ຍົກລະດັບຖະໜົນສາຍໄຊຍະບູລີ-ໄທສຳເລັດ 35 ເປີເຊັນ

ໂຄງການປູຢາງເສັ້ນທາງໄລຍະ 10 ກິໂລແມັດແຕ່ສີ່ແຍກທົ່ງກາບຫາດ່ານຫ້ວຍຕອງແຂວງໄຊຍະບູລີ ເຊິ່ງເຊື່ອມຕໍ່ໄປອຳເພີສອງແຄວຈັງຫວັດນ່ານ ປະເທດໄທ ສ້າງສຳເລັດແລ້ວ 35 ເປີເຊັນ. ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ຮັບການລາຍງານຄວາມຄືບໜ້າເມື່ອດຳເນີນການກວດສອບໜ້າວຽກດັ່ງກ່າວພ້ອມຄະນະໃນວັນຈັນທີ່ຜ່ານມາ. ການຍົກລະດັບຖະໜົນດັ່ງກ່າວເຊິ່ງໄດ້ເລີ່ມລົງມືໃນເດືອນມີນາ 2018 ຄາດວ່າຈຳສຳເລັດໃນປີ 2020. ຄາດຄະເນງົບປະມານໃນການກໍ່ສ້າງແມ່ນປະມານ 39 ຕື້ກີບ ເປັນທຶນຂອງລັດຖະບານ, ເຊິ່ງບໍລິສັດບີເອັມເປັນຜູ້ຮັບເໝົາການກໍ່ສ້າງ.

ອ່ານຕໍ່…

ວຽງຈັນທາມສ໌