ຜູ້ຈັດຝຶກອົບຮົມ ປະເມີນແຜນຝຶກອົບຮົມທັກສະອາຊີບສຳລັບແມ່ຍິງໃນຊົນນະບົດ

ສະຫະພັນແມ່ຍິງລາວ ແລະ ກະຊວງຄວາມສະເໝີພາບທາງເພດ ແລະ ຄອບຄົວ ຂອງສາທາລະນະລັດເກົາຫຼີ ໄດ້ຮ່ວມມືກັນໃນການຈັັດຝຶກອົບຮົມວິຊາຊີບສຳລັບແມ່ຍິງລາວ, ເພື່ອສົ່ງເສີມທ່າແຮງໃນການປະກອບອາຊີບໃຫ້ແກ່ເຂົາເຈົ້າ.

ກອງປະຊຸມຫາລືກ່ຽວກັບການຄຸ້ມຄອງໂຄງການດັ່ງກ່າວ ໄດ້ຈັດຂຶ້ນໃນວັນສຸກແລ້ວນີ້​ ທີ່ສູນຝຶກອົບຮົມສະຫະພັນແມ່ຍິງລາວ ນະຄອນຫຼວງວຽງຈັນ,​ ພາຍໃຕ້ການເປັນປະທານຂອງທ່ານນາງ ສິຣິກິດ ບຸບຜາ ຮອງປະທານສະຫະພັນແມ່ຍິງລາວ ແລະ ທ່ານ ຊາງ ຮຽງ ຊອຍ ຕາງໜ້າກະຊວງຄວາມສະເໝີພາບທາງເພດ ແລະ ຄອບຄົວຂອງເກົາຫຼີ.

ອ່ານຕໍ່…

ວຽງດາວັນ ບັນພະຮັກສາ