ເປີດຮັບສະໝັກຊິງທຶນ ເພື່ອໄປສຶກສາທີ່ປະເທດຮັງກາລີ

ສະຖານກົງສຸນຮັງກາລີປະຈຳລາວ ໄດ້ແຈ້ງການເປີດຮັບສະໝັກຊິງທຶນ ເພື່ອໄປສຶກສາທີ່ປະເທດຮັງກາລີ ສຳລັບສົກຮຽນ 2020-2021, ພາຍໃຕ້ໂຄງການ Stipendium Hungarium (SH). ໃບຄຳຮ້ອງການສະໝັກແມ່ນເປີດຮັບຕັ້ງແຕ່ວັນທີ 15 ​ພະຈິກ 2019. ແລະ ມີກຳນົດປິດຮັບໃນວັນທີ 15 ມັງກອນ 2020.

ປະເທດຮັງກາລີ ໃຫ້ບໍລິການການສຶກສາ ທີ່ມີຄຸນນະພາບສູງ ຢູ່ໃຈກາງທະວີບຢູໂຣບ. ໃນປະຈຸບັນ ນັກສຶກສາຕ່າງປະເທດທີ່ເຂົ້າມາສຶກສາຢູ່ຮັງກາລີ ມີ່ທ່າອ່ຽງສູງຂຶ້ນ. ນອກຈາກການສຶກທີ່ມີຄຸນະພາບ ແລະ ໃບປະກາດທີ່ເປັນທີ່ຮັບຮູ້ໃນທົ່ວຢູໂຣບ ແລະ ທົ່ວໂລກ, ນັກສຶກສາໃນປະຈຸບັນ ແລະ ອະນາຄົດ ຍັງໄດ້ປະໂຫຍດຈາກຄ່າຄອງຊີບທີ່ບໍ່ສູງເກີນໄປ ເຊິ່ງຄຸ່ມຄ້າຕໍ່ການລົງທຶນ, ທັງມີສະພາບແວດລ້ອມທີ່ປອດໄພ ແລະ ເປັນໜ້າຢູ່ອາໄສ ພາຍໃຕ້ລະບົບການຂົນສົ່ງສາທາລະນະທີ່ສະດວກສະບາຍ, ເປັນປະເທດສູນກາງຂອງຢູໂຣບ, ມີທິວທັດທຳມະຊາດທີ່ສວຍສົດງົດງາມ ເຕັມໄປດ້ວຍສະຖານທີ່ທ່ອງທ່ຽວມໍລະດົກໂລກ UNESCO ທີ່ມີອາຍຸເກົ່າແກ່ພັນປີ ທັງມີປະຫວັດທີ່ໜ້າສົນໃຈ. 

ປະຈຸບັນ ມີທຶນການສຶກສາທັງໝົດ 100 ທຶນ ສຳລັບນັກສຶກສາລາວ.

ອ່ານຕໍ່…

ລັດສະໝີ ພອນວິໄລ