ລາວຍົກສູງການຮ່ວມມືແມ່ຂອງ-ຍີ່ປຸ່ນ

ລາວຍົກສູງການຮ່ວມມື ລະຫວ່າງບັນດາປະເທດ ໃນພາກພື້ນລຸ່ມແມ່ນ້ຳຂອງ ແລະ ຍີ່ປຸ່ນ, ໂດຍສະເພາະຍີ່ປຸ່ນໄດ້ປະກອບສ່ວນໃນການພັດທະນາລາວ ແລະ ການລວມກັນກັບພາກພື້ນ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວຄຳເຫັນໃນກອງປະຊຸມສຸດຍອດແມ່ຂອງ-ຍີ່ປຸ່ນ ຄັ້ງທີ 11 ເຊິ່ງຈັດຂຶ້ນໃນວັນຈັນທີ່ຜ່ານມາ ທີ່ບາງກອກ, ໄທ.

ກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງທ່ານ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ແລະ ທ່ານ ຊິນໂຊ ອາເບ ນາຍົກລັດຖະມົນຕີຍີ່ປຸ່ນ, ພາຍໃຕ້ການເຂົ້າຮ່ວມຂອງທ່ານ ຮຸນ ເຊັນ ນາຍົກລັດຖະມົນຕີກຳປູເຈຍ, ທ່ານ ອອງຊານຊູຈີ ທີ່ປຶກສາແຫ່ງລັດມຽນມາ, ແລະ ທ່ານ ຫງວຽນ ຊວນ ພັກ ນາຍົກລັດຖະມົນຕີຫວຽດນາມ.

ອ່ານຕໍ່…

ໂຕະຂ່າວວຽງຈັນທາມສ໌