ການຄ້າຂອງລາວໃນໄຕມາດທີສາມ ມີສະພາບເກີນດູນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວມີສະພາບການຄ້າເກີນດູນ US$178 ລ້ານໂດລາ ໃນຊ່ວງເກົ້າເດືອນທຳອິດຂອງປີ (ເຖິງທ້າຍໄຕມາດທີສາມ), ເຖິງວ່າການເຄື່ອນໄຫວໂອນເງິນ ຍັງຕ່ຳກວ່າເປົ້າໝາຍ.

ມູນຄ່າການສົ່ງອອກ ແລະ ນຳເຂົ້າສິນຄ້າໃນໄຕມາດທີສາມຂອງປີ 2019 ບັນລຸໄດ້ US$8,582 ລ້ານໂດລາ ຫຼືທຽບເທົ່າກັບ 76 ສ່ວນຮ້ອຍຂອງຕົວເລກທີ່ມີການຮັບຮອງໂດຍສະພາແຫ່ງຊາດ.

ຕົວເລກດັ່ງກ່າວເພີ່ມຂຶ້ນ 41 ສ່ວນຮ້ອຍທຽບກັບໄລຍະດຽວກັນຂອງປີກາຍ, ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາຍງານຕໍ່ທີ່ປະຊຸມສະພາແຫ່ງຊາດໃນອາທິດແລ້ວນີ້.

ອ່ານຕໍ່…

ໂຕະຂ່າວ