Law and judiciary
ອາດຊະຍາກຳ ແລະ ການປະຕິບັດກົດໝາຍ
ໜ້າເວັບຊ່ວຍເຫຼືອດ້ານກົດໝາຍໄດ້ຖືກເປີດນຳໃຊ້
ໜ້າເວັບຊ່ວຍເຫຼືອດ້ານກົດໝາຍຈະໄດ້ຖືກເປີດໃຫ້ນຳໃຊ້ໂດຍກະຊວງຍຸດຕິທຳ ເພື່ອສະໜອງຂໍ້ມູນ ແລະ ບໍລິການຕ່າງໆທາງດ້ານກົດໝາຍໃຫ້ບັນດາພົນລະເມືອງລາວ. ມວນຊົນສາມາດເຂົ້າໄປໃນເວັບໄຊ, ສອບຖາມ ແລະ ຮ້ອງຂໍຄຳແນະນຳ ແລະ ຄຳປຶກສາຕ່ກະຊວງຍຸດຕິທຳໂດຍບໍ່ມີຄ່າໃຊ້ຈ່າຍ. ກະຊວງຍຸດຕິທຳໄດ້ນຳໃຊ້ທຶນຊ່ວຍເຫຼືອດັ່ງກ່າວ ເພື່ອປົກປ້ອງສິດຂອງກຸ່ມຄົນດ້ອຍໂອກາດ ແລະ ຜູ້ປະສົບເຄາະຮ້າຍທາງດ້ານການຄ້າມະນຸດ ໃຫ້ໄດ້ເຂົ້າເຖິງຂໍ້ມູນຂ່າວສານທາງດ້ານກົດໝາຍ. ໜ້າເວັບດັ່ງກ່າວໄດ້ຖືກພັດທະນາຂື້ນພາຍໃຕ້ການສະໜັບສະໜູນຈາກ ອົງການ USAID ຮ່ວມມືກັບ ມູນນິທິເອເຊຍ. ອ່ານຕໍ່ທີ່ນີ້ ...
ຂ່າວສານປະເທດລາວ
ລາວ: ລັດຖະບານຮ່ວມມືກັບສາກົນ ໃນການເຮັດສົງຄາມຕ້ານຢາເສບຕິດໃນສະໜາມບິນ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານເຮັດວຽກຢ່າງໃກ້ຊິດກັບບັນດາອົງການຈັດຕັ້ງສາກົນ ເພື່ອສົ່ງເສີມການຕ້ານຢາເສບຕິດຢູ່ໃນສະໜາມບິນ ຜ່ານການຈັດຕັ້ງໜ່ວຍສະເພາະກິດຕ້ານຢາເສບຕິດ.ບັນຫາດັ່ງກ່າວໄດ້ມີການຫາລືໃນກອງປະຊຸມຄະນະສະເພາະກິດຕ້ານຢາເສບຕິດໃນສະໜາມບິນ ອາຊຽນຄັ້ງທີ 9 ເຊິ່ງຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນວັນທີ 27-29 ພະຈິກນີ້.ເຂົ້າຮ່ວມໃນພິທີເປີດກອງປະຊຸມດັ່ງກ່າວ ມີທ່ານ ພຸດສະຫວັດ ສູນທະລາ ຮອງເລຂາທິການໃຫຍ່ ຄະນະກຳມາທິການວ່າດ້ວຍການຄວບຄຸມ ແລະ ກວດກາຢາເສບຕິດແຫ່ງຊາດ, ພ້ອມດ້ວຍຄະນະຜູ້ແທນຈາກປະເທດບຼູໄນ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟິລິປິນ, ສິງກະໂປ, ຫວຽດນາມ ແລະ ໄທ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ສາວລາວຖືກຕັດສິນຈຳຄຸກ 5 ປີໃນຄະດີໂຄສະນາຕ້ານລັດຖະບານຜ່ານ ເຟັສ໌ບຸ໊ກ
ໃນອາທິດແລ້ວນີ້ ອຳນາດການປົກຄອງ ໄດ້ຕັດສິນໃຫ້ຈຳຄຸກສາວລາວເປັນເວລາ 5 ປີ ໃນຂໍ້ຫາໂຄສະນາຕ້ານລັດຖະບານຜ່ານສື່ ເຟັສ໌ບຸ໊ກ.ນາງ ຮວຍເຮືອງ ໄຊຍະບູລີ ອາຍຸ 30 ປີ ຫຼື ນາງໝວຍ ໄດ້ຖືກຈັບໃນວັນທີ 12 ກັນຍາ 2019 ເນື່ອງຈາກທຳການວິພາກວິຈານການຮັບມືກັບໄພນ້ຳຖ້ວມຂອງລັດຖະບານ ຢູ່ແຂວງຈຳປາສັກ ແລະ ສາລະວັນ ໂດຍອອກອາກາດສົດຜ່ານຊ່ອງທາງ ເຟັສ໌ບຸ໊ກ ໃນວັນທີ 5 ກັນຍາ.ໃນວີດີໂອດັ່ງກ່າວ ເຊິ່ງມີຍອດຜູ້ເຂົ້າຊົມຫຼາຍກວ່າ 150,000 ຄັ້ງ, ຜູ້ກ່ຽວໄດ້ເວົ້າວ່າ ລັດຖະບານດຳເນີນການຊ່ວຍເຫຼືອຊັກຊ້າ ເຮັດໃຫ້ປະຊາຊົນຫຼາຍຄົນຖືກປະລະ ແລະ ບໍ່ໄດ້ຮັບການຊ່ວຍເຫຼືອ.ອ່ານຕໍ່ ...
ໜ່ວຍຂ່າວ RFA ລາວ
ເຈົ້າໜ້າທີ່ຕຳຫຼວດແຈ້ງເຕືອນກ່ຽວກັບໂຈນທຸບແວ່ນລົດ
ພະແນກຕຳຫຼວດຈໍລະຈອນນະຄອນຫຼວງວຽງຈັນ ໄດ້ແຈ້ງເຕືອນຜູ້ຂັບຂີ່ ໃຫ້ມີສະຕິລະມັດລະວັງໃນການປົກປ້ອງຍານພາຫະນະຂອງຕົນ ຕໍ່ກັບກຸ່ມໂຈນທຸບແວ່ນລົດເພື່ອລັກເຄື່ອງ, ເຊິ່ງເກີດຂຶ້ນຫຼ້າສຸດໃນຄືນວັນຈັນທີ່ຜ່ານມາ ທີ່ບ້ານນາຄຳ ເມືອງສີໂຄດຕະບອງ.ລົດທີ່ຈອດໄວ້ບໍລິເວນຮ້ານອາຫານແຫ່ງໜຶ່ງໄດ້ຖືກທຸບ ແລະ ລັກເອົາສິ່ງຂອງມີຄ່າຢູ່ພາຍໃນລົດ, ຕາມການລາຍງານຂອງເຈົ້າໜ້າທີ່ຕຳຫຼວດ. ທາງເຈົ້າໜ້າທີ່ໄດ້ທຳການກວດເບິ່ງວີດີໂອທີ່ບັນທຶກໄວ້ໂດຍກ້ອງວົງຈອນປິດທີ່ຢູ່ໃກ້ຄຽງ ເພື່ອຂະຫຍາຍຜົນຈັບໂຕຜູ້ກະທຳຜິດດັ່ງກ່າວໃຫ້ໄວທີ່ສຸດ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ສະຖານທູດຈີນ, ຕຳຫຼວດລາວ ສົ່ງຕົວນັກຕົ້ມຕຸ໋ນ 137 ຄົນກັບປະເທດ
ສະຖານທູດຈີນປະຈຳລາວ ຊຸກຍູ້ໃຫ້ປະຊາຊົນລາວ ມີສະຕິລະວັງຕົວກຸ່ມນັກຕົ້ມຕຸ໋ນຈີນ ພາຍຫຼັງການສົ່ງຕົວນັກຕົ້ມຕຸ໋ນຈີນຈຳນວນ 137 ຄົນກັບປະເທດ ໃນວັນອັງຄານນີ້.ນັກຕົ້ມຕຸ໋ນສັນຊາດຈີນຈຳນວນ 137 ຄົນດັ່ງກ່າວ ແມ່ນຖືກຈັບຕົວ ແລະ ສົ່ງຕົວກັບປະເທດໃນວັນອັງຄານນີ້ ໃນຂໍ້ຫາມີສ່ວນຮ່ວມໃນການແອບອ້າງວ່າເປັນສູນບໍລິການໂທລະສັບເພື່ອລັກຂໍ້ມູນລູກຄ້າ.ອ່ານຕໍ່ ...
Latsamy Phonevilay
ຍິງສາວທີ່ຖືກກັກຂັງໃນຂໍ້ຫາທຳລາຍຊື່ສຽງຂອງປະເທດ ຖືກສັ່ງຫ້າມບໍ່ໃຫ້ຄອບຄົວເຂົ້າຢ້ຽມ
ຍິງສາວທີ່ຖືກຈັບໃນວັນທີ 12 ກັນຍາ ໃນຂໍ້ຫາທຳລາຍຊື່ສຽງປະເທດ ຍັງຄົງຖືກກັກຂັງບໍ່ໃຫ້ພົບກັບຄອບຄົວ ຈົນກວ່າຈະສຳເລັດການສືບສວນຄະດີກ່ຽວກັບໃນການກະທຳຄວາມຜິດຂອງລາວ, ແຫຼ່ງຂ່າວ RFA ລາວ ລາຍງານໃນວັນພະຫັດນີ້.ນາງ ຮວາຍເຮືອງ ໄຊຍະບູລີ ອາຍຸ 30 ປີ ໄດ້ຖືກັກຕົວ ຫຼັງຈາກທີ່ໄດ້ທຳການວິຈານຜ່ານທາງເຟັສ໌ບຸ໊ກ ກ່ຽວກັບການຊ່ວຍເຫຼືອບັນເທົາທຸກນ້ຳຖ້ວມຂອງລັດຖະບານ ໃນວັນທີ 5 ກັນຍາ ຢູ່ແຂວງຈຳປາສັກ ແລະ ສາລະວັນ ທາງພາກໃຕ້ຂອງລາວ, ຕາມການລາຍງານຂອງໜ່ວຍຂ່າວ RFA ລາວ.ອ່ານຕໍ່ ...
ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/refused-09262019131452.html
ອົງການດ້ານກົດໝາຍລາວຫາລືຊ່ອງທາງໃນການຕ້ານອາດຊະຍາກຳຂ້າມຊາດ
ວຽງຈັນ (ວຽງຈັນທາມສ໌/ANN) – ອົງການໄອຍະການ, ອົງການຕຸລາການ ແລະ ກົດໝາຍຈາກແຂວງພາກໃຕ້ ສົມທົບກັບຊ່ຽວຊານຈາກສະຖາບັນ ILSTA ປະເທດການາດາ ແລະ ມະຫາວິທະຍາໄລລຸກຊຳບວກ ໄດ້ປະຊຸມກັນໃນອາທິດແລ້ວນີ້ຢູ່ແຂວງຄຳມ່ວນ ເພື່ອຫາລີຊ່ອງທາງໃນການຕ້ານອາດຊະຍາກຳຂ້າມຊາດ.ກອງປະຊຸມດັ່ງກ່າວແມ່ນແນໃສ່ການຕ້ານການຄ້າຢາເສບຕິດ, ການຄ້າມະນຸດ ແລະ ການຟອກເງິນ, ເຊິ່ງມີຜູ້ເຂົ້າຮ່ວມກວ່າ 100 ຄົນ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
http://annx.asianews.network/content/lao-law-enforcement-agencies-mull-ways-combat-transnational-crime-103258
ເຈົ້າໜ້າທີ່ລາດຕະເວນແຂວງບໍ່ແກ້ວ ຍືດຢາບ້າໄດ້ 2.5 ລ້ານເມັດ
ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນພຸດນີ້ ທະຫານຊາຍແດນແຂວງບໍ່ແກ້ວ ໄດ້ບຸກຍືດຢາບ້າກວ່າ 2.5 ລ້ານເມັດ ທີ່ບັນທຸກມາໃນເຮືອຍາວສອງລຳເພື່ອຂ້າມແມ່ນ້ຳຂອງຢູ່ເມືອງຫ້ວຍຊາຍ ຫຼັງຈາກທີ່ຜູ້ຂັບເຮືອໄຫວໂຕຫຼົບໜີໄປ.ເຈົ້າໜ້າທີ່ຕຳຫຼວດຄວບຄຸມຢາເສບຕິດໄດ້ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ ໃນມື້ວານນີ້ວ່າ ໃນຂະນະລາດຕະເວນຕາມລຳແມ່ນ້ຳຂອງ ເຈົ້າໜ້າທີ່ທະຫານໄດ້ພົບເຫັນເຮືອຕ້ອງສົງໄສ. ຈຶ່ງໄດ້ຂໍກວດຄົ້ນ, ເຊິ່ງເຮືອສອງລຳດັ່ງກ່າວໄດ້ເຂົ້າທຽບຝັ່ງ ແລະ ຄົນຂັບທັງສອງໄດ້ຫຼົບໜີໄປ.ຈາກການກວດຄົ້ນເຮືອດັ່ງກ່າວ ພົບຢາບ້າ 2,560,000 ເມັດ ນ້ຳໜັກລວມ 290 ກິໂລ, ຈຶ່ງໄດ້ມອບໃຫ້ຫ້ອງການຄວບຄຸມ ແລະ ກວດກາຢາເສບຕິແຂວງບໍ່ແກ້ວ.ອ່ານຕໍ່ ...
ນັກຄ້າຢາສັນຊາດລາວຖືກຕັດສິນປະຫານຊີວິດໃນຂໍ້ຫາຄ້າຢາເສບຕິດ 300 ກິໂລ
ໃນວັນທີ 28 ສິງຫານີ້ ສານປະຊາຊົນເແຂວງກວາງບິນ ປະເທດຫວຽດນາມ ໄດ້ຕັດສິນປະຫານຊີວິດນັກຄ້າຢາເສບຕິດຄົນລາວ ໃນຄະດີຄ້າຢາມ້າ 308.6 ກິໂລໃນປະເທດຫວຽດນາມ.ຜູ້ຕ້ອງໂທດຊື່ວ່າທ. ເຊັງ ວ່າງ ເກີດເມື່ອວັນທີ 6 ສິງຫາ 1995, ອາໄສຢູ່ແຂວງບໍລິຄຳໄຊຂອງລາວ.ຈາກສຳນວນຄະດີ, ສາມເດືອນກ່ອນຖືກຈັບກຸມ ຜູ້ກ່ຽວໄດ້ຮູ້ຈັກກັບທ. ຫາງ ອາ ຊີນ, ຊາວຫວຽດນາມ ເກີດປີ 1996, ແລະ ອາໄສຢູ່ເຂດພູສູງໃນແຂວງດັກນອງ.ອ່ານຕໍ່ ...
ຫ້ອງທົດລອງດ້ານນິຕິເວດດິຈິຕອລ໌ແຫ່ງທຳອິດຂອງລາວມີການເປີດໂຕຢ່າງເປັນທາງການ
ຫ້ອງທົດລອງດ້ານນິຕິເວດດິຈິຕອລ໌ແຫ່ງທຳອິດຂອງລາວ ໄດ້ມີການເປີດໂຕຢ່າງເປັນທາງການໃນວັນສຸກນີ້ ທີ່ກົມຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ. ເຂົ້າຮ່ວມໃນພິທີດັ່ງກ່າວ ມີເຈົ້າໜ້າທີ່ຈາກກົມກອງ ແລະ ໂຄງການຕ້ານອາດສະຍາກຳອອນໄລໂລກ ຂອງຫ້ອງວ່າການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາດສະຍາກຳ (UNODC).ອ່ານຕໍ່ ...
ວິສິດ ເທບພະລາດ