ມະຫາວິທະຍາໄລສະຫວັນນະເຂດ ສະເຫຼີມສະຫຼອງວັນຄົບຮອບ 10 ປີ

ໃນອາທິດແລ້ວນີ້ ມະຫາວິທະຍາໄລສະຫວັນນະເຂດ ໄດ້ເປັນເຈົ້າພາບຈັດກິດຈະກຳເພື່ອສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລຄົບຮອບ 10 ປີ, ເປັນມະຫາວິທະຍາໄລຂອງລັດແຫ່ງທີ່ສີ່ຂອງປະເທດລາວ, ພາຍຫຼັງມີການເປີດຮັບນັກສຶກສາມາແຕ່ເດືອນຕຸລາປີ 2009, .

ນັກສຶກສາຈາກທົ່ວປະເທດ ສະແຫວງຫາສະຖານການສຶກສາລະດັບມະຫາວິທະຍາໄລໃນອັດຕາທີ່ເພີ່ມຂຶ້ນ ແລະ ປະຈຸບັນທາງມະຫາວິທະຍາໄລຮັບນັກສຶກສາມາແລ້ວທັງໝົດ 8,811 ຄົນ.

ມະຫາວິທະຍາໄລດັ່ງກ່າວປະກອບໄປດ້ວຍຄະນະວິຊາຕ່າງໆ ຄື ກະເສດສາດ ແລະ ສິ່ງແວດລ້ອມ, ບໍລິຫານທຸລະກິດ, ພາສາສາດ, ມະນຸດສາດ, ເທັກໂນໂລຢີ ແລະ ຂໍ້ມູນຂ່າວສານ, ວິທະຍາສາດການປຸງແຕ່ງອາຫານ, ການສຶກສາ, ວິທະຍາສາດທຳມະຊາດ, ແລະ ວິສະວະກຳສາດ.

ອ່ານຕໍ່…

ໂຕະຂ່າວວຽງຈັນທາມສ໌