ລັດຖະບານ

ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ເປີດສາກດ້ວຍການຮັບຮອງກົດໝາຍ, ບົດລາຍງານເສດຖະກິດ-ສັງຄົມ

ກອງປະຊຸມສະໄໝສາມັນຄັ້ງທີ 8 ຂອງສະພາແຫ່ງຊາດ ໄດ້ໄຂຂຶ້ນໃນວັນພະຫັດນີ້ ແລະ ຈະດຳເນີນໄປຈົນເຖິງວັນທີ 6 ທັນວາ, ຈະມີການຫາລືບັນຫາສຳຄັນຕ່າງໆ ລວມໄປເຖິງ ການຮັບຮອງຮ່າງກົດໝາຍ ແລະ ກົດໝາຍສະບັບດັດແກ້. ເຂົ້າຮ່ວມໃນມື້ເປີດກອງປະຊຸມສະໄໝສາມັນດັ່ງກ່າວ ມີທ່ານປະທານປະເທດ ບຸນຍັງ ວໍລະຈິດ, ທ່ານນາຍົດລັະຖະມົນຕີ ທອງລຸນ ສີສຸລິດ , ສະມາຊິກຄະນະລັດຖະບານ, ສະມາຊິກສະພາ, ອະດີດການນຳພັກລັດ, ພ້ອມດ້ວຍບັນດາແຂກທີ່ຖືກເຊີນ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ລາວຍົກສູງການຮ່ວມມືແມ່ຂອງ-ຍີ່ປຸ່ນ

ລາວຍົກສູງການຮ່ວມມື ລະຫວ່າງບັນດາປະເທດ ໃນພາກພື້ນລຸ່ມແມ່ນ້ຳຂອງ ແລະ ຍີ່ປຸ່ນ, ໂດຍສະເພາະຍີ່ປຸ່ນໄດ້ປະກອບສ່ວນໃນການພັດທະນາລາວ ແລະ ການລວມກັນກັບພາກພື້ນ.ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວຄຳເຫັນໃນກອງປະຊຸມສຸດຍອດແມ່ຂອງ-ຍີ່ປຸ່ນ ຄັ້ງທີ 11 ເຊິ່ງຈັດຂຶ້ນໃນວັນຈັນທີ່ຜ່ານມາ ທີ່ບາງກອກ, ໄທ.ກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງທ່ານ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ແລະ ທ່ານ ຊິນໂຊ ອາເບ ນາຍົກລັດຖະມົນຕີຍີ່ປຸ່ນ, ພາຍໃຕ້ການເຂົ້າຮ່ວມຂອງທ່ານ ຮຸນ ເຊັນ ນາຍົກລັດຖະມົນຕີກຳປູເຈຍ, ທ່ານ ອອງຊານຊູຈີ ທີ່ປຶກສາແຫ່ງລັດມຽນມາ, ແລະ ທ່ານ ຫງວຽນ ຊວນ ພັກ ນາຍົກລັດຖະມົນຕີຫວຽດນາມ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ລາວ, ຊີລີ ສົ່ງເສີມການຮ່ວມມືດ້ານທຸລະກິດ,​ ການຄ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຊີລີ ມີເປົ້າໝາຍເສີມຂະຫຍາຍການຮ່ວມມືທາງດ້ານທຸລະກິດ ແລະ ການຄ້າ ພາຍຫຼັງພິທີຕ້ອນຮັບທ່ານ ເຈມມີ ໂຊມາລີ ເອກອັກຄະລັດຖະທູດຊີລີປະຈຳລາວ ຢ່າງເປັນທາງການ ຂອງສະພາທຸລະກິດທ້ອງຖິ່ນ ທີ່ນະຄອນຫຼວງວຽງຈັນໃນວັນອັງຄານຜ່ານມາ.ນຳພາຄະນະຜູ້ແທນລາວໃນພິທີດັ່ງກ່າວ ເຊິ່ງລວມມີເຈົ້າໜ້າທີ່ສະພາການຄ້າ ແລະ ຜູ້ປະກອບການທຸລະກິດ ແມ່ນທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI). ອ່ານຕໍ່ ...

ໂຕະຂ່າວ

ກອງປະຊຸມປະຈຳເດືອນຂອງຄະນະລັດຖະບານ ຫາລືແຜນວາລະໂຄງການຕົວເມືອງສະຫຼາດ

ວຽງຈັນ (ວຽງຈັນທາມສ໌/ANN) – ແຜນການກໍ່ສ້າງຕົວເມືອງ ສະຫຼາດ ແລະ ປະຢັດ ຢູ່ແຂວງຫຼວງນ້ຳທາ ແລະ ອຸດົມໄຊ ນອນຢູ່ໃນວາລະບູລິມະສິດຂອງກອງປະຊຸມປະຈຳເດືອນຂອງຄະນະລັດຖະບານ ສຳລັບເດືອນຕຸລາ.ທ່ານ ທອງລຸນ ສີສຸລິດ ໄດ້ເປັນປະທານໃນກອງປະຊຸມດັ່ງກ່າວ ເຊິ່ງຈັດຂຶ້ນໃນວັນທີ 25 ຕຸລາທີ່ຜ່ານມາ, ໃນນັ້ນ ຄະນະລັດຖະບານໄດ້ມີການຫາລືຮ່າງບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມຂອງປີນີ້, ແຜນງົບປະມານ ແລະ ແຜນການໃນປີຕໍ່ໜ້າ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ລາວແຕ່ງຕັ້ງຫົວໜ້າກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຄົນໃໝ່

ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນພຸດນີ້ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກປະຊາຊົນປະຕິວັດລາວ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ແຕ່ງຕັ້ງທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ຫົວໜ້າຄະນະໂຄສະນາຝຶກອົບຮົມສູນກາງພັກ ໃຫ້ວ່າການລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແທນທ່ານ ສຈ.ປອ ບໍ່ແສງຄຳ ວົງດາຣາ ທີ່ຈະອອກບຳນານ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ກະຊວງສະແດງຄວາມກັງວົນຕໍ່ບັນຫາລັດຖະກອນ "ທີ່ບໍ່ມີຕົວຕົນ"

ກະຊວງພາຍໃນ ກຳລັງທຳການຢືນຢັນຈຳນວນລັດຖະກອນຕົວຈິງ ທ່າມການຄວາມກັງວົນຕໍ່ບັນຫາ ພະນັງງານຜີ ທີ່ເກີດຂຶ້ນ, ຕາມເຈົ້າໜ້າທີ່ການນຳ.“ຂະບວນການນີ້ ແມ່ນສ່ວນໜຶ່ງຂອງຂັ້ນຕອນການຢັ້ງຢືນຈຳນວນພະນັກງານລັດຖະກອນທີ່ມີໜ້າຕົວຈິງໃນລາວ,” ທ່ານ ສຸວັນນີ ຣັດຕະນະວົງ ຫົວໜ້າກົມຄຸ້ມຄອງລັດຖະກອນ ກ່າວໃນວັນສຸກແລ້ວນີ້.ອ່ານຕໍ່ ...

ເອກະພອນ ພູທອນສີ

ປະທານປະເທດຮັງກາລີ ຢ້ຽມຢາມລາວເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມື

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ຈາໂນ ເອເດີ ປະທານປະເທດສາທາລະນະລັດ ຮັງກາລີ ພ້ອມຄະນະ ໄດ້ເດີນທາງມາເຖິງນະຄອນຫຼວງວຽງຈັນ ໃນວັນພະຫັດແລ້ວນີ້ ເພື່ອຢ້ຽມຢາມປະເທດລາວຢ່າງເປັນທາງການ ແຕ່ວັນທີ 24-26 ກັນຍານີ້ ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ບຸນຍັງ ວໍລະຈິດ.ຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມື ລະຫວ່າງສອງຊາດລາວ ຮັງກາລີ.ພິທີຕ້ອນຮັບທ່ານປະທານປະເທດ ເອເດີ ຢ່າງເປັນທາງການ ໄດ້ຈັດຂຶ້ນທີ່ທຳນຽບປະທານປະເທດ ໃນວັນສຸກແລ້ວນີ້, ນຳໂດຍທ່ານປະທານປະເທດ ບຸນຍັງ ວໍລະຈິດ ພ້ອມດ້ວຍເຈົ້າໜ້າທີ່ລະດັບສູງຂອງລາວ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ລາວ, ຈີນ ຍົກລະດັບການຮ່ວມມືດ້ານ ICT ສູ່ມິຕິໃໝ່

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຈີນ ເສີມຂະຫຍາຍການຮ່ວມມືໃນດ້ານເທັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ເພື່ອສ້າງເງື່ອນໄຂໃຫ້ແກ່ການພັດທະນາລະບົບຂໍ້ມູນຂ່າວສານ, ການສື່ສານໃນລາວ.ໃນອາທິດແລ້ວນີ້ ເຈົ້າໜ້າທີ່ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ນຳໂດຍທ່ານລັດຖະມົນຕີ ປອ ທັນສະໄໝ ກົມມະສິດ, ໄດ້ພົບປະກັບຄະນະຜູ້ແທນ ຈາກກະຊວງອຸດສາຫະກຳ ແລະ ເທັກໂນໂລຢີຂໍ້ມູນຂ່າວສານຂອງຈີນ ເຊິ່ງນຳໂດຍທ່ານລັດຖະມົນຕີ ໝຽວ ເວີຍ ໃນກອງປະຊຸມລັດຖະມົນຕີໂທລະຄົມມະນາຄົມ ແລະ ເທັກໂນໂລຢີຂໍ້ມູນຂ່າວສານອາຊຽນ ຄັ້ງທີ 19 ທີ່ນະຄອນວຽງຈັນ ເພື່ອຕົກລົງກ່ຽວກັບການຮ່ວມມືດ້ານ ICT.ອ່ານຕໍ່ ...

ໂຕະຂ່າວ

ຄະນະຜູ້ແທນລາວ ເຂົ້າຮ່ວມພິທີສາບານຕົນຂອງປະທານປະເທດອິນໂດເນເຊຍ

ໃນອາທິດແລ້ວນີ້ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີສາບານຕົນເປັນປະທານປະເທດຢ່າງເປັນທາງການຂອງທ່ານ ໂຈໂກ ວິໂດໂດ ທີ່ໄດ້ສາບານຕົນເຂົ້າຮັບຕຳແໜງເປັນສະໄໝສຸດທ້າຍ.ທ່ານ ສະເຫຼີມໄຊ ເດີນທາງເຂົ້າຮ່ວມພິທີດັ່ງກ່າວໃນຖານະຕົວແທນທ່ານ ທອງລຸນ ສີສິລິດ ນາຍົກລັດຖະມົນຕີ ຕາມຄຳເຊື້ອເຊີນຂອງລັດຖະບານອິນໂດເນເຊຍ.ອ່ານຕໍ່  ...

ໂຕະຂ່າວ

ລາວ, ໄທ ເສີມຂະຫຍາຍການຮ່ວມມືດ້ານການສຶກສາ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວ ແລະ ໄທ ຈະສືບຕໍ່ການຮ່ວມມືໃນຂະແໜງການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ.ນີ້ແມ່ນຄຳເຫັນໃນກອງປະຊຸມລະຫວ່າງຄະນະຜູ້ແທນຈາກສະຖານທູດໄທປະຈຳລາວ, ເຊິ່ງນຳໂດຍທ່ານ ກຽດຕິຄຸນ ຊາປະສິດ ເອກອັກຄະລາດຊະທູດໄທ ແລະ ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາຂອງລາວ.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

RgyVS
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!