Disabled persons
Development and assistance for disabled persons
ບໍລິສັດຊຳຊຸງອີເລັກໂທຼນິກລາວ ຮ່ວມມືກັບອົງການ WFP ເພື່ອຊ່ວຍເຫຼືອນັກຮຽນຫູໜວກ
ບໍລິສັດຊຳຊຸງອີເລັກໂທຼນິກລາວ ຮ່ວມກັບອົງການອາຫານໂລກ (WFP) ສ້າງໂອກາດທາງການສຶກສາໃຫ້ແກ່ນັກຮຽນທີ່ຫູໜວກ ແລະ ມີບັນຫາກ່ຽວກັບການໄດ້ຍິນ ໃຫ້ເທົ່າທຽມກັບຄົນທົ່ວໄປ ໂດຍນຳໃຊ້ເທັໂນໂລຢີ.ເນື່ອງຈາກການສຶກສາ ແລະ ໂພຊະນາການ ແມ່ນມີຄວາມສຳຄັນສຳລັບທຸກຄົນໃນສັງຄົມ, ທຸກໆຄົນມີສິດເທົ່າທຽມກັນໃນການເຂົ້າເຖິງຄວາມຕ້ອງການຂັ້ນພື້ນຖານ, ລວມທັງນັກຮຽນທີ່ມີບັນຫາກາຽວກັບການເວົ້າ ແລະ ການໄດ້ຍິນ 90 ກວ່າຊີວິດໃນໂຮງຮຽນເດັກພິເສດນະຄອນຫຼວງວຽງຈັນ.ອ່ານຕໍ່ ...
Laotian Times
ນັກຮຽນພິການທາງສາຍຕາ ສາມາດເຂົ້າຮຽນທີ່ ມຊ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນປະຈຸບັນນັກສຶກສາພິການທາງສາຍຕາສາມາດເຂົ້າຮຽນຮ່ວມກັບນັກສຶກສາຄົນອື່ນໆ ເພື່ອການສືບຕໍ່ການຮຽນໃນຄະນະວິຊາຕ່າງໆຂອງມະຫາວິທະຍາໄລແຫ່ງຊາດ (ມຊ) ພາຍໃຕ້ການຊ່ວຍເຫຼືອດ້ານອຸປະກອນການສຶກສາທີ່ເໝາະສົມ.ນັກສຶກສາທີ່ພິການທາງສາຍຕາທັງໝົດ 25 ຄົນໄດ້ລົງທະບຽນເຂົ້າຮຽນໃນຄະນະອັກສອນສາດ, ເສດຖະສາດ ແລະ ບໍລິຫານທຸລະກິດ, ວິທະຍາສາດກິລາ ແລະ ກາຍະສຶກສາ, ສຶກສາສາດ, ແລະ ກົດໝາຍ ແລະ ວິທະຍາສາດການເມືອງ, ເຊິ່ງໃນນັ້ນ 16 ຄົນເລືອກຮຽນໃນຄະນະອັກສອນສາດ.ມຊ ໄດ້ໃຫ້ການສະໜັບສະໜູນນັກສຶກສາພິການທາງສາຍຕາ ໂດຍບໍ່ຕ້ອງເສຍຄ່າຮຽນໃນແຕ່ລະຄະນະ ພ້ອມທັງຈັດຫາທີ່ພັກເຊົາໃນລະຫວ່າງການຮຽນ.ສະພາການສຶກສາເພື່ອຜູ້ພິການທາງສາຍຕາສາກົນ (ICEVI) ໄດ້ໃຫ້ທຶນຊ່ວຍເຫຼືອໃນການພັດທະນາການສຶກສາຂອງຜູ້ພິການທາງສາຍຕາໃນລາວແຕ່ປີ 2015-2019. ອ່ານຕໍ່ ...
ສັງຄົມໄຊ ບຸບຜານຸວົງ
http://annx.asianews.network/content/blind-students-laos-ably-joining-nuol-studies-104981
ຍີ່ປຸ່ນຊ່ວຍສົ່ງເສີມການສຶກສາສຳລັບຄົນພິການໃນລາວ
ມູນນິທິຍີ່ປຸ່ນໄດ້ມອບທຶນຊ່ວຍເຫຼືອກວ່າ 2.6 ຕື້ກີບ (US$300,000 ໂດລາ) ໃຫ້ກັບກະຊວງສຶກສາທິການ ແລະ ກິລາ ເພື່ອສົ່ງເສີມການເຂົ້າເຖິງການສຶກສາສຳລັບກຸ່ມຜູ້ພິການ.ຂໍ້ຕົກລົງໂຄງການດັ່ງກ່າວໄດ້ມີການລົງນາມທີ່ນະຄອນຫຼວງວຽງຈັນໃນວັນພຸດແລ້ວນີ້ ໂດຍທ່ານ ພູວັນ ວົງສຸທີ ຮອງຫົວໜ້າກົມພົວພັນຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ທາເຄຈຸ ໂອງະຕະ ປະທານມູນນິທິຍີ່ປຸ່ນ.ໂຄງການໄລຍະຫ້າປີດັ່ງກ່າວຈະດຳເນີນຢູ່ແຂວງສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ເຊິ່ງມີເດັກພິການທາງຫູ ແລະ ສາຍຕາປະມານ 1,500 ຄົນ.ອ່ານຕໍ່ ...
ສີລັດດາ ສຸລິຍົງ
ກຸ່ມຊ່ວຍເຫຼືອອາຊີ ສືບຕໍ່ການຊ່ວຍເຫຼືອສຳລັບຄົນພິການໃນແຂວງຫົວພັນ
ວຽງຈັນ (ວຽງຈັນທາມສ໌/ANN) – ອົງການພັດທະນາຄົນພິການອາຊີ (ADDP) ຢືນຢັນວ່າຈະສືບຕໍ່ໃຫ້ການຊ່ວຍເຫຼືອຄົນພິການໂດຍການສ້າງໂອກາດໃນການມີວຽກເຮັດງານທຳໃຫ້ແກ່ພວກເຂົາ.ADDP ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່ຽວກັບການສະໜັບສະໜູນໂຄງການຊ່ວຍເຫຼືອໃນໄລຍະທີສອງ ໃນວັນສຸກຜ່ານມາ.ໂຄງການທີ່ມີຊື່ວ່າ “ສູນຝຶກອົບຮົມວິຊາຊີບສຳລັບຄົນພິການ” ແນໃສ່ຊ່ວຍເຫຼືອຄົນພິການໃນກນຮຽນທັກສະຕ່າງໆເຊັ່ນ ການເຮັດສວນ ແລະ ການເກັບກ່ຽວພືດພັນ ເພື່ອຊ່ວຍໃຫ້ເຂົາເຈົ້າສາມາດເພິ່ງພາຕົນເອງໃນການດຳລົງຊີວິດໃຫ້ຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້.ອ່ານຕໍ່ ...
ໂຕະຂ່າວ
ຍີ່ປຸ່ນສະໜັບສະໜູນການສົ່ງເສີມບົດບາດຄົນພິການທາງສະຕິປັນຍາໃນລາວ
(ຂປລ) ລັດຖະບານຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 217,000 ໂດລາສະຫະລັດ ເພື່ອສະໜັບສະໜູນໂຄງການສົ່ງເສີມບົດບາດຜູ້ພິການໃນ ສປປ ລາວ.ພິທີເຊັນສັນຍາໂຄງການໄດ້ຈັດຂຶ້ນທີ່ສະຖານທູດຍີ່ປຸ່ນໃນວັນທີ 31 ມັງກອນອ່ານຕໍ່ ...
ຂປລ
ຍີ່ປຸ່ນສົ່ງເສີມການສ້າງລາຍໄດ້ສຳລັບຄົນພິການໃນລາວ
(ຂປລ) ລັດຖະບານຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອລ້າມູນຄ່າ 292,195 ໂດລາສະຫະລັດ ເພື່ອສົ່ງເສີມການສ້າງລາຍຮັບສຳລັບຜູ້ພິການໃນ ສປປ ລາວ. ທຶນຊ່ວຍເຫຼືອດັ່ງກ່າວແມ່ສຳລັບການດຳເນີນກິດຈະກຳໃນປີທຳອິດຂອງໂຄງການໄລຍະສອງປີ.ອ່ານຕໍ່ ...
ບັນນາທິການ ຂປລ
ທະນາຄານ RHB ຊ່ວຍເຫຼືອແມ່ຍິງພິການລາວ
(ຂປລ) ທະນາຄານ RHB ມອບອຸປະກອນການຝຶກອົບຮົມ ແລະ ເຄື່ອງໃຊ້ປະຈຳວັນ ລວມມູນຄ່າ 20 ລ້ານກີບໃຫ້ແກ່ນັກຮຽນທີ່ສູນພັດທະນາແມ່ຍິງພິການລາວ.ອ່ານຕໍ່ ...
ຂປລ
ບໍລິສັດຂຸດຄົ້ນບໍ່ແຮ່ພູເບ້ຍຊ່ວຍເຫຼືອສູນອົງຄະທຽມ COPE
(ຂປລ) ໃນວັນທີ 26 ຕຸລາທີ່ຜ່ານມາ ບໍລິສັດຂຸດຄົ້ນບໍ່ແຮ່ພູເບ້ຍໄດ້ບໍລິຈາກເງິນ 28,000 ໂດລາເພື່ອຊ່ວຍເຫຼືອສູນອົງຄະທຽມ COPE.ການບໍລິຈາກດັ່ງກ່າວ ຊຶ່ງເປັນສ່ວນໜຶ່ງຂອງຄວາມຮັບຜິດຊອບຕໍ່ການພັດທະນາສັງຄົມລາວຂອງບໍລິສັດ ຈະຊ່ວຍໃຫ້ສູນ COPE ສາມາດດຳເນີນໂຄງການຕ່າງໆເພື່ອຊ່ວຍເຫຼືອຜູ້ພິການທາງດ້ານການເຄື່ອນໄຫວ ໃຫ້ສາມາດເຂົ້າເຖິງການບໍລິການຟື້ນຟູໜ້າທີ່ການ.ອ່ານຕໍ່ ...
ຂປລ