ພາກພື້ນ ຫາລືວຽກງານຄວາມປອດໄພຂອງອາຫານ ຢູ່ນະຄອນຫຼວງວຽງຈັນ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະຜູ້ແທນຈາກລັດຖະບານ ແລະ ນັກວິໄຈບັນດາປະເທດສະມາຊິກ ອົງການສົ່ງເສີມຜະລິດຕະພາບອາຊີ (APO) ໄດ້ປະຊຸມທີ່ນະຄອນຫຼວງວຽງຈັນ ເພື່ອສຶກສາ ແລະ ແລກປ່ຽນປະສົບການ ກ່ຽວກັບລະບຽບການດ້ານຄວາມປອດໄພຂອງອາຫານ ແລະ ບັນຫາທີ່ກ່ຽວຂ້ອງ.

ທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ, ແລະ ທ່ານ ດຣ Asaithambi Manickam ເຈົ້າໜ້າທີ່ໂຄງການ ພະແນກກະສິກຳ APO ເຂົ້າຮ່ວມເປັນປະທານໃນກອງປະຊຸມດັ່ງກ່າວ ເຊິ່ງມີຜູ້ເຂົ້າຮ່ວມຈາກປະເທດລາວ, ຫວຽດນາມ, ໄທ, ກຳປູເຈຍ, ອິນໂດເນເຊຍ, ສິງກະໂປ, ອິຣານ, ຟິຈິ, ມອງໂກເລຍ, ປາກິສະຖານ, ສີລັງກາ, ບັງກະລາເທດ.

ອ່ານຕໍ່…

ໂຕະຂ່າວ