ໂຄງການລົດເມໂດຍສານດ່ວນໃນນະຄອນຫຼວງຈະແຕ່ງຕັ້ງທີ່ປຶກສາຕ່າງປະເທດ

ໂຄງການການຂົນສົ່ງໂດຍສານແບບຍືນຍົງໃນຕົວເມືອງວຽງຈັນ  (VSUTP) ໄດ້ລິເລີ່ມຂັ້ນຕອນການເຊັນສັນຍາກັຍທີ່ປຶກສາຕ່າງປະເທດ ເພື່ອປັບປຸງພາກສ່ວນຂອງໂຄງການລົດເມໂດຍສານດ່ວນ (BRT) ຕາມແຜນ.ອ່ານຕໍ່ ...

ວຽງຈັນທາມສ໌

ເສັ້ນທາງລົດໄຟ ຈີນ-ລາວ ບັນລຸຕາມຄາດໝາຍກຳນົດເວລາ

ໃນວັນສຸກທີ່ຜ່ານມາ ບໍລິສັດຮັບເໝົາກໍ່ສ້າງໄດ້ເລີ່ມວາງໂຄງຂໍໝູນເຫຼັກເປັນຄັ້ງທຳອິດເທິງຂົວທາງລົດໄຟຢຸນຈຽງ ເຊິ່ງແມ່ນເສົາຂົວທີ່ສູງທີ່ສຸດໃນໂລກ ແລະ ມີໄລຍະລະຫວ່າງສອງເສົາຍາວທີ່ສຸດໃນພາກສ່ວນສາຍທາງຢູ່ຈີນຂອງເສັ້ນທາງລົດໄຟຈີນ-ລາວ ໄລຍະ 925.5 ກິໂລແມັດ ເຊິ່ງແມ່ນໜຶ່ງໃນການລິເລີ່ມໂຄງການເສັ້ນທາງສາຍໃໝ.ອ່ານຕໍ່ ...

ໂມ ຮົງອີ

ຍົກລະດັບຖະໜົນສາຍໄຊຍະບູລີ-ໄທສຳເລັດ 35 ເປີເຊັນ

ໂຄງການປູຢາງເສັ້ນທາງໄລຍະ 10 ກິໂລແມັດແຕ່ສີ່ແຍກທົ່ງກາບຫາດ່ານຫ້ວຍຕອງແຂວງໄຊຍະບູລີ ເຊິ່ງເຊື່ອມຕໍ່ໄປອຳເພີສອງແຄວຈັງຫວັດນ່ານ ປະເທດໄທ ສ້າງສຳເລັດແລ້ວ 35 ເປີເຊັນ. ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ຮັບການລາຍງານຄວາມຄືບໜ້າເມື່ອດຳເນີນການກວດສອບໜ້າວຽກດັ່ງກ່າວພ້ອມຄະນະໃນວັນຈັນທີ່ຜ່ານມາ. ການຍົກລະດັບຖະໜົນດັ່ງກ່າວເຊິ່ງໄດ້ເລີ່ມລົງມືໃນເດືອນມີນາ 2018 ຄາດວ່າຈຳສຳເລັດໃນປີ 2020. ຄາດຄະເນງົບປະມານໃນການກໍ່ສ້າງແມ່ນປະມານ 39 ຕື້ກີບ ເປັນທຶນຂອງລັດຖະບານ, ເຊິ່ງບໍລິສັດບີເອັມເປັນຜູ້ຮັບເໝົາການກໍ່ສ້າງ.ອ່ານຕໍ່ ...

ວຽງຈັນທາມສ໌

ກຳນົດຄ່າຊົດເຊີຍ ແລະ ວັນທີດຳເນີນການກໍ່ສ້າງເສັ້ນທາງດ່ວນວຽງຈັນ-ບໍ່ແຕນ

ປະຈຸບັນໄດ້ມີການຈ່າຍເງິນຊົດເຊີຍຈຳນວນໜຶ່ງສຳລັບປະຊາຊົນທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງເສັ້ນທາງດ່ວນວຽງຈັນ-ບໍ່ແຕນ ເພື່ອເຊື່ອມຕໍ່ນະຄວນຫຼວງກັບແຂວງຫຼວງນ້ຳທາທາງພາກເໜືອຂອງລາວ ທີ່ຕິດກັບຊາຍແດນຈີນ. ທ່ານ ປອ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານຕໍ່ສະພາແຫ່ງຊາດວ່າ ລັດຖະບານລາວ ແລະ ບໍລິສັດຈີນຈາກມົນທົນຢຸນນານ ຈະຮ່ວມກັນສ້າງເສັ້ນທາງດ່ວນໄລຍະ 460 ກມ ດັ່ງກ່າວ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ນາຍົກເນັ້ນຄວາມສຳຄັນຂອງການເຊື່ອມຕໍ່ເພື່ອສ້າງສາຍສຳພັນພາກພື້ນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຢືນຢັນວ່າການເຊື່ອມຕໍ່ພາກພື້ນຈະປະກົດຜົນຫຼັງຈາກສຳເລັດການສ້າງເສັ້ນທາງລົດໄຟເຊື່ອມຕໍ່ປະເທດຈີນກັບບັນດາປະເທດສະມາຊິກອາຊຽນ.ອ່ານຕໍ່ ...

ສົມສັກ ພົງຂາວ

ລັດຖະສະພາ, ການຈ່າຍຄ່າຊົດເຊີຍໃນການສ້າງທາງລົດໄຟຈະສຳເລັດໃນເດືອນນີ້

ເຈົ້າໜ້າທີ່ໆກ່ຽວຂ້ອງໄດ້ລາຍງານໃນທີ່ປະຊຸມສະພາແຫ່ງຊາດໃນອາທິດຜ່ານມາວ່າ ການຈ່າຍຄ່າຊົດເຊີຍສຳລັບປະຊາຊົນຜູ້ໄດ້ຮັບຜົນກະທົບ ຈາກການສ້າງເສັ້ນທາງລົດໄຟລາວ-ຈີນ ພ້ອມທັງສິ່ງອຳນວຍຄວາມສະດວກທີ່ກ່ຽວຂ້ອງ ຄາດວ່າຈະສາມາດຊຳລະສະສາງພາຍໃນເດືອນນີ້ ຫຼັງຈາກທີ່ມີການຊັກຊ້າມາດົນພໍສົມຄວນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ນາຍົກກ່າວ: ເສັ້ນທາງລົດໄຟຈະສ້າງຜົນປະໂຫຍດທາງດ້ານເສດຖະກິດ ແລະ ການພັດທະນາ

ສຳນັກຂ່າວນິເຄອິຂອງຍີ່ປຸ່ນໄດ້ລາຍງານໃນວານນີ້ວ່າ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວໃນກອງປະຊຸມທີ່ປະເທດຍີ່ປຸ່ນວ່າ ເສັ້ນທາງລົດໄຟລາວ-ຈີນ ເຊິ່ງເປັນສ່ວນໜຶ່ງການລິເລີ່ມເສັ້ນທາງເຊື່ອມໂຍງດ້ານການຄ້າຂອງຈີນ ຈະສ້າງຜົນປະໂຫຍດໃຫຍ່ຫຼວງຕໍ່ເສດຖະກິດ ແລະ ພາບລວມການພັດທະນາຂອງລາວ. ຈາກເປົ້າໝາຍການຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາທີ່ສຸດ ທ່ານນາຍົກໄດ້ກ່າວໃນກອງປະຊຸມວ່າດ້ວຍອະນາຄົດຂອງອາຊີ ທີ່ກຸງໂຕກຽວວ່າ ລັດຖະບານລາວມີເຈດຈຳນົງຫັນປ່ຽນປະເທດລາວຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໄປສູ່ປະເທດທີ່ເປັນຂົວຕໍ່ເຊື່ອມໂຍງພາກພື້ນ ແລະ ການສ້າງເສັ້ນທາງລົດໄຟນີ້ແມ່ນໜຶ່ງໃນບາດກ້າວສຳຄັນຂອງແຜນການດັ່ງກ່າວ.ອ່ານຕໍ່ ...

ວຽງຈັນທາມສ໌

ລາວ-ຍີ່ປຸ່ນພິຈາລະນາການປັບປຸງການບໍລິການໂດຍສານຂົນສົ່ງໃນວຽງຈັນ

ການຮ່ວມມືລາວ ແລະ ຍີ່ປຸ່ນແມ່ນແນໃສ່ການປັບປຸງການບໍລິການຂົນສົ່ງສາທາລະນະໃນວຽງຈັນ ຜ່ານໂຄງການຍົກລະດັບລະບົບການຄຸ້ມຄອງລົດເມ ເຊິ່ງຈັດຕັ້ງປະຕິບັດໂດຍບໍລິສັດ ອີໂກບັສ ແຫ່ງປະເທດຍີ່ປຸ່ນ. ບັນຫາດັ່ງກ່າວໄດ້ມີການປຶກສາຫາລືກັນໃນກອງປະຊຸມລາຍງານຜົນກ່ຽວກັບໂຄງການ “ສຳຫຼວດກວດກາລະບົບຄຸ້ມຄອງກິດຈະການລົດເມ” ເຊິ່ງໄດ້ຈັດຂຶ້ນໃນວັນພະຫັດທີ່ຜ່ານມານີ້.ອ່ານຕໍ່ ...

ວຽງຈັນທາມສ໌

ຊ່ຽວຊານລັດຖະບານ ແລະ ສາກົນ ຄົ້ນຄວ້າບັນຫາຖະໜົນພັງ

ເຈົ້າໜ້າທີ່ລັດຖະບານ ແລະ ສະມາຊິກອົງການຈັດຕັ້ງສາກົນໄດ້ປະຊຸມກັນທີ່ວຽງຈັນໃນມື້ວານນີ້ ເພື່ອປຶກສາຫາລືການກ່ຽວກັບສ້ອມແປງຖະໜົນຫົນທາງ ແນໃສ່ປັບປຸງການສັນຈອນບົນທ້ອງຖະໜົນ ແລະ ປ້ອງກັນຄວາມເສຍຫາຍຂອງຖະໜົນເນື່ອງຈາກລົດບັນທຸກໜັກເກີນຂອບເຂດ.ອ່ານຕໍ່  ...

ວຽງຈັນທາມສ໌

ລາວ,​ ເກົາຫຼີ ຄົ້ນຄວ້າການຍົກລະດັບເສັ້ນທາງເລກທີ 8

ຊ່ຽວຊານຈາກລັດຖະບານລາວ ແລະເກົາຫຼີ ໄດ້ສືບຕໍ່ຄົ້ນຄວ້າກ່ຽວກັບການຍົກລະດັບເສັ້ນທາງເລກ 8 ຢູ່ແຂວງບໍລິຄຳໄຊ ຕາມມາດຕະຖານເສັ້ນທາງອາຊຽນ. ທັງສອງຝ່າຍໄດ້ພົບປະກັນຢູ່ວຽງຈັນເພື່ອຄົ້ນຄວ້າກ່ຽວກັບ “ບົດວິພາກເສດຖະກິດລະອຽດໃນການຍົກລະດັບເສັ້ນທາງຫຼວງແຫ່ງຊາດເລກທີ 8 ຢູ່ແຂວງບໍລິຄຳໄຊ ຕາມ “ມາດຕະຖານເສັ້ນທາງຫຼວງອາຊີ (AH15)”.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

8b8ad
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!