ຄະນະຜູ້ແທນຄັອມມູນິດຣັດເຊຍເດີນທາງຢ້ຽມຢາມປະເທດລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະຜູ້ແທນພັກຄັອມມູນິດຣັດເຊຍ (KR) ນຳໂດຍທ່ານ ມາກຊິມ ຊູໄຣກິນ ປະທານຄະນະກຳມະການສູນກາງພັກ KR ແລະ ຮອງປະທານສະພານິຕິບັນຍັດ Ulyanovsk Oblast ເດີນທາງຢ້ຽມຢາມປະເທດລາວ ຕາມຄຳເຊີນຂອງພັກປະຊາຊົນປະຕິວັດລາວ (ພປປ ລາວ).

ວານນີ້ ຄະນະຜູ້ແທນຣັດເຊຍໄດ້ເຂົ້າຢ້ຽມຄຳນັບທ່ານ ພັນຄຳ ວິພາວັນ ສະມາຊິກຄະນະເລຂາທິການປະຈຳ ພປປ ລາວ ແລະ ຮອງປະທານປະເທດແຫ່ງ ສປປ ລາວ ແລະ ພົບປະກັບທ່ານ ຮສ.ປອ ກິແກ້ວ ໄຂຄຳພິທູນ ສະມາຊິກຄະນະເລຂາທິການປະຈຳ ພປປ ລາວ ແລະ ຫົວໜ້າຄະນະໂຄສະນາ ແລະ ຝຶກອົບຮົມ ຄະນະກຳມະການສູນກາງພັກ.

ອ່ານຕໍ່…

ໂຕະຂ່າວ
http://annx.asianews.network/content/russian-communists-visit-laos-104289