ລາວ, ສິງກະໂປ ສະເຫຼີມສະຫຼອງສາຍພົວພັນອັນແໜ້ນແຟ້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ສິງກະໂປ ຮ່ວມສະເຫຼີມສະຫຼອງສາຍພົວພັນອັນຍາວນານເກືອບເຄິ່ງສັດຕະວັດ, ທີ່ນັບມື້ນັບແໜ້ນແຟ້ນ ແລະ ທະວີຄວາມເຂັ້ມແຂງ, ໂດຍສະເພາະນັບແຕ່ປະເທດລາວກ້າວເຂົ້າເປັນປະເທດສະມາຊິກກຸ່ມອາຊຽນ.

ເຈົ້າໜ້າທີ່ລະດັບສູງຂອງລາວ ແລະ ຫົວໜ້າຄະນະທູດສິງກະໂປປະຈຳລາວ ໄດ້ສະແດງຄວາມຮູ້ສຶກປິຕິຍິດີຕໍ່ສາຍພົວພັນສອງຊາດ ໃນງານລ້ຽງຮັບຮອງ ທີ່ນະຄອນວຽງຈັນ ໃນວັນສຸກແລ້ວນີ້ ເພື່ອສະເຫຼີມສະຫຼອງວັນຊາດຂອງສາທາລະນະລັດສິງກະໂປ ຄົບຮອບ 54 ປີ ແລະ 45 ປີ ແຫ່ງການພົວພັນທາງການທູດລະຫວ່າງສອງຊາດລາວ ແລະ ສິງກະໂປ.

ອ່ານຕໍ່…

ສົມໄຊ ແສງດາຣາ