ຄັດເລືອກສາມບໍລິສັດກໍ່ສ້າງທາງດ່ວນວຽງຈັນ

ສາມບໍລິສັດໄດ້ຖືກຄັດເລືອກໃຫ້ດຳເນີນການກໍ່ສ້າງເສັ້ນທາງດ່ວນເຊື່ອມຕໍ່ໃຈກາງນະຄອນຫຼວງວຽງຈັນຫາເຂດຊານເມືອງ ເພື່ອຈຸດປະສົງຫຼຸດຜ່ອນຄວາມຄັບຄາໜາແໜ້ນໃນການຈໍລະຈອນໃນເຂດຕົວເມືອງ. ເສັ້ນທາງດ່ວນເຊິ່ງມີໄລຍະທາງ 15 ກມ ດັ່ງກ່າວ ແມ່ນເລີ່ມຕົ້ນແຕ່ບໍລິເວນສູນການຄ້າລາວໄອເຕັກ ເມືອງໄຊເສດຖາ ໄປຫາບ້ານດົງໝາກຄາຍ ເມືອງໄຊທານີ. ເສັ້ນທາດັ່ງກ່າວເປັນຈະສ້າງເປັນຖະໜົນສີ່ເລນ, ກວ້າງ 54 ແມັດ, ຕັດຂະໜານໄປຕາມຖະໜົນໄກສອນພົມວິຫານ.ອ່ານຕໍ່ ...

ວຽງຈັນທາມສ໌

ລັດຫາຄູ່ຮ່ວມທຸລະກິດສຳລັບການບິນລາວ

ລັດຖະບານກຳລັງຊອກຫາຄູ່ຮ່ວມທຸລະກິດທີ່ເໝາະສົມເພື່ອຮ່ວມດຳເນີນທຸລະກິດການບິນລາວ  ເພື່ອເພີ່ມປະສິດທິພາບ ແລະ ຜົນກຳໄລໃນການດຳເນີນທຸລະກິດຂົນສົ່ງແຫ່ງຊາດດັ່ງກ່າວ. ຕາມແຫຼ່ງຂ່າວຂອງກະຊວງໂຍທາທິການ ແລະຂົນສົ່ງລາຍງານວ່າ ມີນັກລົງທຶນຕ່າງປະເທດທີ່ມີທ່າແຮງຫຼາຍລາຍ ທີ່ມີຄວາມສົນໃຈໃນການສ້າງວິສາຫະກິດຮ່ວມຜະສົມດັ່ງກ່າວກັບລັດຖະບານລາວ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ບໍລິສັດຮັບເໝົາກຽມເດີນໜ້າກໍ່ສ້າງສາຍທາງດ່ວນ ວຽງຈັນ-ປາກເຊ

ລັດຖະບານກຽມລົງນາມໃນບົດບັນທຶກຄວາມເຂົ້າໃຈກັບ 4 ບໍລິສັດຜູ້ຮັບເໝົາກໍ່ສ້າງຂອງລາວ ແລະ ຈີນ ເພື່ອດຳເນີນການສຳຫຼວດ, ເຮັດບົດວິພາກເສດຖະກິດ, ແລະ ອອກແບບລາຍລະອຽດໃນການກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ປາກເຊ.ອ່ານຕໍ່ ...

ວຽງຈັນທາມສ໌

ເປີດໄຟຂຽວການສ້າງຂົວມິດຕະພາບລາວ-ໄທແຫ່ງທີ 5

ຂົວມິດຕະພາບລາວ-ໄທແຫ່ງທີ 5 ເຊິ່ງເຊື່ອມຕໍ່ແຂວງບໍລິຄຳໄຊ ກັບຈັງຫວັດບຶງການປະເທດໄທ ຈະເລີ່ມລົງມືທຳການກໍ່ສ້າງ ຫຼັງຈາກໄດ້ຮັບການອະນຸມັດຈາກທັງສອງປະເທດຢ່າງເປັນທາງການ. ໜຶ່ງໃນພະນັກງານຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານໜັງສືພິມວຽງຈັນທາມສ໌ໃນວັນອັງຄານນີ້ວ່າ ເຈົ້າໜ້າທີ່ຝ່າຍລາວແລະໄທ ໄດ້ທຳການອະນຸມັດແຜນການດັ່ງກ່າວແລ້ວໃນການພົບປະກັນຢູ່ປາກເຊ, ແຂວງຈຳປາສັກ ໃນຕົ້ນປີນີ້. ນອກຈາກນັ້ນຍັງມີການສະເໜີການກໍ່ສ້າງຂົວມິດຕະພາບແຫ່ງທີຫົກ ເພື່ອເຊື່ອມຕໍ່ແຂວງສາລະວັນ ກັບຈັງຫວັດອຸບົນລາດຊະທານີ.ອ່ານຕໍ່ ...

ຄອນສະຫວັນ ລາດຊະເພົາ

ເສັ້ນທາງບໍລິຄຳໄຊຮອງຮັບເສັ້ນທາງຫຼວງວຽງຈັນ-ຮ່າໂນ້ຍ

ລາວ ແລະ ຫວຽດນາມໄດ້ອະນຸມັດແຜນການກໍ່ເສັ້ນທາງຫຼວງວຽງຈັນ-ຮ່າໂນ້ຍ ຕັດຜ່ານແຂວງບໍລິຄຳໄຊໃຈກາງຂອງລາວ ແລະ ແຂວງເງອັນໃຈກາງຂອງຫວຽດນາມ ເຊິ່ງມີຄວາມຍາວປະມານ 700 ກມ. ພະນັກງານແຂວງບໍລຄຳໄຊຜູ້ສະຫງວນນາມ ໄດ້ລາຍງານຕໍ່ສຳນັກຂ່າວວຽງຈັນທາມສ໌ໃນມື້ວັນຈັນນີ້ວ່າ ເສັ້ນທາງຫຼວງດັ່ງກ່າວຈະຕັດຂະໜານໄປກັບເສັ້ນທາງເລກທີ 13 ໃຕ້ເດີມ ແລ້ວຫັກເຂົ້າໃສ່ຊາຍແດນລາວຫວຽດ ນ້ຳ​ພາວ-ແກວເຈົາ ທີ່ເມືອງຄຳເກີດແຂວງບໍລິຄຳໄຊ.ອ່ານຕໍ່ ...

ຄອນສະຫວັນ ລາດຊະເພົາ

ທະນາຄານໂລກອະນຸມັດການປັບປຸງຖະໜົນຫຼວງສາຍຫຼັກ

ທະນາຄານໂລກໄດ້ອະນຸມັດໂຄງການປັບປຸງເສັ້ນທາງເລກທີ 13 ເພື່ອຊ່ວຍຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນທີ່ອາໃສຢູ່ລຽບຕາມເສັ້ນທາງສາຍຫຼັກດັ່ງກ່າວ. ໃນອາທິດທີ່ຜ່ານມາ ພາຍຫຼັງໄດ້ມີການຕົກລົງອະນຸມັດໂຄງການຈາກຄະນະບໍລິຫານ, ທະນາຄານໂລກໄດ້ອອກຖະແຫຼງການກ່ຽວກັບໂຄງການ ເພື່ອແນໃສ່ປັບປຸງສະພາບ, ຄວາມປອດໄພ, ແລະ ຄວາມສາມາດປັບຕົວຕໍ່ການປ່ຽນແປງຂອງສະພາບອາກາດ ຂອງຕອນທາງທີ່ສຳຄັນຂອງເສັ້ນທາງເລກທີ່ 13, ໜຶ່ງໃນເສັ້ນທາງທີ່ສຳຄັນທີ່ສຸດຂອງລາວອ່ານຕໍ່ ...

ເອກະພອນ ພູທອນສີ

ຄ່າຊົດເຊີຍຊັບສິນທີ່ໄດ້ຮັບຜົນກະທົບຈາກການສ້າງທາງລົດໄຟໄດ້ຮັບການອະນຸມັດ

ຄະນະຮັບຜິດຊອບໄດ້ອະນຸມັດເງິນຊົດເຊີຍທີ່ຕ້ອງຈ່າຍໃຫ້ປະຊາຊົນທີ່ສູນເສຍທີ່ດິນຫຼືຊັບສິນອື່ນໆ ຍ້ອນການກໍ່ສ້າງທາງລົດໄຟ ລາວ-ຈີນ. ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ໄດ້ອອກຂໍ້ຕົກລົງກ່ຽວກັບອັດຕາຄ່າຊົດເຊີຍ ພ້ອມວິທີການຄິດໄລ່ອ່ານຕໍ່ ...

ວຽງຈັນທາມສ໌

ລາວ,​ ຟລັນເດີ ຮ່ວມສ້າງຄວາມສາມາດດ້ານການຂົນສົ່ງທາງນ້ຳ

ກະຊວງໂຍທາທິການແລະຂົນສົ່ງແຫ່ງປະເທດລາວ ແລະ ກະຊວງການຂົນສົ່ງທາງນ້ຳ ແລະໂຍທາທິການ ແຫ່ງຟລັນເດີ ຣາຊະອານາຈັກເບລຢຽມ ສືບຕໍ່ຮ່ວມມືໃນການສ້າງຄວາມສາມາດໃຫ້ແກ່ລາວ ໂດຍສະເພາະໃນດ້ານວຽກງານການຂົນສົ່ງທາງນ້ຳ ແລະ ທ່າເຮືອ. ພິທີເຊັນບົດບັນທຶກໃນການສືບຕໍ່ການຮ່ວມມື 2018-2020 ລະຫວ່າງສອງຝ່າຍໄດ້ຈັດຂຶ້ນຢູ່ນະຄອນວຽງຈັນໃນວັນຈັນທີ່ຜ່ານມານີ້.ອ່ານຕໍ່ ...

ວຽງຈັນທາມສ໌

ນາຍົກປະເມີນການພັດທະນາແຂວງບໍລິຄຳໄຊ

ປະຊາຊົນແຂວງບໍລິຄຳໄຊໃນພື້ນທີ່ສອກຫຼີກ ໄດ້ຮຽກຮ້ອງໃຫ້ມີການປັບປຸງຖະໜົນຫົນທາງ ແຕ່ວ່າລັດຖະບານຍັງບໍ່ສາມາດສະໜອງໄດ້ ຍ້ອນຂາດດຸນງົບປະມານຕໍ່ເນື່ອງ. ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ໂອ້ລົມບັນຫາດັ່ງກ່າວ ໃນການພົບປະກັບຄະນະນຳແຂວງບໍລິຄຳໄຊ, ພະນັກງານແກນນຳ,​ ແລະປະຊາຊົນທ້ອງຖິ່ນ ໃນວັນສຸກທີ່ຜ່ານມາ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

XDUPe
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!