News
ຜູ້ຈັດຝຶກອົບຮົມ ປະເມີນແຜນຝຶກອົບຮົມທັກສະອາຊີບສຳລັບແມ່ຍິງໃນຊົນນະບົດ
ສະຫະພັນແມ່ຍິງລາວ ແລະ ກະຊວງຄວາມສະເໝີພາບທາງເພດ ແລະ ຄອບຄົວ ຂອງສາທາລະນະລັດເກົາຫຼີ ໄດ້ຮ່ວມມືກັນໃນການຈັັດຝຶກອົບຮົມວິຊາຊີບສຳລັບແມ່ຍິງລາວ, ເພື່ອສົ່ງເສີມທ່າແຮງໃນການປະກອບອາຊີບໃຫ້ແກ່ເຂົາເຈົ້າ.ກອງປະຊຸມຫາລືກ່ຽວກັບການຄຸ້ມຄອງໂຄງການດັ່ງກ່າວ ໄດ້ຈັດຂຶ້ນໃນວັນສຸກແລ້ວນີ້ ທີ່ສູນຝຶກອົບຮົມສະຫະພັນແມ່ຍິງລາວ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານນາງ ສິຣິກິດ ບຸບຜາ ຮອງປະທານສະຫະພັນແມ່ຍິງລາວ ແລະ ທ່ານ ຊາງ ຮຽງ ຊອຍ ຕາງໜ້າກະຊວງຄວາມສະເໝີພາບທາງເພດ ແລະ ຄອບຄົວຂອງເກົາຫຼີ.ອ່ານຕໍ່ ...
ວຽງດາວັນ ບັນພະຮັກສາ
