ລັດຖະບານ

ລາວ, ສິງກະໂປ ສະເຫຼີມສະຫຼອງສາຍພົວພັນອັນແໜ້ນແຟ້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ສິງກະໂປ ຮ່ວມສະເຫຼີມສະຫຼອງສາຍພົວພັນອັນຍາວນານເກືອບເຄິ່ງສັດຕະວັດ, ທີ່ນັບມື້ນັບແໜ້ນແຟ້ນ ແລະ ທະວີຄວາມເຂັ້ມແຂງ, ໂດຍສະເພາະນັບແຕ່ປະເທດລາວກ້າວເຂົ້າເປັນປະເທດສະມາຊິກກຸ່ມອາຊຽນ.ເຈົ້າໜ້າທີ່ລະດັບສູງຂອງລາວ ແລະ ຫົວໜ້າຄະນະທູດສິງກະໂປປະຈຳລາວ ໄດ້ສະແດງຄວາມຮູ້ສຶກປິຕິຍິດີຕໍ່ສາຍພົວພັນສອງຊາດ ໃນງານລ້ຽງຮັບຮອງ ທີ່ນະຄອນວຽງຈັນ ໃນວັນສຸກແລ້ວນີ້ ເພື່ອສະເຫຼີມສະຫຼອງວັນຊາດຂອງສາທາລະນະລັດສິງກະໂປ ຄົບຮອບ 54 ປີ ແລະ 45 ປີ ແຫ່ງການພົວພັນທາງການທູດລະຫວ່າງສອງຊາດລາວ ແລະ ສິງກະໂປ.ອ່ານຕໍ່ ...

ສົມໄຊ ແສງດາຣາ

ລາວເຂົ້າຮ່ວມກອງປະຊຸມກວດສອບຂັ້ນສູງຢູ່ປະເທດລັດເຊຍ

ວຽງຈັນ (ວຽງຈັນທາມສ໌/ANN) – ກອງປະຊຸມສະຖາບັນກວດສອບຂັ້ນສູງສາກົນ ຄັ້ງທີ XXIII (XXIII INCOSAI) ທີ່ປະເທດລັດເຊຍ ຫວ່າງໝໍ່ໆມານີ້ ມີຜູ້ເຂົ້າຮ່ວມທັງໝົດ 600 ກວ່າຄົນຈາກ 168 ສະຖາບັນ ເຊິ່ງເປັນສະມາຊິກຂອງອົງການສະຖາບັນກວດສອບຂັ້ນສູງສາກົນ (INTOSAI).ຄະນະຜູ້ແທນລາວທີ່ເດີນທາງເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ ນຳໂດຍທ່ານ ປອ. ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/laos-attends-supreme-audit-congress-russia-105752

ທິດຊີ້ນຳໃໝ່ຮຽກຮ້ອງໃຫ້ໂຄງການລົງທຶນຂອງລັດຕ້ອງດຳເນີນການປະມູນ

ວຽງຈັນ (ວຽງຈັນທາມສ໌/ANN) – ລະບຽບການສະບັບໃໝ່ ຮຽກຮ້ອງໃຫ້ໂຄງການລົງທຶນຂອງລັດຕ້ອງຈັດສັນຜ່ານການປະມູນໂຄງການ ໃນການຈັດຈ້າງບໍລິສັດທີ່ປຶກສາເພື່ອດຳເນີນການສຶກສາຄວາມເປັນໄປໄດ້, ການສຳຫຼວດ ແລະ ອອກແບບໂຄງການ, ເພື່ອຮັບປະກັນການນຳໃຊ້ງົບປະມານຂອງລັດໃຫ້ມີປະສິດທິພາບ .ທ່ານ ປອ. ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ອອກຄຳສັ່ງແນະນຳສະບັບໃໝ່ກ່ຽວກັບການພິຈາລະນາ ແລະ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການລົງທຶນຂອງລັດ ເຊິ່ງປະກາດໃຊ້ໃນວັນທີ່ 15​ ທັນວາ 2015.ອ່ານຕໍ່ ...

ສຸກສາຄອນ ແວ່ນແກ້ວ
http://annx.asianews.network/content/new-guidance-requires-state-investment-projects-undergo-bidding-105663

ລາວ, ຫວຽດນາມວາງແຜນຈັດບັ້ນສົນທະນາທາງທຸລະກິດ ເພື່ອສົ່ງເສີມການລົງທຶນ, ການຄ້າຊາຍແດນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ການຄ້າໃນຫົກແຂວງຂອງລາວ ແລະ ແຂວງດຽນບຽນຟູຂອງຫວຽດນາມ ໄດ້ຕົກລົງຈັດບັ້ນສົນທະນາທາງທຸລະກິດຂຶ້ນໃນປີໜ້າ ເພື່ອສົ່ງເສີມດ້ານການຄ້າ.ແຜນການຈັດບັ້ນສົນທະນາດັ່ງກ່າວ ແມ່ນສ່ວນໜຶ່ງຂອງແຜນການຮ່ວມມືສຳລັບປີ 2019-2020 ເຊິ່ງໄດ້ມີການຫາລືໃນກອງປະຊຸມຫຼ້າສຸດ ລະຫວ່າງສອງຝ່າຍ ຢູ່ແຂວງຫຼວງພະບາງ.ອ່ານຕໍ່ ...

ມະນີຈັນ ປັນສີວົງໄຊ
http://annx.asianews.network/content/laos-vietnam-plan-business-dialogue-boost-investment-border-trade-105443

ລາວ, ຫວຽດນາມ ຕົກລົງລວມພະລັງກັນບົນເສັ້ນທາງສູ່ການພັດທະນາ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຫວຽດນາມໄດ້ຕົກລົງສົ່ງເສີມການຮ່ວມມື ແລະ ຢືນຢັນຄຳໝັ້ນເພື່ອສືບຕໍ່ການສະໜັບສະໜູນເຊີ່ງກັນແລະກັນບົນເສັ້ນທາງໄປສູ່ການພັດທະນາ, ໃນລະຫວ່າງການຢ້ຽມຢາມປະເທດຫວຽດນາມຢ່າງເປັນທາງການຂອງທ່ານ ທອງລຸນ ສີສຸລິດ ນາຍົກລັຖະມົນຕີລາວ.ທ່ານ ທອງລຸນ ໄດ້ເດີນທາງຢ້ຽມຢາມປະເທດຫວຽດນາມໃນລະຫວ່າງວັນທີ 1-3 ຕຸລາ ຕາມຄຳເຊີນຂອງທ່ານຫງວຽນຊວນພຸກ ນາຍົກລັດຖະມົນຕີຫວຽດນາມ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/laos-vietnam-agree-join-forces-road-development-105362

ການຢ້ຽມຢາມສະຖານທີ່ທ່ອງທ່ຽວ ຊ່ວຍຮັດແໜ້ນສາຍພົວພັນລາວ-ຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ການຮ່ວມມືຜ່ານການເດີນທາງຢ້ຽມຢາມປະເທດ ແມ່ນໜຶ່ງໃນຊ່ອງທາງຕົ້ນຕໍໃນການເປີດກວ້າງປະສົບການ ແລະ ຄວາມຮູ້ ເພື່ອນຳເອົາບົດຮຽນດັ່ງກ່າວໄປປັບປຸງນຳໃຊ້ໃນໜ້າທີ່ວຽກງານ ແລະ ປະກອບສ່ວນໃນການສ້າງສາປະເທດຊາດ.ນີ້ແມ່ນການຮ່ວມມືປະເພດໜຶ່ງລະຫວ່າງລາວ ແລະ ຈີນ ຜ່ານໂຄງການສົ່ງເສີມປີທ່ອງທ່ຽວລາວ-ຈີນ 2019 ໃນປະຈຸບັນ.ບາດກ້າວດັ່ງກ່າວແມ່ນເນື່ອງມາຈາກການຢ້ຽມຢາມແຂວງຫູໜານປະເທດຈີນ ຂອງຄະນະຜູ້ແທນລາວ ນຳໂດຍທ່ານ ສະຫວັນກອນ ຣາຊມຸນຕຼີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/visits-tourist-sites-strengthen-laos-china-ties-105366

ການສ້າງທີມງານການວາງແຜນ,​ ກວດກາພາກລັດ ມີເປົ້າໝາຍຊຸກຍູ້ແຜນພັດທະນາເສດຖະກິດ-ສັງຄົມ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງແຜນການ ແລະ ການລົງທຶນ ແລະ ອົງການກວດສອບແຫ່ງລັດ ຈະສືບຕໍ່ຊຸກຍູ້ໃຫ້ມີການປັບປຸງດ້ານການຮ່ວມມື ເພື່ອຈັດການກັບສິ່ງທ້າທາຍໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ.ພະນັກງານຕາງໜ້າຈາກກະຊວງ ແລະ ອົງການຈັດຕັ້ງດັ່ງກ່າວໄດ້ຮ່ວມຫາລືກັນໃນວັນສຸກແລວນີ້ ກ່ຽວກັບແຜນການປະສານງານໃນຕໍ່ໜ້າ ພາຍຫຼັງທີ່ທັງສອງໜ່ວຍງານໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈໃນເດືອນມິຖຸນາຜ່ານມາ ກ່ຽວກັບການເຮັດວຽກຮ່ວມກກັນ ແລະ ແລກປ່ຽນຂໍ້ມູນເຊິ່ງກັນແລະກັນ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/planning-state-inspection-teamwork-targets-socio-economic-development-plans-laos-105281

ທ່ານນາງ ຮີດເທີ ວີວເລີ ລັດຖະມົນຕີສະຫະລາດຊະອານາຈັກ ຢ້ຽມຢາມລາວຢ່າງເປັນທາງການ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະມົນຕີອັງກິດສຳລັບພາກພື້ນອາຊີ ແລະ ປາຊິຟິກ ເດີນທາງຢ້ຽມຢາມອາຊີຕາເວັນອອກສຽງໃຕ້ ເພື່ອຫາລືກ່ຽວກັບການເສີມຂະຫຍາຍສາຍພົວພັນກັບພາກພື້ນ, ບົດບາດຂອງແມ່ຍິງ, ການອະນຸລັກສິ່ງແວດລ້ອມ ແລະ ການເກັບກູ້ລະເບີດ.ທ່ານນາງ ຮີດເທີ ວີວເລີ ເອັມພີ ລັດຖະມົນຕີສຳນັກງານການຕ່າງປະເທດ ແລະ ເຄືອຈັກກະພົບ ພາກພື້ນອາຊິ ແລະ ປາຊິຟິກ, ໄດ້ເດີນທາງຢ້ຽມຢາມປະເທດລາວຢ່າງເປັນທາງການໃນອາທິດນີ້ ເຊິ່ງເປັນສ່ວນໜຶ່ງຂອງແຜນການຢ້ຽມຢາມລາວ, ກຳປູເຈຍ ແລະ ໄທໃນໄລຍະສີ່ວັນ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/uk-minister-heather-wheeler-visits-laos-104555

ດ່ານພາສີປາກຊັນບໍ່ສາມາດບັນລຸເປົ້າໝາຍການເກັບລາຍຮັບໃນຊ່ວງແປດເດືອນຕົ້ນປີ

ດ່ານພາສີສາກົນປາກຊັນ ແຂວງບໍລິຄຳໄຊ ບໍ່ສາມາດບັນລຸເປົ້າໝາຍໃນການເກັບກຳລາຍຮັບ ໃນຊ່ວງເດືອນມັງກອນເຖິງສິງຫາປີນີ້ ທ່າມກາງການຫຼຸດລົງຂອງປະລິມານການນຳເຂົ້າສິນຄ້າ.ດ່ານຊາຍແດນປາກຊັນ ເຊິ່ງເຊື່ອມຕໍ່ປະເທດໄທ, ຫວຽດນາມ ແລະ ລາວ ຜ່ານທາງຖະໜົນ, ເປັນໜຶ່ງໃນຊ່ອງທາງເຊື່ອມຕໍ່ທາງດ້ານເສດຖະກິດ ແລະ ການບໍລິການ, ອຳນວຍຄວາມສະດວກທາງການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ແລະ ປະກອບສ່ວນໃນການເກັບກຳລາຍຮັບແຫ່ງຊາດ.ດ່ານພາສີດັ່ງກ່າວສາມາດເກັບກຳລາຍຮັບໄດ້ພຽງ 132 ພັນຕື້ກີບ (USD 14.9 ຕື້ໂດລາ) ໃນຊ່ວງແປດເດືອນຕົ້ນປີນີ້, ເຊິ່ງທຽບເທົ່າກັບ 43.81 ເປີເຊັນຂອງເປົ້າໝາຍທີ່ຕັ້ງໄວ້ຄື 302 ພັນຕື້ກີບ. ໃນຊ່ວງດຽວກັນຂອງປີຜ່ານມາ ດ່ານພາສີດັ່ງກ່າວສາມາດບັນລຸການເກັບກຳໄດ້ 57.68 ເປີເຊັນຂອງລະດັບຄາດໝາຍ.ອ່ານຕໍ່ ...

Latsamy Phonevilay
https://laotiantimes.com/2019/09/17/paksan-customs-fails-to-meet-revenue-target-in-first-8-months/

ຄະນະຜູ້ແທນຄັອມມູນິດຣັດເຊຍເດີນທາງຢ້ຽມຢາມປະເທດລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະຜູ້ແທນພັກຄັອມມູນິດຣັດເຊຍ (KR) ນຳໂດຍທ່ານ ມາກຊິມ ຊູໄຣກິນ ປະທານຄະນະກຳມະການສູນກາງພັກ KR ແລະ ຮອງປະທານສະພານິຕິບັນຍັດ Ulyanovsk Oblast ເດີນທາງຢ້ຽມຢາມປະເທດລາວ ຕາມຄຳເຊີນຂອງພັກປະຊາຊົນປະຕິວັດລາວ (ພປປ ລາວ).ວານນີ້ ຄະນະຜູ້ແທນຣັດເຊຍໄດ້ເຂົ້າຢ້ຽມຄຳນັບທ່ານ ພັນຄຳ ວິພາວັນ ສະມາຊິກຄະນະເລຂາທິການປະຈຳ ພປປ ລາວ ແລະ ຮອງປະທານປະເທດແຫ່ງ ສປປ ລາວ ແລະ ພົບປະກັບທ່ານ ຮສ.ປອ ກິແກ້ວ ໄຂຄຳພິທູນ ສະມາຊິກຄະນະເລຂາທິການປະຈຳ ພປປ ລາວ ແລະ ຫົວໜ້າຄະນະໂຄສະນາ ແລະ ຝຶກອົບຮົມ ຄະນະກຳມະການສູນກາງພັກ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/russian-communists-visit-laos-104289

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Hutxu
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!