ຍີ່ປຸ່ນຊ່ວຍສົ່ງເສີມການສຶກສາສຳລັບຄົນພິການໃນລາວ

ມູນນິທິຍີ່ປຸ່ນໄດ້ມອບທຶນຊ່ວຍເຫຼືອກວ່າ 2.6 ຕື້ກີບ (US$300,000 ໂດລາ) ໃຫ້ກັບກະຊວງສຶກສາທິການ ແລະ ກິລາ ເພື່ອສົ່ງເສີມການເຂົ້າເຖິງການສຶກສາສຳລັບກຸ່ມຜູ້ພິການ.

ຂໍ້ຕົກລົງໂຄງການດັ່ງກ່າວໄດ້ມີການລົງນາມທີ່ນະຄອນຫຼວງວຽງຈັນໃນວັນພຸດແລ້ວນີ້ ໂດຍທ່ານ ພູວັນ ວົງສຸທີ ຮອງຫົວໜ້າກົມພົວພັນຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ທາເຄຈຸ ໂອງະຕະ ປະທານມູນນິທິຍີ່ປຸ່ນ.

ໂຄງການໄລຍະຫ້າປີດັ່ງກ່າວຈະດຳເນີນຢູ່ແຂວງສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ເຊິ່ງມີເດັກພິການທາງຫູ ແລະ ສາຍຕາປະມານ 1,500 ຄົນ.

ອ່ານຕໍ່…

ສີລັດດາ ສຸລິຍົງ