ນາຍົກກ່າວ: ເສັ້ນທາງລົດໄຟຈະສ້າງຜົນປະໂຫຍດທາງດ້ານເສດຖະກິດ ແລະ ການພັດທະນາ

ສຳນັກຂ່າວນິເຄອິຂອງຍີ່ປຸ່ນໄດ້ລາຍງານໃນວານນີ້ວ່າ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວໃນກອງປະຊຸມທີ່ປະເທດຍີ່ປຸ່ນວ່າ ເສັ້ນທາງລົດໄຟລາວ-ຈີນ ເຊິ່ງເປັນສ່ວນໜຶ່ງການລິເລີ່ມເສັ້ນທາງເຊື່ອມໂຍງດ້ານການຄ້າຂອງຈີນ ຈະສ້າງຜົນປະໂຫຍດໃຫຍ່ຫຼວງຕໍ່ເສດຖະກິດ ແລະ ພາບລວມການພັດທະນາຂອງລາວ. ຈາກເປົ້າໝາຍການຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາທີ່ສຸດ ທ່ານນາຍົກໄດ້ກ່າວໃນກອງປະຊຸມວ່າດ້ວຍອະນາຄົດຂອງອາຊີ ທີ່ກຸງໂຕກຽວວ່າ ລັດຖະບານລາວມີເຈດຈຳນົງຫັນປ່ຽນປະເທດລາວຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໄປສູ່ປະເທດທີ່ເປັນຂົວຕໍ່ເຊື່ອມໂຍງພາກພື້ນ ແລະ ການສ້າງເສັ້ນທາງລົດໄຟນີ້ແມ່ນໜຶ່ງໃນບາດກ້າວສຳຄັນຂອງແຜນການດັ່ງກ່າວ.

ອ່ານຕໍ່…

ວຽງຈັນທາມສ໌