ລັດຖະບານຕ້ອງການກົນໄກທີ່ເຂັ້ມງວດກວ່າເດີມ ເພື່ອຫຼຸດຜ່ອນການກະທຳຜິດທາງການເງິນ: ສພຊ

ວຽງຈັນ (ວຽງຈັນທາມສ໌) – ໃນວັນພະຫັດນີ້ ບັນດາສະມາຊິກ ສະພາແຫ່ງຊາດ (ສພຊ) ໄດ້ຊຸກຍູ້ລັດຖະບານ ໃຫ້ອອກມາດຕະການທີ່ເຂັ້ມງວດ ເພື່ອສະກັດກັ້ນການກະທຳຜິດທີ່ກ່ຽວຂ້ອງກັບການເງິນຂອງລັດ ພາຍຫຼັງຮູ້ມາວ່າ ການກະທຳຜິດໃນລັກສະນະດັ່ງກ່າວເກີດຂຶ້ນເປັນປົກກະຕິ.

ໃນລະຫວ່າງການຫາລືໃນກອງປະຊຸມ ທີ່ອະນຸຍາດໃຫ້ສະມາຊິກສະພາມີຄຳເຫັນກ່ຽວກັບບົດລາຍງານຂອງອົງການກວດສອບແຫ່ງລັດ, ນັກສ້າງກົດໝາຍໄດ້ກ່າວວ່າ ມັນບໍ່ມີຄວາມໝາຍຫຍັງ ຖ້າລັດຖະບານບໍ່ດຳເນີນການລົງໂທດ ທັນທີ່ທີ່ມີການກວດພົບການກະທຳຜິດ ໂດຍຄະນະກວດສອບ.

ນອກນີ້ ຍັງມີຄຳເຫັນວ່າ ລັດຖະບານຄວນພິຈາລະນາຄວາມເປັນໄປໄດ້ໃນການອະນຸຍາດໃຫ້ອຳນາດການປົກຄອງທ້ອງຖິ່ນ ນຳໃຊ້ເງິນຂອງລັດ ທີ່ບໍ່ນອນຢູ່ໃນແຜນງົບປະມານ ໃນກໍລະນີສຸກເສີນ, ເພື່ອໃຫ້ເຂົາເຈົ້າສາມາດແກ້ໄຂບັນຫາໃຫ້ທ່ວງທັນກັບສະພາບການ ເມື່ອເກີດໄພພິບັດ.

ອ່ານຕໍ່…

ເອກະພອນ ພູທອນສີ