ພື້ນຖານໂຄງລ່າງ
Transport and shipping
ຫຼາຍປະເທດນຳໃຊ້ເສັ້ນທາງລົດໄຟລາວ-ຈີນຫຼາຍຂື້ນ ໃນການຂົນສົ່ງສິນຄ້າ
ບັນດາຜູ້ປະກອບການຈາກປະເທດໄທ, ຫວຽດນາມ, ກຳປູເຈຍ ແລະ ມຽນມາ ປັດຈຸບັນໄດ້ນຳໃຊ້ ເສັ້ນທາງລົດໄຟລາວ-ຈີນ ທັງນຳເຂົ້າ ແລະ ສົ່ງອອກສິນຄ້າຈາກຈີນ ແລະ ປະເທດອື່ນໆ. ປະເທດໄທໃນປັດຈຸບັນໄດ້ສົ່ງອອກເຂົ້າສານໃນຄັ້ງທຳອິດເປັນຈຳນວນ 1000 ໂຕນໄປຍັງເມືອງຊົງຊິງ, ປະເທດຈີນໂດຍຜ່ານເສັ້ນທາງລົດໄຟດັ່ງກ່າວ. ການຂົນສົ່ງສິນຄ້າທາງທະເລ ຈາກປະເທດອາຊຽນໄປຍັງບັນດາປະເທດເອີຣົບຈະໃຊ້ເວລາສັ້ນລົງ ຈາກປົກະຕິ 45 ວັນ ເປັນ 10 ວັນ/ຖ້ຽວ. ອ່ານເພິ່ມເຕີມ.. ...
ສົມສັກ ປ້ອງຂາວ
ພິທີເຊັນສັນຍາການສຳປະທານທ່າໂຄກທີ່ເມືອງທ່າແຂກ
ໃນວັນສຸກຜ່ານມາ ລັດຖະບານລາວ ແລະ ບໍລິສັດ ທ່າແຂກທ່າໂຄກ ຈຳກັດ ໄດ້ລົງນາມໃນສັນຍາສຳປະທານ 30 ປີ ໃນໂຄງການ ທ່າໂຄກຢູ່ເມືອງທ່າແຂກ. ໂຄງການດັ່ງກ່າວຕັ້ງຢູ່ຂ້າງຂົວມິດຕະພາບລາວ-ໄທແຫ່ງທີ 3 ຂອງແຂວງຄຳມ່ວນ ມີມູນຄ່າ 15,7 ລ້ານໂດລາສະຫະລັດ. ບໍລິສັດດັ່ງກ່າວມີເປົ້າໝາຍເພື່ອພັດທະນາທ່າເຮືອໂຄກຢູ່ທີ່ທ່າແຂກ ໃຫ້ກາຍເປັນປະຕູສູ່ສິນຄ້າສາກົນ ແລະ ເຮັດໃຫ້ລາວກາຍເປັນສູນບໍລິການຂົນສົ່ງສິນຄ້າຂອງພາກພື້ນ ແລະ ສາກົນ ໂດຍຜ່ານດ່ານຊາຍແດນຄໍາມ່ວນ.ອ່ານເພິ່ມເຕີມ ...
ໜ່ວຍງານໂຄສະນາ
ຂົວໜອງຄາຍ ຂັ້ນສຸດທ້າຍແຫ່ງໂຄງການທາງລົດໄຟຈີນ-ລາວ-ໄທ
ກອງປະຊຸມໄດ້ຈັດຂຶ້ນທີ່ທຳນຽບລັດຖະບານໃນວັນພະຫັດອາທິດແລ້ວນີ້ ກ່ຽວກັບແຜນການກໍ່ສ້າງທາງລົດໄຟ ໄທ-ລາວ-ຈີນ, ໂດຍການເປັນປະທານຂອງ ຮອງນາຍົກລັດຖະມົນຕີ ທ່ານ ອານຸທິ ຈັນທະວິລະກຸນ, ທ່ານໄດ້ອອກຄຳສັ່ງຢ່າງຮີບດ່ວນໃຫ້ SRT ດຳເນີນໂຄງການດັ່ງກ່າວໃນທັນທີ. ກອງປະຊຸມໄດ້ນຳເອົາຫຼາຍອົງການລັດຖະບານທີ່ມີຄວາມສົນໃຈໃນການເຊື່ອມຕໍ່ທາງລົດໄຟສາກົນ.ຂັ້ນຕອນຕໍ່ໄປຂອງຂະບວນການແມ່ນໃຫ້ SRT ວິເຄາະ ແລະ ອອກແບບຂົວ ທັງສະເຫນີງົບປະມານຕໍ່ຄະນະກໍາມະການ. ຂົວທາງລົດໄຟຈະເປັນຂົວເຊື່ອມຕໍ່ສຸດທ້າຍເພື່ອເຊື່ອມຕໍ່ລະຫວ່າງຈີນກັບໄທ ຊຶ່ງຈະໃຊ້ໃນການຂົນສົ່ງສິນຄ້າໜັກເຊັ່ນລົດຍົນ, ເຄື່ອງໃຊ້ໄຟຟ້າ, ເຄື່ອງເອເລັກໂຕຣນິກ, ຄອມພິວເຕີ ແລະ ອຸປະກອນຄອມພິວເຕີ, ເຄື່ອງຈັກ, ໝາກໄມ້,ຜັກ ແລະ ວັດຖຸດິບໄມ້ ແລະ ຢາງພາລາ.ອ່ານເພິ່ມເຕີມ ...
Neill Fronde
ລົດໄຟລາວ-ຈີນໄດ້ໄຂພິທິເປີດນຳໃຊ້ຢ່າງເປັນທາງການ ແຕ່ບັນຫາໜີ້ກໍຍັງເປັນສິ່ງທີ່ຕ້ອງຄຳນຶງ Laos-China Railway Inaugurated Amid Mounting Debt Concerns
ທາງການຈີນ ແລະ ລາວ ໄດ້ຈັດພິທີເປີດທາງລົດໄຟ ມູນຄ່າ 5,9 ຕື້ໂດລາ ສະຫະລັດ ຢ່າງເປັນທາງການ, ຊຶ່ງເປັນຜົນສຳເລັດໃນການກໍ່ສ້າງເສັ້ນທາງລົດໄຟສາຍທຳອິດ ທີ່ຍາວໄກ ຊື່ອມຕໍ່ຈາກພາກຕາເວັນຕົກສຽງໃຕ້ຂອງຈີນ ກັບສິງກະໂປ. ໂຄງການດັ່ງກ່າວຈະສ້າງຄວາມຫຍຸ້ງຍາກທາງດ້ານເສດຖະກິດມາສູ່ນະຄອນຫຼວງວຽງຈັນ ແລະ ເຂດພູດອຍທາງພາກເໜືອຂອງປະເທດ, ແລະ ປະຊາຊົນໃນເຂດຊົນນະບົດຈະໄດ້ປະໂຫຍດຫຍັງແນ່ນັ້ນ ກໍຍັງເປັນຂໍ້ສົງໃສ. ຕະຫຼອດໄລຍະ 6 ປີຂອງການກໍ່ສ້າງ, ປະຊາຊົນຜູ້ທີ່ຖືກຍົກຍ້າຍອອກຈາກບ້ານເພື່ອເຮັດເສັ້ນທາງລົດໄຟໄດ້ກ່າວວ່າໄດ້ຮັບຄ່າຈ້າງໜ້ອຍເກີນໄປ, ແລະ ມີບັນຫາເອກະສານຫຼາຍຢ່າງທີ່ກ່ຽວຂ້ອງກັບການນຳໃຊ້ແຮງງານຈີນທີ່ໄດ້ຍົກຍ້າຍເຂົ້າມາຢູ່ປະເທດລາວຊົ່ວຄາວເພື່ອເຮັດວຽກໃນໄລຍະຂອງການດຳເນີນໂຄງການ.ອ່ານເພິ່ມເຕີມ ...
ແຊບາດສ໌ຕຽນ
ລາວ-ໄທ ປຶກສາຫາລືໃນກອງປະຊຸມກ່ຽວກັບການເປີດຊາຍແດນອີກຄັ້ງ
ເຈົ້າໜ້າທີ່ລັດ ລາວ-ໄທ ສ້າງຄະນະກຳມະການເພື່ອກ່ຽວກັບກົດລະບຽບໃນການເປີດດ່ານຊາຍແດນອີກເທື່ອໜຶ່ງ. “ບາດກ້າວທຳອິດກໍຈະເຮັດໃນລັກສະນະເປີດໜຶ່ງວັນຢູ່ດ່ານຂ້າງລະຫວ່າງໜອງຄາຍ, ອຸດອນທານີ ແລະ ນະຄອນຫຼວງວຽງຈັນ” ກ່າວໂດຍຫົວໜ້າກົມກິດຈະການອາຊຽນຕາເວັນອອກຂອງໄທ.ອ່ານເພິ່ມເຕີມ ...
ລັດສະໝີ ພອນວິໄລ
ລົດໄຟໂດຍສານຂອງປະຫວັດສາດລາວ ທີ່ຖືກຂະໜານນາມຊື່ວ່າ ລ້ານຊ້າງ ຈະເດີນທາງມາເຖິງໃນວັນທີ 15 ຕຸລາ
ລົດໄຟໂດຍສານສາຍທຳອິດທີ່ແລ່ນຢູ່ເທິງລາງລົດໄຟລາວຽ-ຈີນ ຊຶ່ງໄດ້ມີການກຳນົດເປີດນຳໃຊ້ໃນວັນທີ 2 ທັນວານີ້ ຄາດວ່າຈະເດີນທາງມາເຖິງວຽງຈັນໃນວັນສຸກ ທີ 15 ຕຸລານີ້. ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີໄດ້ຢືນຢັນໃນອາທິດແລ້ວນີ້ວ່າ ເສັ້ນທາລົດໄຟລາວ-ຈີນຈະເປີດເປັນທາງການໃນວັນທີ 2 ທັນວາເຖິງວ່າຢູ່ທ່າມກາງການລະບາດຂອງພະຍາດໂຄວິດ-19ກໍຕາມ. ອຳນາດການປົກຄອງຕ່າງໆໄດ້ວາງແຜນການເປີດການນຳໃຊ້ພາຍໃຕ້ເງື່ອນໄຂການປະຕິບັດມາດຕະການການຄວບຄຸມພະຍາດລະບາດ ເພື່ອຮັບປະກັນຄວາມປອດໄພຂອງທຸກຄົນທີ່ກ່ຽວຂ້ອງ. ອ່ານເພິ່ມເຕີມ ...
ໂຄງການທາງດ່ວນ ວຽງຈັນ-ຮາໂນຍຢູ່ໃນຊ່ວງສຶກສາຄວາມເປັນໄປໄດ້
ລັດຖະບານລາວ ແລະ ຫວຽດນາມກໍາລັງພິຈາລະນາຄວາມເປັນໄປໄດ້ໃນການສ້າງທາງດ່ວນເຊື່ອມຕໍ່ະລະຫວ່າງນະຄອນຫຼວງວຽງຈັນຫາຮ່າໂນ້ຍ, ໂດຍການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ. ເສັ້ນທາງທຳອິດຈະແລ່ນຜ່ານວຽງຈັນ-ປາກຊັນ-ວຽງທອງ-Thanh Thuy-Hanoi ໃນໄລຍະທາງ 725 ກິໂລແມັດ, ໃນນັ້ນ 355 ກິໂລແມັດຢູ່ໃນລາວ. ຄ່າໃຊ້ຈ່າຍທີ່ຄາດຄະເນໄວ້ແມ່ນ 5.23 ຕື້ໂດລາສະຫະລັດ.ເສັ້ນທາງທີ່ສອງຈະປະຕິບັດຕາມເສັ້ນທາງຜ່ານວຽງຈັນ-ນາແພງ-ໄຊສົມບູນ-ຊຽງຂວາງ-ທ່າລາວ (ແຂວງຫົວພັນ)-ຮ່າໂນ້ຍ, ໃນໄລຍະທາງ 730 ກິໂລແມັດ, ໃນນັ້ນ 485 ກິໂລແມັດຢູ່ໃນລາວ. ຄາດຄະເນມູນຄ່າຂອງເສັ້ນທາງນີ້ຈະປະມານ 9.27 ຕື້ໂດລາສະຫະລັດ.ອ່ານເພິ່ມເຕີມ ...
ປ້ອມພົງ ລາວອິນ
ຂົວມິດຕະພາບລາວ-ໄທ ແຫ່ງທີ່ 5 ສຳເລັດແລ້ວ 14 ເປີເຊັນ
ການກໍ່ສ້າງຂົວມິດຕະພາບລາວ-ໄທ ເຊື່ອມຕໍ່ລະຫວ່າງແຂວງບໍລິຄຳໄຊ ເຖິງ ແຂວງບຶງການປະເທດໄທ ໂດຍຜ່ານແມ່ນ້ຳຂອງສຳເລັດແລ້ວ 14.42 ເປີເຊັນ. ໂຄງການຈະສຳເລັດໃນປີ 2023, ຊຶ່ງຈະເຮັດໃຫ້ແຂວງບໍລິຄຳໄຊ ກາຍເປັນຈຸດເຊື່ອມຕໍ່ທາງການຄ້າທີ່ໃຫຍ່ ເຊື່ອມຕໍ່ລະຫວ່າງລາວ, ໄທ ແລະ ຫວຽດນາມດ້ວຍໃນລະທາງ 150 ກິໂລແມັດ ຊຶ່ງຈະເປັນໄລຍະທາງທີ່ສັ້ນທີ່ສຸດຂອງການເຊື່ອມຕໍ່ລະຫວ່າງສາມປະເທດ. ອ່ານຕໍ່ທີ່ນີ້ ...
ປ້ອມພົງ ລາວອິນ
ທ່ານາແລ້ງ ແລະ ສວນອຸທິຍານການຂົນສົ່ງວຽງຈັນ, ແຮງຂັບເຂື່ອນເສດຖະກິດແຫ່ງໃໝ່ຂອງປະເທດລາວ
ໂຄງການດັ່ງກ່າວ ແມ່ນສ່ວນໜຶ່ງຂອງຍຸດທະສາດການຂົນສົ່ງແຫ່ງຊາດຂອງລາວ ແລະ ການເຊື່ອມຕໍ່ດ້ານການຂົນສົ່ງຂອງລາວ, ເຊິ່ງຈະຊ່ວຍຫັນປ່ຽນປະເທດລາວຈາກການບໍ່ມີຊາຍແດນຕິດກັບທະເລກາຍ ເປັນປະເທດທີ່ເຊື່ອມຈອດທາງພື້ນດິນ; ຊຶ່ງຄາດການຈະເປີດນຳໃຊ້ຢ່າງເປັນທາງການໃນເດືອນໜ້າ. ຜູ້ພັດທະນາກ່າວວ່າໂຄງການນີ້ ຄາດວ່າຈະສ້າງລາຍຮັບເຂົ້າງົບປະມານຂອງລັດໂດຍກົງຈາກຄ່າທຳນຽມການບໍລິການຕ່າງໆ.ອ່ານຕໍ່ທີ່ນີ້ . ...
ໜ່ວຍງານໂຄສະນາ
ລົດໄຟຈະມາເຖິງໃນເດືອນໜ້າ ເພື່ອກຽມທົດລອງແລ່ນລົດໄຟລາວ-ຈີນ
ໂຄງການທາງລົດໄຟລາວ-ຈີນຈະນໍາເອົາລົດໄຟຟ້າ ຫຼື (EMU) ແລະ ອຸປະກອນອື່ນ ເພື່ອດໍາເນີນການທົດລອງແລ່ນລົດໄຟຄັ້ງທໍາອິດໃນເດືອນຕຸລາ. ເຈົ້າໜ້າທີ່ຮັບຜິດຊອບໂຄງການກ່າວວ່າຄະນະກໍາມະການຄຸ້ມຄອງໂຄງການກໍາລັງຮ່າງບົດບັນທຶກຄວາມເຂົ້າໃຈກ່ຽວກັບການເປີດດ່ານກວດກາທາງລົດໄຟຊົ່ວຄາວເພື່ອໃຫ້ຫົວລົດໄຟ ແລະອຸປະກອນອື່ນ ສາມາດນໍາເຂົ້າມາລາວໄດ້ໃນເດືອນກັນຍານີ້ເພື່ອກຽມທົດລອງແລ່ນ.ອ່ານຕໍ່ທີ່ນີ້ ...
ປ້ອມພົງ ລາວອິນ