ລາວ, ມຽນມາ, ກຳປູເຈຍ ຈະປັບການສອນພາສາເກົາຫຼີ ເຂົ້າໃນຫຼັກສູດສາມັນສຶກສາ

ປູຊານ, 26 ພະຈິກ (Yonhap) — ສາມປະເທດສະມາຊິກ ໃນສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ASEAN) ຄື ລາວ, ມຽນມາ ແລະ ກຳປູເຈຍ ມີແຜນຮັບຮອງເອົາພາສາເກົາຫຼີ ເຂົ້າໃນຫຼັກສູດການສຶກສາສາມັນໃນໂຮງຮຽນມັດທະຍົມ ໃນຕົ້ນປີໜ້າ,​ ຕາມການລາຍງານຂອງເຈົ້າໜ້າທີ່ໃນວັນອັງຄານນີ້.

ທ່ານ ຢູ ອຶນ ແຮ ລັດຖະມົນຕີກະຊວງສຶກສາທິການເກົາຫຼີໃຕ້ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ຮ່ວມກັບຮອງລັດຖະມົນຕີກະຊວງສຶກສາທິການຂອງລາວ ກ່ຽວກັບການສຶກສາພາສາເກົາຫຼີ ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ-ສາທາລະນະລັດເກົາຫຼີ ທີ່ກຳລັງດຳເນີນຢູ່ທີ່ນະຄອນປູຊານ.

ອ່ານຕໍ່…

ໂຕະຂ່າວ Yonhap