFA) ໄດ້ຈັດວາງສະແດງແກ່ນໝາກຄາຍແກະສະຫຼັກ ເພື່ອເປັນການປິດທ້າຍກອງປະຊຸມວິຊາການພິເສດ ທີ່ດຳເນີນໂດຍວິທະຍາກອນຈາກຈີນ.ແກ່ນໝາຍຄາຍແກະສະຫຼັກ ມີຄວາມວິຈິດງົດງາມ ແລະ ມີຫຼາຍຮູບຫຼາຍຂະໜາດ ເຊັ່ນ ຮູບພະພຸດທະຮູບ, ດອກໄມ້ ແລະ ສັດຕ່າງໆ.ກິດຈະກຳຝຶກອົບຮົມດັ່ງກ່າວ ເຊິ່ງຈັດຂຶ້ນໂດຍ NIFA ໃນລະຫວ່າງວັນທີ 13-30 ພະຈິກທີ່ຜ່ານມານີ້, ເຊິ່ງມີຄູອາຈານ ແລະ ນັກສຶກສາ 23 ຄົນຈາກກົມແກະສະຫຼັກເຂົ້າຮ່ວມ. ຜູ້ເຂົ້າຮ່ວມໄດ້ຮັບການຝຶກອົບຮົມຈາກ ທ່ານ ຫຼິວ ສີີ ເຊັງ ຜູ້ຊ່ຽວຊານຈີນ ທີ່ມີປະສົບການດ້ານການແກະສະຫຼັກແກ່ນໝາກຄາຍ.ອ່ານຕໍ່ ...

ວິສິດ ເທບພະລັດ

ສຸຂະພາບຈະເລີນພັນ ຍັງຄົງເປັນສິ່ງທ້າທາຍສຳລັບກຸ່ມແມ່ຍິງລາວທີ່ທຸກຍາກ: ຕາມເຈົ້າໜ້າທີ່

ວຽງຈັນ, 10 ທັນວາ (Xinhua) — ອຳນາດການປົກຄອງກ່າວວ່າ ໃນຂະນະທີ່ໃນປະຈຸບັນ ຄົນສ່ວນໃຫຍ່ສາມາດເຂົ້າເຖິງການບໍລິການທາງການແພດທີ່ມີຄຸນນະພາບກວ່າເກົ່າ, ການເຂົ້າເຖິງການບໍລິການດ້ານສຸຂະພາບຈະເລີນພັນ ຍັງຄົງເປັນສິ່ງທ້າທາຍສຳລັບຫຼາຍໆຄົນ, ໂດຍສະເພາະແມ່ນແມ່ຍິງທີ່ທຸກຍາກ.ແມ່ຍິງ ແລະ ຄົນໜຸ່ມສາວໃນລາວ ຍັງຄົງຂາດຂໍ້ມູນກ່ຽວກັບການເຂົ້າເຖິງບໍລິການດ້ານສຸຂະພາບຈະເລີນພັນ, ຕາມບົດລາຍງານຫຼ້າສຸດຂອງອົງການກອງທຶນປະຊາກອນ ສະຫະປະຊາຊາດ (UNFPA). ເວັ້ນເສຍແຕ່ຈະຈັດການເລັ່ງດ່ວນ ຕໍ່ບັນຫາຄວາມບໍ່ສະເໝີພາບ, ແມ່ຍິງທີ່ທຸກຍາກ ຈຶ່ງຈະມີອຳນາດໃນການຕັດສິນໃຈກ່ຽວກັບຊີວິດຂອງເຂົາເຈົ້າ, ຖ້າບໍ່ດັ່ງນັ້ນ ລາວກໍຕ້ອງຜະເຊີນກັບສິ່ງທ້າທາຍຕໍ່ເປົ້າໝາຍການພັດທະນາ.ອ່ານຕໍ່ ...

Yurou

ຊ່ຽວຊານ ຫາລືແນວຄິດກ່ຽວກັບຫຼັກສູດປະລິນຍາໂທຄົ້ນຄວ້າສີຂຽວ

ເຈົ້າໜ້າທີ່ລັດຖະບານ ຮ່ວມມືກັບມະຫາວິທະຍາໄລແຫ່ງຊາດລາວ (ມຊ) ແລະ ຕາງໜ້າອົງການຄູ່ຮ່ວມງານ ໃນກອງປະຊຸມເພື່ອແລກປ່ຽນແນວຄິດ ກ່ຽວກັບຮ່າງຫຼັກສູດການສຶກສາປະລິນຍາໂທ ໃນຂະແໜງວິທະຍາສາດດ້ານນະວັດຕະກຳສີຂຽວເພື່ອການຄຸ້ມຄອງສິ່ງແວດລ້ອມ (GIEM).ຫຼັກສູດປະລິນຍາໂທດັ່ງກ່າວ ແມ່ນຕ່າງຈາກຫຼັກສູດປະລິນຍາໂທອື່ນໆທີ່ມີໃນປະຈຸບັນ ເພາະວ່າຈະເປັນຫຼັກສູດພື້ນຖານການຄົ້ນຄ້ວາ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

wpRdT
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!