ປະທານປະເທດຮັງກາລີ ຢ້ຽມຢາມລາວເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມື

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ຈາໂນ ເອເດີ ປະທານປະເທດສາທາລະນະລັດ ຮັງກາລີ ພ້ອມຄະນະ ໄດ້ເດີນທາງມາເຖິງນະຄອນຫຼວງວຽງຈັນ ໃນວັນພະຫັດແລ້ວນີ້ ເພື່ອຢ້ຽມຢາມປະເທດລາວຢ່າງເປັນທາງການ ແຕ່ວັນທີ 24-26 ກັນຍານີ້ ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ບຸນຍັງ ວໍລະຈິດ.

ຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມື ລະຫວ່າງສອງຊາດລາວ ຮັງກາລີ.

ພິທີຕ້ອນຮັບທ່ານປະທານປະເທດ ເອເດີ ຢ່າງເປັນທາງການ ໄດ້ຈັດຂຶ້ນທີ່ທຳນຽບປະທານປະເທດ ໃນວັນສຸກແລ້ວນີ້, ນຳໂດຍທ່ານປະທານປະເທດ ບຸນຍັງ ວໍລະຈິດ ພ້ອມດ້ວຍເຈົ້າໜ້າທີ່ລະດັບສູງຂອງລາວ.

ອ່ານຕໍ່…

ໂຕະຂ່າວວຽງຈັນທາມສ໌