ການພັດທະນາດ້ານສັງຄົມ

ລາວຈະມີກົດໝາຍກ່ຽວກັບຄວາມສະເໝີພາບທາງເພດ

ໃນວັນພະຫັດນີ້ ທ່ານ ປອ ອິນລາວັນ ແກ້ວບຸນພັນ ປະທານສະຫະພັນແມ່ຍິງລາວ ໄດ້ສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາ ແລະ ຮັບຮອງເອົາກົດໝາຍສະບັບໃໝ່ ເພື່ອສົ່ງເສີມຄວາມສະເໝີພາບທາງເພດ.ທ່ານໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍຄວາມສະເໝີພາບທາງເພດ ຕໍ່ນັກກົດໝາຍເພື່ອພິຈາລະນາ ແລະ ຮັບຮອງເອົາ,​ ໂດຍກ່າວວ່າກົດໝາຍສະບບດັ່ງກ່າວ ເປັນສິ່ງຈຳເປັນ ເພື່ອຮັບປະກັນການຈັດຕັ້ງປະຕິບັດນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບຄວາມກ້າວໜ້າຂອງແມ່ຍິງ.ອ່ານຕໍ່ ...

ເອກະພອນ ພູທອນສີ

ກະຊວງໃຫ້ຂໍ້ມູນລາຍລະອຽດກ່ຽວກັບການຊ່ວຍເຫຼືອຈາກສາກົນ ສຳລັບຂະແໜງການສຶກສາ, ກິລາ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ, ສະມາຄົມ ແລະ ມູນນິທິຕ່າງໆ ໄດ້ມີການຮ່ວມມືກັບລັດຖະບານລາວ ເພື່ອປະກອບສ່ວນການຊ່ວຍເຫຼືອ US$99,663,578 ໂດລາ ເພື່ອເປັນສ່ວນໜຶ່ງຂອງການດຳເນີນໂຄງການດ້ານການສຶກສາ ແລະ ກິລາໃນທົ່ວປະເທດ.ກຸ່ມຊາວຕ່າງປະເທດ ໃນປີນີ້ ໄດ້ໃຫ້ການຊ່ວຍເຫຼືອມູນຄ່າ US$17,253,833 ໃນການພັດທະນາມະຫາວິທະຍາໄລ, ໂຮງຮຽນ ແລະ ການລິເລີ່ມອື່ນໆໃນຂະແໜງການສຶກສາ ແລະ ກິລາ ຢູ່ໃນແຂວງຕ່າງໆ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ພາກພື້ນແມ່ນ້ຳຂອງ ສຸມໃສ່ການຄວບຄຸມພະຍາດຕັບອັກເສບຊະນິດ B, ແລະ ລຶບລ້າງພະຍາດຕັບອັກເສບຊະນິດ C

(ຂປລ) ນັກຄົ້ນຄວ້າ ແລະ ຊ່ຽວຊານດ້ານສຸຂະພາບ 100 ກວ່າຄົນຈາກປະເທດລາວ, ໄທ, ມຽນມາ, ຫວຽດນາມ, ​ກຳປູເຈຍ, ມາເລເຊຍ, ອິນເດຍ, ຟິລິປິນ, ອອສ໌ເຕຼເລຍ, ຝຼັ່ງ ແລະ ຈີນ (ເປັນຄັ້ງທຳອິດ) ໄດ້ຮ່ວມປະຊຸມທີ່ນະຄອນຫຼວງວຽງຈັນ ໃນວັນທີ 27-29 ພະຈິກນີ້ ເພື່ອສ້າງພື້ນຖານສຳລັບເຄືອຂ່າຍລະດັບພາກພື້ນ ໃນການຕ້ານພະຍາດຕັບອັກເສບ,​ ເຊິ່ງເປັນບັນຫາສຸຂະພາບຕົ້ນຕໍໃນພາກພື້ນແມ່ນ້ຳຂອງ.ພາຍໃຕ້ການຮ່ວມຈັດຕັ້ງໂດຍສູນຄົ້ນຄວ້າລະບາດວິທະຍາລາວ Christophe Mérieux, ກະຊວງສາທາລະນະສຸກລາວ, ຮ່ວມກັບມູນນິທິ Mérieux ແລະ ສະຖາບັນຄົ້ນຄວ້າເພື່ອການພັດທະນາ (IRD), ກອງປະຊຸມປຶກຫາລືກ່ຽວກັບພະຍາດໄວຣັສຕັບອັກເສບຊຸດນີ້ ຈະເປີດໂອກາດໃຫ້ແກ່ຜູ້ຊ່ຽວຊານ ໄດ້ສືບຕໍ່ຫາລືປະເດັນຈາກກອງປະຊຸມຊຸດກ່ອນ, ທັງແລກປ່ຽນຄວາມຮູ້ ແລະ ຂໍ້ມູນເຊິ່ງກັນແລະກັນ. ບັນດາອົງການຈັດຕັ້ງຕ່າງໆເຊັ່ນ Inserm, ສະຖາບັນປາສ໌ເຕີ, ອົງການແພດບໍ່ມີພົມແດນ ແລະ ອົງການອະນາໄມໂລກ ...

ໂຕະຂ່າວ ຂປລ

ລາວ, ມຽນມາ, ກຳປູເຈຍ ຈະປັບການສອນພາສາເກົາຫຼີ ເຂົ້າໃນຫຼັກສູດສາມັນສຶກສາ

ປູຊານ, 26 ພະຈິກ (Yonhap) — ສາມປະເທດສະມາຊິກ ໃນສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ASEAN) ຄື ລາວ, ມຽນມາ ແລະ ກຳປູເຈຍ ມີແຜນຮັບຮອງເອົາພາສາເກົາຫຼີ ເຂົ້າໃນຫຼັກສູດການສຶກສາສາມັນໃນໂຮງຮຽນມັດທະຍົມ ໃນຕົ້ນປີໜ້າ,​ ຕາມການລາຍງານຂອງເຈົ້າໜ້າທີ່ໃນວັນອັງຄານນີ້.ທ່ານ ຢູ ອຶນ ແຮ ລັດຖະມົນຕີກະຊວງສຶກສາທິການເກົາຫຼີໃຕ້ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ຮ່ວມກັບຮອງລັດຖະມົນຕີກະຊວງສຶກສາທິການຂອງລາວ ກ່ຽວກັບການສຶກສາພາສາເກົາຫຼີ ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ-ສາທາລະນະລັດເກົາຫຼີ ທີ່ກຳລັງດຳເນີນຢູ່ທີ່ນະຄອນປູຊານ.ອ່ານຕໍ່ ...

ໂຕະຂ່າວ Yonhap

ງານແຂ່ງຂັນກິລາແລ່ນ ມາຣາທອນ ທີ່ໃຫ່ທີ່ສຸດໃນປະເທດລາວ ຈະດຶງດູດນັກກິລາແລ່ນກວ່າ 4,000 ຄົນ

ຮ່າໂນ້ຍ (VNA) – ນັກກິລາແລ່ນກວ່າ 4,000 ຄົນຈາກທັງພາຍໃນ ແລະ ຕ່າງປະເທດ ຈະເຂົ້າຮ່ວມໃນການແຂ່ງຂັນແລ່ນ ມາຣາທອນ ນາໆຊາດວຽງຈັນ ເຊິ່ງຈະຈັດຂຶ້ນໃນວັນທີ 8 ທັນວານີ້, ເຊິ່ງເປັນການແຂ່ງຂັນກິລາ ມາຣາທອນ ທີ່ໃຫຍ່ທີ່ສຸດທີ່ເຄີຍມີມາໃນປະເທດລາວ.ການແຂ່ງຂັນແລ່ນ ມາຣາທອນ ດັ່ງກ່າວ ເຊິ່ງຈັດໂດຍສະມາຄົມ Events for Goods ແລະ ສະຫະພັນກິລາສະໝັກຫຼິ້ນລາວ ຈະມີເວທີການແຂ່ງຂັນໃນນະຄອນຫຼວງວຽງຈັນ ອັນງຽບສະຫງົບຂອງປະເທດລາວ, ເຊິ່ງມີຈຸດເລີ່ມຕົ້ນ ແລະ ເສັ້ນໄຊຢູ່ທີ່ອະນຸສອນສະຖານ ເດີ່ນພະທາດຫຼວງ.ອ່ານຕໍ່ ...

ໂຕະຂ່າວ VNP

ບຸນກິນຈຽງເຜົ່າມົ້ງ ຈັດຂຶ້ນທີ່ສວນພຶກສາ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນອາທິດແແລ້ວນີ້ ທີ່ສວນພຶກສາ ສວນທ່ອງທ່ຽວຊື່ດັງ ໄດ້ມີການຈັດງານສະເຫຼີມສະຫຼອງບຸນກິນຈຽງ (ຊົນເຜົ່າມົ້ງ) ປະຈຳປີຂຶ້ນ ພ້ອມດ້ວຍການສະແດງ ແລະ ກິດຈະກຳຕ່າງໆທີ່ມີສີສັນ.ງານບຸນດັ່ງກ່າວ ແມ່ນຈັດຂຶ້ນໃນລະຫວ່າງວັນທີ 22-24 ພະຈິກນີ້ ເພື່ອສົ່ງເສີມວັດທະນະທຳ ແລະ ຮີດຄອງປະເພນີຂອງຊົນເຜົ່າມົ້ງ ກໍຄືເພື່ອສົ່ງເສີມການທ່ອງທ່ຽວໃນເມືອງນາຊາຍທອງ ແລະ ໃນນະຄອນຫຼວງວຽງຈັນໂດຍລວມ. ກິດຈະກຳດັ່ງກ່າວມີຜູ້ສົນໃຈເຂົ້າຮ່ວມຢ່າງຫຼວງຫຼາຍ.ອ່ານຕໍ່ ...

ໂຕະຂ່າວ

ຜູ້ຈັດຝຶກອົບຮົມ ປະເມີນແຜນຝຶກອົບຮົມທັກສະອາຊີບສຳລັບແມ່ຍິງໃນຊົນນະບົດ

ສະຫະພັນແມ່ຍິງລາວ ແລະ ກະຊວງຄວາມສະເໝີພາບທາງເພດ ແລະ ຄອບຄົວ ຂອງສາທາລະນະລັດເກົາຫຼີ ໄດ້ຮ່ວມມືກັນໃນການຈັັດຝຶກອົບຮົມວິຊາຊີບສຳລັບແມ່ຍິງລາວ, ເພື່ອສົ່ງເສີມທ່າແຮງໃນການປະກອບອາຊີບໃຫ້ແກ່ເຂົາເຈົ້າ.ກອງປະຊຸມຫາລືກ່ຽວກັບການຄຸ້ມຄອງໂຄງການດັ່ງກ່າວ ໄດ້ຈັດຂຶ້ນໃນວັນສຸກແລ້ວນີ້​ ທີ່ສູນຝຶກອົບຮົມສະຫະພັນແມ່ຍິງລາວ ນະຄອນຫຼວງວຽງຈັນ,​ ພາຍໃຕ້ການເປັນປະທານຂອງທ່ານນາງ ສິຣິກິດ ບຸບຜາ ຮອງປະທານສະຫະພັນແມ່ຍິງລາວ ແລະ ທ່ານ ຊາງ ຮຽງ ຊອຍ ຕາງໜ້າກະຊວງຄວາມສະເໝີພາບທາງເພດ ແລະ ຄອບຄົວຂອງເກົາຫຼີ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ສປປ ລາວ ເດີນໜ້າຕ້ານການເກີດ "ເຊື້ອດື້ຢາ"

(ຂປລ) ລັດຖະບານ ສປປ ລາວ ເດີນໜ້າຕ້ານການເກີດ “ເຊື້ອດື້ຢາ”: ການຕິດເຊື້ອທີ່ບໍ່ຕອບສະໜອງຕໍ່ຢາຕ້ານເຊື້ອທີ່ນຳໃຊ້ທົ່ວໄປ.ພາຍໃຕ້ການສະໜັບສະໜູນຂອງຄູ່ຮ່ວມພັດທະນາສາກົນ, ກະຊວງສາທາລະນະສຸກ ແລະ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເປີດໂຕແຜນຍຸດທະສາດແຫ່ງຊາດ ເພື່ອຕ້ານການດື້ຢາຂອງພະຍາດ ປີ 2019-2023, ໃນວັນທີ 20 ພະຈິກນີ້. ແຜນດັ່ງກ່າວນີ້ ຈະເປັນແນວທາງສຳລັບການວາງແຜນມາດຕະການ ແລະ ດຳເນີນການລິເລີ່ມ ເພື່ອຕິດຕາມ, ສະກັດກັ້ນ ແລະ ຄວບຄຸມການເກີດຂຶ້ນຂອງເຊື້ອພະຍາດ ທີ່ບໍ່ຕອບສະໜອງຕໍ່ຢາໃນ ສປປ ລາວ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ເຈົ້າໜ້າທີ່ການສຶກສາ ແນໃສ່ການສຶກສາຊັ້ນປະຖົມໃນແຜນພັດທະນາ

ເຈົ້າໜ້າທີ່ການສຶກສາ, ສະມາຊິກອົງການຈັດຕັ້ງສາກົນ ແລະ ບັນດາຄູ່ຮ່ວມພັດທະນາ ໄດ້ພົບປະໃນວັນອັງຄານນີ້ ເພື່ອຜັນຂະຫຍາຍຄຳແນະນຳກ່ຽວກັບນະໂຍບາຍທີ່ສຳຄັນ ເພື່ອເດີນໜ້າສ້າງແຜນພັດທະນາຂະແໜງການສຶກສາ ແລະ ກິລາ (ESSDP) ປີ 2021-2025.ຄຳແນະນຳດັ່ງກ່າວ ແມ່ນເນັ້ນໃສ່ການສຶກສາຂັ້ນປະຖົມ, ແນໃສ່ປັບປຸງຄວາມຮູ້ ແລະ ທັກສະການສິດສອນ ສຳລັບຄູອາຈານຊັ້ນປະຖົມ.ອ່ານຕໍ່ ...

ໂຕະຂ່າວ

ລາວ ຮ່ວມສະເຫຼີມສະຫຼອງວັນສ້າງຕັ້ງສົນທິສັນຍາວ່າດ້ວຍສິດທິເດັກ ຄົບຮອບ 30 ປີ ທີ່ນະຄອນນິວຢອກ

ຜູ້ຕາງໜ້າຈາກລາວ ເຂົ້າຮ່ວມກອງປະຊຸມລະດັບສູງ ຂອງສະພາສູງນະຄອນນິວຢອກ, ສະຫະລັດອາເມລິກາ, ເນື່ອງໃນໂອກາດວັນເດັກນ້ອຍໂລກ ວັນທີ 20 ພະຈິກ, ເພື່ອຮ່ວມສະເຫຼີມສະຫຼອງວັນຄົບຮອບ 30 ປີ ຂອງສົນທິສັນຍາວ່າດ້ວຍສິດທິເດັກ.ໃນກອງປະຊຸມດັ່ງກ່າວ ທ່ານ ບຸນສະຫວັນ ບຸບຜາ ຮອງລັດຖະມົນຕີກະຊວງຍຸດຕິທຳ ໄດ້ກ່າວວ່າ ລາວໄດ້ມີການຮັບຮອງບັນດານະໂຍບາຍ ແລະ ມາດຕະການຕ່າງໆ ແລະ ນຳໃຊ້ນິຕິບັນຍັດ ເພື່ອສົ່ງເສີມ ແລະ ປົກປ້ອງສິດທິຂອງເດັກນ້ອຍ.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

x2nyy
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!