ລັດຖະມົນຕີຕ່າງປະເທດຂອງຄິວບາ ແລະ ລາວ ສືບຕໍ່ຮັດແໜ້ນສາຍພົວພັນສອງຝ່າຍ

ຮາວັນນາ, 11 ພະຈິກ (Prensa Latina) ທ່ານ ບຼູໂນ ໂຣດິເກສ໌ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດຂອງຄິວບາ ແລະ ລາວ ຕາມລຳດັບ, ໄດ້ພົບປະໃນວັນຈັນຜ່ານມານີ້ ທີ່ນະຄອນຫຼວງຂອງຄິວບາ ເພື່ອຮັດແໜ້ນສາຍພົວພັນສອງຝ່າຍ ເນື່ອງໃນວັນສ້າງຕັ້ງສາຍພົວພັນຄົບຮອບ 45 ປີ.
ໃນພິທີຕ້ອນຮັບຢ່າງເປັນທາງການທີ່ສຳນັກງານກະຊວງການຕ່າງປະເທດຄິວບາ, ທ່ານ ໂຣດິເກສ໌ ໄດ້ສະແດງຄວາມຍິນດີຕໍ່ຄວາມສາມັກຄີປອງດອງ ລະຫວ່າາງລັດຖະບານ ແລະ ປະຊາຊົນສອງຊາດ. 

ໜ່ວຍຂ່າວ Prensa Latina