ລັດຖະບານ

ການເຜີຍແຜ່ກົດໝາຍໃໝ່ ເພື່ອສົ່ງເສີມການເກັບກຳອາກອນໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ກົມສ່ວຍສາອາກອນ ກະຊວງການເງິນ ຮ່ວມກັບທະນາຄານໂລກ ໄດ້ເຜີຍແຜ່ກົດໝາຍໃໝ່ກ່ຽວກັບການເກັບກຳອາກອນ ໃນວັນພະຫັດນີ້ ເຊິ່ງຈະມີຜົນບັງຄັບໃຊ້ໃນຕົ້ນປີໜ້າ ພາຍຫຼັງຜ່ານຮັບຮອງໂດຍສະພາແຫ່ງຊາດ ໃນເດືອນມິຖຸນາທີ່ຜ່ານມາ.ເຈົ້າໜ້າທີ່ກົມສ່ວນສາອາກອນ ເປັນປະທານໃນກອງປະຊຸມ ເຊິ່ງມີຜູ້ຕາງໜ້າຈາກຫົວໜ່ວຍທຸລະກິດ 300 ແຫ່ງ ເພື່ອຮັບຟັງການເຜີຍແຜ່ກົດໝາຍວ່າດ້ວຍການຄຸ້ມຄອງອາກອນ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ), ກົດໝາຍວ່າດ້ວຍພາສີອາກອນ ແລະ ກົດໝາຍວ່າດ້ວຍອາກອນລາຍຮັບ.ອ່ານຕໍ່ ...

ໂຕະຂ່າວ

ສານປະຊາຊົນ ຊ່ວຍແກ້ໄຂບັນຫາສັງຄົມທີ່ເກີດຂຶ້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ບັນຫາສັງຄົມທີ່ເກີດຂຶ້ນໃນລາວສ່ວນໃຫຍ່ແມ່ນບັນຫາຂີ້ລັກ, ຢາເສບຕິດ, ເງິນກູ້ ແລະ ການຢ່າຮ້າງ, ທ່ານ ຄຳພາ ແສງດາຣາ ປະທານສານປະຊາຊົນສູງສຸດ ລາຍງານຕໍ່ທີ່ປະຊຸມສະພາແຫ່ງຊາດໃນວັນພຸດນີ້.ບັນຫາດັ່ງກ່າວ ໄດ້ມີການສະຫຼຸບໃນບົດລາຍງານຂອງທ່ານຄຳພາ ກ່ຽວກັບວຽກງານສານປະຊາຊົນໃນປີ 2019 ແລະ ແຜນການສຳລັບປີ 2020.ອ່ານຕໍ່ ...

ໂຕະຂ່າວວຽຈັນທາມສ໌

ລາວ, ຈີນ ມີເປົ້າໝາຍຮັດແໜ້ນການຮ່ວມມືຢ່າງໃກ້ຊິດ

ລັດຖະບານລາວ ແລະ ຈີນ ເສີມຂະຫຍາຍສາຍພົວພັນ ເພື່ອຈຸດປະສົງຮັດແໜ້ນການຮ່ວມມື ແລະ ການເຮັດວຽກຢ່າງໃກ້ຊິດໃນການສ້າງສາພັດທະນາທັງສອງປະເທດ.ນີ້ແມ່ນຫົວຂໍ້ຫຼັກໃນການຫາລືໃນລະຫວ່າງການຢ້ຽມຢາມປະເທດລາວຢ່າງເປັນທາງການຂອງທ່ານ ຫວັງ ຢາງ ສະມາຊິກຄະນະປະຈຳ ຫ້ອງການກົມການເມືອງສູນກາງພັກຄັອມມຸຍນິດຈີນ ແລະ ປະທານຄະນະກຳມະການກອງປະຊຸມປຶກສາການເມືອງປະຊາຊົນຈີນ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຄະນະທູດໜຸ່ມ ແລກປ່ຽນປະສົບການໃນກອງປະຊຸມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ຜູ້ຕາງໜ້າໄວໜຸ່ມຈາກບັນດາປະເທດພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຂົ້າຮ່ວມປະຊຸມທີ່ນະຄອນວຽງຈັນ ເພື່ອຫາລືກ່ຽວກັບການຮ່ວມມືໃນອະນາຄົດ ແລະ ແລກປ່ຽນປະສົບການຈາກການປະຕິບັດໜ້າທີ່ການທູດ.ກອງປະຊຸມການຮ່ວມມືນັກການທູດໜຸ່ມພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຈະຈັດຂຶ້ນໃນລະຫວ່າງວັນທີ 14-18 ພະຈິກນີ້. ເປັນກຽດເຂົ້າຮ່ວມໃນພິທີເປີດກອງປະຊຸມດັ່ງກ່າວ ມີທ່ານ ວິລະສັກ ສົມພົງ ວ່າການຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ, ແລະ ທ່ານ ເຈົ້າ ເສີນກັງ ທີ່ປຶກສາ, ຮອງຫົວໜ້າໜ່ວຍພາລະກິດການທູດ ສະຖານທູດຈີນປະຈຳລາວ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ລັດຖະບານຕ້ອງການກົນໄກທີ່ເຂັ້ມງວດກວ່າເດີມ ເພື່ອຫຼຸດຜ່ອນການກະທຳຜິດທາງການເງິນ: ສພຊ

ວຽງຈັນ (ວຽງຈັນທາມສ໌) – ໃນວັນພະຫັດນີ້ ບັນດາສະມາຊິກ ສະພາແຫ່ງຊາດ (ສພຊ) ໄດ້ຊຸກຍູ້ລັດຖະບານ ໃຫ້ອອກມາດຕະການທີ່ເຂັ້ມງວດ ເພື່ອສະກັດກັ້ນການກະທຳຜິດທີ່ກ່ຽວຂ້ອງກັບການເງິນຂອງລັດ ພາຍຫຼັງຮູ້ມາວ່າ ການກະທຳຜິດໃນລັກສະນະດັ່ງກ່າວເກີດຂຶ້ນເປັນປົກກະຕິ.ໃນລະຫວ່າງການຫາລືໃນກອງປະຊຸມ ທີ່ອະນຸຍາດໃຫ້ສະມາຊິກສະພາມີຄຳເຫັນກ່ຽວກັບບົດລາຍງານຂອງອົງການກວດສອບແຫ່ງລັດ, ນັກສ້າງກົດໝາຍໄດ້ກ່າວວ່າ ມັນບໍ່ມີຄວາມໝາຍຫຍັງ ຖ້າລັດຖະບານບໍ່ດຳເນີນການລົງໂທດ ທັນທີ່ທີ່ມີການກວດພົບການກະທຳຜິດ ໂດຍຄະນະກວດສອບ.ນອກນີ້ ຍັງມີຄຳເຫັນວ່າ ລັດຖະບານຄວນພິຈາລະນາຄວາມເປັນໄປໄດ້ໃນການອະນຸຍາດໃຫ້ອຳນາດການປົກຄອງທ້ອງຖິ່ນ ນຳໃຊ້ເງິນຂອງລັດ ທີ່ບໍ່ນອນຢູ່ໃນແຜນງົບປະມານ ໃນກໍລະນີສຸກເສີນ, ເພື່ອໃຫ້ເຂົາເຈົ້າສາມາດແກ້ໄຂບັນຫາໃຫ້ທ່ວງທັນກັບສະພາບການ ເມື່ອເກີດໄພພິບັດ.ອ່ານຕໍ່ ...

ເອກະພອນ ພູທອນສີ

ລາວ, ຄິວບາ ຕົກລົງໃນການຮ່ວມມືດ້ານວິທະຍາສາດສຸຂະພາບ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຄິວບາ ໄດ້ຕົກລົງເສີມຂະຫຍາຍການຮ່ວມມື ດ້ານສາທາລະນະສຸກ ແລະ ວິທະຍາສາດການແພດ.ຂໍ້ຕົກລົງໄດ້ມີການລົງນາມ ທີ່ນະຄອນຮາວານາ ໃນລະຫວ່າງການຢ້ຽມຢາມປະເທດຄິວບາຢ່າງເປັນທາງການ ຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ໃນລະຫວ່າງວັນທີ 11-12 ພະຈິກນີ້ ຕາມຄຳເຊີນຂອງທ່ານບຼູໂນ ໂຣດິຼເກສ໌ ພາຣີລາ, ຕາມການເປີດເຜີຍຂອງກະຊວງການຕ່າງປະເທດລາວ.ທັງສອງທ່ານໄດ້ຮ່ວມລົງນາມໃນຂໍ້ຕົກລົງສອງສະບັບຄື ຂໍ້ຕົກລົງການຮ່ວມມືລະຫວ່າງລັດຖະບານລາວ ແລະ ລັດຖະບານຄິວບາ ແລະ ບົດບັນທຶກຄວາມເຂົ້າໃຈໃນວຽກງານສາທາລະນະສຸກ ແລະ ວິທະຍາສາດສຸຂະພາບ ລະຫວ່າງກະຊວງສາທາລະນະສຸກຂອງສອງປະເທດ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ລັດຖະບານຈະປັບປຸງແບບວິທີການເຮັດວຽກ ແນໃສ່ເພີ່ມທະວີປະສິດທິຜົນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຈະປັບປຸງແບບວິທີການເຮັດວຽກໃນທົ່ວປະເທດ ເພື່ອຈຸດປະສົງເພີ່ມທະວີປະສິດທິຜົນໃນການຈັດຕັ້ງປະຕິບັດນະໂຍບາຍຂອງພັກ ແລະ ລັດ, ຕາມທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.ຕໍ່ທີ່ປະຊຸມສະພາແຫ່ງຊາດໃນອາທິດແລ້ວນີ້, ທ່ານ ທອງລຸນ ໄດ້ກ່າວກ່ຽວກັບການປັບປຸງແບບວິທີການເຮັດວຽກຂອງລັດຖະບານ ເພື່ອແນໃສ່ຮັບປະກັນການຈັດຕັ້ງປະຕິບັດນະໂຍບາຍຂອງລັດຖະບານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ.ອ່ານຕໍ່ ...

ເອກະພອນ ພູທອນສີ

ສະພາແຫ່ງຊາດຮຽກຮ້ອງປະສິດທິພາບໃນການປະຕິບັດນະໂຍບາຍ ແລະ ການປະສານງານ

ວຽງຈັນ (ວຽງຈັນທາມສ໌/ANN) – ມື້ວານນີ້ ສະມາຊິກສະພາແຫ່ງຊາດ ໄດ້ສືບຕໍ່ຫາລືກ່ຽວກັບການປະຕິບັດໜ້າທີ່ຂອງລັດຖະບານ, ໂດຍເນັ້ນເຖິງຄວາມຈຳເປັນໃນການຮັບປະກັນການປະຕິບັດນະໂຍບາຍ ແລະ ການປະສານງານໃຫ້ມີປະສິດທິພາບ, ເຖິງວ່າລັດຖະບານຈະປະສົບຄວາມສຳເລັດໃນຫຼາຍດ້ານແລ້ວກໍຕາມ.ໃນທີ່ປະຊຸມສະພາແຫ່ງຊາດ, ບັນດາສະມາຊິກສະພາ ໄດ້ໃຫ້ຄຳເຫັນກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນຊ່ວງເກົ້າເດືອນຂອງປີນີ້.ໂດຍລວມ ທີ່ປະຊຸມກໍໄດ້ສະແດງຄວາມຍິນດີຕໍ່ຜົນສຳເລັດ ທີ່ລັດຖະບານສາມາດເຮັດໄດ້ ແລະ ຮັບຮູ້ເຖິງຄວາມພະຍາຍາມຂອງລັດຖະບານ ໃນການປະຕິບັດແຜນພັດທະນາແຫ່ງຊາດ ໃຫ້ໄດ້ຕາມເປົ້າໝາຍທີ່ກຳນົດ ພາຍໃຕ້ການຫຼຸດຜ່ອນຂອງເສດຖະກິດທົ່ວໂລກ ແລະ ຜົນກະທົບຈາກໄພທຳມະຊາດ.ອ່ານຕໍ່ ...

ເອກະພອນ ພູທອນສີ

ການຄ້າຂອງລາວໃນໄຕມາດທີສາມ ມີສະພາບເກີນດູນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວມີສະພາບການຄ້າເກີນດູນ US$178 ລ້ານໂດລາ ໃນຊ່ວງເກົ້າເດືອນທຳອິດຂອງປີ (ເຖິງທ້າຍໄຕມາດທີສາມ), ເຖິງວ່າການເຄື່ອນໄຫວໂອນເງິນ ຍັງຕ່ຳກວ່າເປົ້າໝາຍ.ມູນຄ່າການສົ່ງອອກ ແລະ ນຳເຂົ້າສິນຄ້າໃນໄຕມາດທີສາມຂອງປີ 2019 ບັນລຸໄດ້ US$8,582 ລ້ານໂດລາ ຫຼືທຽບເທົ່າກັບ 76 ສ່ວນຮ້ອຍຂອງຕົວເລກທີ່ມີການຮັບຮອງໂດຍສະພາແຫ່ງຊາດ.ຕົວເລກດັ່ງກ່າວເພີ່ມຂຶ້ນ 41 ສ່ວນຮ້ອຍທຽບກັບໄລຍະດຽວກັນຂອງປີກາຍ, ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາຍງານຕໍ່ທີ່ປະຊຸມສະພາແຫ່ງຊາດໃນອາທິດແລ້ວນີ້.ອ່ານຕໍ່ ...

ໂຕະຂ່າວ

ລັດຖະມົນຕີຕ່າງປະເທດຂອງຄິວບາ ແລະ ລາວ ສືບຕໍ່ຮັດແໜ້ນສາຍພົວພັນສອງຝ່າຍ

ຮາວັນນາ, 11 ພະຈິກ (Prensa Latina) ທ່ານ ບຼູໂນ ໂຣດິເກສ໌ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດຂອງຄິວບາ ແລະ ລາວ ຕາມລຳດັບ, ໄດ້ພົບປະໃນວັນຈັນຜ່ານມານີ້ ທີ່ນະຄອນຫຼວງຂອງຄິວບາ ເພື່ອຮັດແໜ້ນສາຍພົວພັນສອງຝ່າຍ ເນື່ອງໃນວັນສ້າງຕັ້ງສາຍພົວພັນຄົບຮອບ 45 ປີ.ໃນພິທີຕ້ອນຮັບຢ່າງເປັນທາງການທີ່ສຳນັກງານກະຊວງການຕ່າງປະເທດຄິວບາ, ທ່ານ ໂຣດິເກສ໌ ໄດ້ສະແດງຄວາມຍິນດີຕໍ່ຄວາມສາມັກຄີປອງດອງ ລະຫວ່າາງລັດຖະບານ ແລະ ປະຊາຊົນສອງຊາດ. ອ່ານຕໍ່ ...

ໜ່ວຍຂ່າວ Prensa Latina

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

VsRXc
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!