ມະຫາວິທະຍາໄລແຫ່ງຊາດລາວ ເລິ່ມຈັດຕັ້ງດັບປະລິນຍາເອກສາຂາບໍລິຫານການສຶກສາ

ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ເລິ່ມເປີດໃຫ້ມີລະດັບປະລິນຍາເອກສາຂາບໍລິຫານການສຶກສາ ເພື່ອຝຶກບັນດານັກຮຽນຮູ້ໃຫ້ກາຍເປັນຜູ້ນຳໃນຂະແໜງການ. ແຜນງານດັ່ງກ່າວ ຈະເລິ່ມມີການສິດສອນຢູ່ຄະນະສຶກສາສາດ ໂດຍຄາດໝາຍເພື່ອບັນລຸມາດຕະຖານສາກົນ ແລະ ພາກພື້ນອາຊຽນ.​ ມະຫາວິທະຍາໄລ ຈະຈ້າງເອົານັກວິທະຍາກອນຈາກປະເທດລາວ ແລະ ປະເທດອື່ນ ເພື່ອມາເຜີຍແຜ່ຄວາມຮູ້ຈາກຫຼາກຫຼາຍແຫຼ່ງ ໃຫ້ແກ່ນັກຮຽນ-ນັກສຶກສາ. ອ່ານຕໍ່   ...

ຜູ້ລາຍງານຂ່າວທາມສ໌

ຄະນະວິຊາໃນ ມຊ, ຊາວໜຸ່ມ ຮ່ວມຫາລືກ່ຽວກັບການພັດທະນາດ້ານການສຶກສາ

ໃນວັນພຸດນີ້ ເຈົ້າໜ້າທີ່ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບຄູອາຈານ ແລະ ນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ (ມຊ) ໄດ້ເຕົ້າໂຮມກັນເພື່ອຫາລື ກ່ຽວກັບການພັດທະນາດ້ານການສຶກສາ ແລະ ສືບຕໍ່ປະກອບສ່ວນຕໍ່ປະເທດຊາດ.ເຂົ້າຮ່ວມໃນກອງປະຊຸມຊາວໜຸ່ມ ມຊ ດັ່ງກ່າວ ມີທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ, ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ເຈົ້າໜ້າທີ່ການນຳກະຊວງ, ຄູອາຈານ ແລະ ນັກສຶກສາຈາກມະຫາວິທະຍາໄລ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ຊ່ຽວຊານ ຫາລືແນວຄິດກ່ຽວກັບຫຼັກສູດປະລິນຍາໂທຄົ້ນຄວ້າສີຂຽວ

ເຈົ້າໜ້າທີ່ລັດຖະບານ ຮ່ວມມືກັບມະຫາວິທະຍາໄລແຫ່ງຊາດລາວ (ມຊ) ແລະ ຕາງໜ້າອົງການຄູ່ຮ່ວມງານ ໃນກອງປະຊຸມເພື່ອແລກປ່ຽນແນວຄິດ ກ່ຽວກັບຮ່າງຫຼັກສູດການສຶກສາປະລິນຍາໂທ ໃນຂະແໜງວິທະຍາສາດດ້ານນະວັດຕະກຳສີຂຽວເພື່ອການຄຸ້ມຄອງສິ່ງແວດລ້ອມ (GIEM).ຫຼັກສູດປະລິນຍາໂທດັ່ງກ່າວ ແມ່ນຕ່າງຈາກຫຼັກສູດປະລິນຍາໂທອື່ນໆທີ່ມີໃນປະຈຸບັນ ເພາະວ່າຈະເປັນຫຼັກສູດພື້ນຖານການຄົ້ນຄ້ວາ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ເປີດຮັບສະໝັກຊິງທຶນ ເພື່ອໄປສຶກສາທີ່ປະເທດຮັງກາລີ

ສະຖານກົງສຸນຮັງກາລີປະຈຳລາວ ໄດ້ແຈ້ງການເປີດຮັບສະໝັກຊິງທຶນ ເພື່ອໄປສຶກສາທີ່ປະເທດຮັງກາລີ ສຳລັບສົກຮຽນ 2020-2021, ພາຍໃຕ້ໂຄງການ Stipendium Hungarium (SH). ໃບຄຳຮ້ອງການສະໝັກແມ່ນເປີດຮັບຕັ້ງແຕ່ວັນທີ 15 ​ພະຈິກ 2019. ແລະ ມີກຳນົດປິດຮັບໃນວັນທີ 15 ມັງກອນ 2020.ປະເທດຮັງກາລີ ໃຫ້ບໍລິການການສຶກສາ ທີ່ມີຄຸນນະພາບສູງ ຢູ່ໃຈກາງທະວີບຢູໂຣບ. ໃນປະຈຸບັນ ນັກສຶກສາຕ່າງປະເທດທີ່ເຂົ້າມາສຶກສາຢູ່ຮັງກາລີ ມີ່ທ່າອ່ຽງສູງຂຶ້ນ. ນອກຈາກການສຶກທີ່ມີຄຸນະພາບ ແລະ ໃບປະກາດທີ່ເປັນທີ່ຮັບຮູ້ໃນທົ່ວຢູໂຣບ ແລະ ທົ່ວໂລກ, ນັກສຶກສາໃນປະຈຸບັນ ແລະ ອະນາຄົດ ຍັງໄດ້ປະໂຫຍດຈາກຄ່າຄອງຊີບທີ່ບໍ່ສູງເກີນໄປ ເຊິ່ງຄຸ່ມຄ້າຕໍ່ການລົງທຶນ, ທັງມີສະພາບແວດລ້ອມທີ່ປອດໄພ ແລະ ເປັນໜ້າຢູ່ອາໄສ ພາຍໃຕ້ລະບົບການຂົນສົ່ງສາທາລະນະທີ່ສະດວກສະບາຍ, ເປັນປະເທດສູນກາງຂອງຢູໂຣບ, ມີທິວທັດທຳມະຊາດທີ່ສວຍສົດງົດງາມ ເຕັມໄປດ້ວຍສະຖານທີ່ທ່ອງທ່ຽວມໍລະດົກໂລກ UNESCO ທີ່ມີອາຍຸເກົ່າແກ່ພັນປີ ທັງມີປະຫວັດທີ່ໜ້າສົນໃຈ. ປະຈຸບັນ ມີທຶນການສຶກສາທັງໝົດ ...

ລັດສະໝີ ພອນວິໄລ

ມະຫາວິທະຍາໄລສະຫວັນນະເຂດ ສະເຫຼີມສະຫຼອງວັນຄົບຮອບ 10 ປີ

ໃນອາທິດແລ້ວນີ້ ມະຫາວິທະຍາໄລສະຫວັນນະເຂດ ໄດ້ເປັນເຈົ້າພາບຈັດກິດຈະກຳເພື່ອສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລຄົບຮອບ 10 ປີ, ເປັນມະຫາວິທະຍາໄລຂອງລັດແຫ່ງທີ່ສີ່ຂອງປະເທດລາວ, ພາຍຫຼັງມີການເປີດຮັບນັກສຶກສາມາແຕ່ເດືອນຕຸລາປີ 2009, .ນັກສຶກສາຈາກທົ່ວປະເທດ ສະແຫວງຫາສະຖານການສຶກສາລະດັບມະຫາວິທະຍາໄລໃນອັດຕາທີ່ເພີ່ມຂຶ້ນ ແລະ ປະຈຸບັນທາງມະຫາວິທະຍາໄລຮັບນັກສຶກສາມາແລ້ວທັງໝົດ 8,811 ຄົນ.ມະຫາວິທະຍາໄລດັ່ງກ່າວປະກອບໄປດ້ວຍຄະນະວິຊາຕ່າງໆ ຄື ກະເສດສາດ ແລະ ສິ່ງແວດລ້ອມ, ບໍລິຫານທຸລະກິດ, ພາສາສາດ, ມະນຸດສາດ, ເທັກໂນໂລຢີ ແລະ ຂໍ້ມູນຂ່າວສານ, ວິທະຍາສາດການປຸງແຕ່ງອາຫານ, ການສຶກສາ, ວິທະຍາສາດທຳມະຊາດ, ແລະ ວິສະວະກຳສາດ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ມຊ ຈະເປັນເຈົ້າພາບຈັດກອງປະຊຸມການຄົ້ນຄວ້າວິທະຍາສາດສາກົນ

ວຽງຈັນ (ວຽງຈັນທາມສ໌) – ບັນຄະນະວິຊາໃນມະຫາວິທະຍາໄລແຫ່ງຊາດລາວ (ມຊ), ສະຖາບັນ ແລະ ຊ່ຽວຊານຕ່າງປະເທດ ຈະຂຶ້ນນຳສະເໜີບົດຄົ້ນຄວ້າຂອງຕົນ ໃນກອງປະຊຸມສາກົນວ່າດ້ວຍການຄົ້ນຄວ້າວິທະຍາສາດ, ເທັກໂນໂນຢີ ແລະ ນະວັດຕະກຳເພື່ອການພັດທະນາແບບຍືນຍົງ ທີ່ ມຊ ໃນວັນທີ 5-6 ພະຈິກນີ້.ກອງປະຊຸມດັ່ງກ່າວແມ່ນຈັດໂດຍຫ້ອງການຄົ້ນຄວ້າ ແລະ ບໍລິການການສຶກສາ ມຊ ເຊິ່ງຈະມີຄູອາຈານ ແລະ ນັກຄົ້ນຄວ້າເຂົ້າຮ່ວມທັງໝົດ 98 ຄົນ ທັງລະດັບປະລິນຍາໂທ, ປະລິນຍາເອກ ແລະ ລະດັບອາຊີບ ຈາກ 13 ຄະນະວິຊາ ລວມເຖິງບັນດານັກຄົ້ນຄວ້າຈາກຕ່າງປະເທດ ທີ່ຈະມາບັນຍາຍຜົນງານການຄົ້ນຄວ້າໃນຂະແໜງວິຊາຂອງຕົນ.ອ່ານຕໍ່  ...

ສັງຄົມໄຊ ບຸບຜານຸວົງ

ມະຫາວິທະຍາໄລວິທະຍາສາດການແພດ ໄດ້ຮັບການແຈກຢາຍປື້ມຈັນຍາບັນໃນການຄົ້ນຄວ້າວິໄຈ

(ຂປລ) ປື້ມຄູ່ມືການຄົ້ນຄວ້າ “ຈັນຍາບັນໃນການຄົ້ນຄວ້າວິໄຈໃນລາວ ແລະ ປະເທດໃນພາກພື້ນແມ່ນ້ຳຂອງ” 250 ກວ່າສະບັບ ໄດ້ມີການແຈກຢາຍໃຫ້ແກ່ມະຫາວິທະຍາໄລວິທະຍາສາດການແພດ (UHS) ເພື່ອນຳໃຊ້ເປັນຄູ່ມືໃນການດຳເນີນການຄົ້ນຄວ້າໃຫ້ມີຈັນຍາບັນ ເພື່ອເປັນແນວທາງໃຫ້ແກ່ແພດໝໍ, ຄູອາຈານ, ນັກສຶກສາ,​ ນັກຄົ້ນຄວ້າ ແລະ ຜູ້ບໍລິຫານ ໃນການດຳເນີນການສຶກສາຄົ້ນຄວ້າ.ອ່ານຕໍ່  ...

ໂຕະຂ່າວ ຂປລ

ໂຄງການ ມຊ ຊ່ວຍສ້າງຄວາມສາມາດໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ (ມຊ) ລາຍງານຄວາມຄືບໜ້າໃນໂຄງການສ້າງຄວາມສາມາດ ກ່ຽວກັບຄວາມຮູ້ວິຊາການ ເພື່ອການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ (EIA).ໂຄງການດັ່ງກ່າວ ເຊິ່ງດຳເນີນແຕ່ປີ 2018-2020 ໄດ້ມີການພັດທະນາຫຼັກສູດຝຶກອົບຮົມ EIA ແລະ ປຶ້ມແບບຮຽນ ສຳລັບລັດຖະກອນ ກໍຄືເຈົ້າໜ້າທີ່ຂັ້ນເມືອງ ແລະ ຂັ້ນແຂວງໃນທົ່ວປະເທດ,​ ເພື່ອເສີມຂະຫຍາຍຄວາມຮູ້ຄວາມເຂົ້າໃຈໃນຂົງເຂດວຽກງານດັ່ງກ່າວ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ພາກວິຊາໃນ ມຊ, ນັກສຶກສາ ຮ່ວມສຶກສາການພັດທະນາໂດຍຊຸມຊົນ

ນັກຄົ້ນຄວ້າ, ຄູອາຈານ ແລະ ນັກສຶກສາໃນມະຫາວິທະຍາໄລແຫ່ງຊາດ​ (ມຊ) ໄດ້ຮຽນຮູ້ກ່ຽວກັບການພັດທະນາໂດຍຊຸມຊົນໃນງານສຳມະນາ ເຊິ່ງຈັດຂຶ້ນທີ່ນະຄອນຫຼວງວຽງຈັນໃນວັນທີ 21-23 ຕຸລານີ້.ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດ ‘ງານສຳມະນາກ່ຽວກັບການພັດທະນາໂດຍຊຸມຊົນ’ ຂຶ້ນທີ່ຄະນະວິທະຍາສາດ ແລະ ສິ່ງແວດລ້ອມ ມຊ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ນັກຮຽນພິການທາງສາຍຕາ ສາມາດເຂົ້າຮຽນທີ່ ມຊ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນປະຈຸບັນນັກສຶກສາພິການທາງສາຍຕາສາມາດເຂົ້າຮຽນຮ່ວມກັບນັກສຶກສາຄົນອື່ນໆ ເພື່ອການສືບຕໍ່ການຮຽນໃນຄະນະວິຊາຕ່າງໆຂອງມະຫາວິທະຍາໄລແຫ່ງຊາດ (ມຊ) ພາຍໃຕ້ການຊ່ວຍເຫຼືອດ້ານອຸປະກອນການສຶກສາທີ່ເໝາະສົມ.ນັກສຶກສາທີ່ພິການທາງສາຍຕາທັງໝົດ 25 ຄົນໄດ້ລົງທະບຽນເຂົ້າຮຽນໃນຄະນະອັກສອນສາດ, ເສດຖະສາດ ແລະ ບໍລິຫານທຸລະກິດ, ວິທະຍາສາດກິລາ ແລະ ກາຍະສຶກສາ, ສຶກສາສາດ, ແລະ ກົດໝາຍ ແລະ ວິທະຍາສາດການເມືອງ, ເຊິ່ງໃນນັ້ນ 16 ຄົນເລືອກຮຽນໃນຄະນະອັກສອນສາດ.ມຊ ໄດ້ໃຫ້ການສະໜັບສະໜູນນັກສຶກສາພິການທາງສາຍຕາ ໂດຍບໍ່ຕ້ອງເສຍຄ່າຮຽນໃນແຕ່ລະຄະນະ ພ້ອມທັງຈັດຫາທີ່ພັກເຊົາໃນລະຫວ່າງການຮຽນ.ສະພາການສຶກສາເພື່ອຜູ້ພິການທາງສາຍຕາສາກົນ (ICEVI) ໄດ້ໃຫ້ທຶນຊ່ວຍເຫຼືອໃນການພັດທະນາການສຶກສາຂອງຜູ້ພິການທາງສາຍຕາໃນລາວແຕ່ປີ 2015-2019.    ອ່ານຕໍ່  ...

ສັງຄົມໄຊ ບຸບຜານຸວົງ
http://annx.asianews.network/content/blind-students-laos-ably-joining-nuol-studies-104981

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

kemEu
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!