ນັກຮຽນພິການທາງສາຍຕາ ສາມາດເຂົ້າຮຽນທີ່ ມຊ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນປະຈຸບັນນັກສຶກສາພິການທາງສາຍຕາສາມາດເຂົ້າຮຽນຮ່ວມກັບນັກສຶກສາຄົນອື່ນໆ ເພື່ອການສືບຕໍ່ການຮຽນໃນຄະນະວິຊາຕ່າງໆຂອງມະຫາວິທະຍາໄລແຫ່ງຊາດ (ມຊ) ພາຍໃຕ້ການຊ່ວຍເຫຼືອດ້ານອຸປະກອນການສຶກສາທີ່ເໝາະສົມ.

ນັກສຶກສາທີ່ພິການທາງສາຍຕາທັງໝົດ 25 ຄົນໄດ້ລົງທະບຽນເຂົ້າຮຽນໃນຄະນະອັກສອນສາດ, ເສດຖະສາດ ແລະ ບໍລິຫານທຸລະກິດ, ວິທະຍາສາດກິລາ ແລະ ກາຍະສຶກສາ, ສຶກສາສາດ, ແລະ ກົດໝາຍ ແລະ ວິທະຍາສາດການເມືອງ, ເຊິ່ງໃນນັ້ນ 16 ຄົນເລືອກຮຽນໃນຄະນະອັກສອນສາດ.

ມຊ ໄດ້ໃຫ້ການສະໜັບສະໜູນນັກສຶກສາພິການທາງສາຍຕາ ໂດຍບໍ່ຕ້ອງເສຍຄ່າຮຽນໃນແຕ່ລະຄະນະ ພ້ອມທັງຈັດຫາທີ່ພັກເຊົາໃນລະຫວ່າງການຮຽນ.

ສະພາການສຶກສາເພື່ອຜູ້ພິການທາງສາຍຕາສາກົນ (ICEVI) ໄດ້ໃຫ້ທຶນຊ່ວຍເຫຼືອໃນການພັດທະນາການສຶກສາຂອງຜູ້ພິການທາງສາຍຕາໃນລາວແຕ່ປີ 2015-2019.    

ອ່ານຕໍ່…

 

ສັງຄົມໄຊ ບຸບຜານຸວົງ
http://annx.asianews.network/content/blind-students-laos-ably-joining-nuol-studies-104981